ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫ້ອງ​ສຶກ​ສາ​ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ​ເລກ 2 ວຽງ​ໄຊ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-07-21 09:11:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ສະຫາຍ ພັນ​ເອກ ຄູ​ຂັນ ແກ້ວ​ບຸນ​ມີ ຄະນະ​ພັກໂຮງຮຽນ, ຫົວໜ້າ​ຫ້ອງ​ສຶກ​ສາ​ໂຮງ​ຮຽນ ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການເຄື່ອນໄຫວ​ໃນ​ໄລຍະ 6 ເດືອນ​ຜ່ານ​ມາ ຫ້ອງ​ສຶກ​ສາ ແມ່ນ​ມີ​ບົດບາດ​ສຳຄັນໃນ​ ການ​ກໍ່ສ້າງຮຸ່ນ​ສືບ​ທອດ ໃຫ້​ກອງ ທັບ​ຕາມ​ທິດ​ຊີ້​ນຳຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ປະຕິບັດ​ວຽກ​ງານ​ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ແລະ ໄດ້​ຖື​ສຳຄັນ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ​ໃນ​ການ​ກໍ່ສ້າງ​ຊ່ວຍເຫຼືອ​ເຊີ່ງ​ກັນ ແລະ ກັນ, ພະ ນັກງານ-ນັກຮົບ​ເຂົ້າໃຈ​ແຈ້ງ​ຕໍ່​ ແນວທາງນະໂຍບາຍຂອງພັກ- ລັດ ກໍ​ຄື​ກອງທັບ. ວຽກ​ງານ​ຮັບ ປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໄດ້​ຈັດ​ຕັ້ງ​ປະຈຳການ 3 ຂັ້ນ​ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ເຮັດ​ໃຫ້​ສະພາບ​ກົມ​ກອງ​ມີ​ຄວາມ​ສະຫງົບ​ປອດ​ໄພ 100% ແລະ ໄດ້​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ເຫັນ​ວ່າ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ດ້ານ​ວຽກ​ງານ​ວິຊາ​ສະເພາະ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ ສິດສອນ​ສົ່ງ​ຄວາມຮູ້ໃຫ້ນັກຮຽນ ​ສາມາດ​ປະ​ເມີນ​ໄດ້​ດັ່ງນີ້: ນັກ ຮຽນ​ຊັ້ນ ມ 6 ເສັງ​ໄດ້ 100%, ຊັ້ນ ມ 7 ມີໜ້າ​ສອບເສັງ 296 ສະຫາຍ,ໄດ້​ໃບ​ປະກາດ​ແດງ 1 ສະຫາຍ, ສ້າງ​ນັກຮຽນເກັ່ງໄປ​ ສອບເສັງ​ຂັ້ນ​ເມືອງ 4 ສະຫາຍ ຍາດ​ໄດ້​ອັນ​ດັບ 1 ສອງ​ວິຊາ, ອັນ ​ດັບ 2 ສອງ​ວິຊາ, ສ້າງ​ຄູ​ສອນ ​ດີ-ສອນ​ເກັ່ງ​ໄດ້ 50 ສະຫາຍ ແລະ ສ້າງ​ພະນັກງານແຂງໄດ້ 100%. ວຽກ​ງານ​ອົງ​ການຈັດຕັ້ງມະຫາ ຊົນ​ສ້າງ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ​ໄດ້ 49 ສະຫາຍເທົ່າກັບ 92,45%, ແມ່ຍິງ 3 ດີ​ປະເພດ 1 ໄດ້ 83 ສະຫາຍ ແລະ ສາ ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງຫ້ອງ​ ໄດ້ 18.978.000 ກີບ. ນອກ​ ນັ້ນ, ຍັງ​ໄດ້​ໄດ້​ປະຕິບັດ​ນະໂຍ ບາຍ​ຕໍ່​ພະນັກງານ-ຄູ​ອາຈານ ທີ່​ ເຈັບເປັນ​ເຂົ້າ​ໂຮງໝໍ ແລະ ອື່ນໆ ​ຕາມ​ຄວາມ​ເໝາະ​ສົມ ຈາກ​ຜົນ ງານ​ທີ່​ກ່າວ​ມາ​ນັ້ນ​ມີ​ພະນັກງານ-ນັກຮົບ​ພາຍ​ໃນ​ຫ້ອງ​ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຕ່າງໆ. ສະຫາຍ ພັນ​ເອກ ຄູ​ຂັນ ແກ້ວ​ບຸນ​ມີ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ ແລະ ວິຊາ​ສະເພາະ​ໃຫ້​ເລິກເຊິ່ງ​​ຕໍ່​ວຽກ​ງານ​ການ​ສຶກ​ສາ​ໃນ​ໄລຍະ​ໃໝ່, ຮັດ​ແໜ້ນ​ຄວາມ​ສາມັກຄີພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ສອດຄ່ອງ​ກັບ​ວິທະຍາສາດ, ເອົາໃຈ​ໃສ່​​ຄົ້ນ​ຄວ້າ ສິດສອນ, ຖອດ​ຖອນ​ບົດຮຽນ ແລະ ອອກແຮງ​ແຂ່ງຂັນ​ກັນສ້າງ​ຕົນເອງ​ກາຍເປັນ​ຄູສອນ​ດີ, ສອນ​ເກັ່ງ, ສ້າງ​ນັກຮຽນ​ໃຫ້​ກາຍເປັນ​ນັກຮຽນ​ດີ-ຮຽນ​ເກັ່ງ​ ຮັບປະກັນ​ໃຫ້​ໄດ້​ທັງ​ປະລິມານ ແລະ ຄຸນ​ນະພາບ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ