ກອງປະຊຸມພົບປະແລກປ່ຽນ,ຖອດຖອນບົດຮຽນວຽກງານກິລາ, ກາຍຍະກຳ ລະຫວ່າງ ກົມອົບຮົມ ປກຊ ແລະ ກົມ ໂຄສະນາອົບຮົມ ປກສ
ເວລາອອກຂ່າວ: 2026-07-21 09:09:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2026 ນີ້, ກອງກິລາ ປກຊ-ປກສ ໄດ້ພົບປະແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢູ່ທີ່ກອງກິລາກອງທັບ ໂດຍການເປັນປະທານຮ່ວມຂອງສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພັນໂທ ພອນທິບ ພັນທະວົງ ຮອງຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ມີພະແນກການ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ສະເໜີຄວາມເປັນມາ ແລະ ການເຄື່ອນໄຫວຂອງກອງກິລາ ກອງທັບ ໃນໄລຍະຜ່ານມາ ເຊິ່ງກອງກິລາແມ່ນກອງໜຶ່ງທີ່ສ້າງຂະບວນ
ການ, ກິດຈະກຳ ເພື່ອສະເຫຼີມ ສະຫຼອງວັນ ສຳຄັນຕ່າງໆ ເປັນຕົ້ນວັນສ້າງຕັ້ງກອງທັບ ຜ່ານມາກອງກິລາກອງທັບໄດ້ຈັດກິດຈະກຳທັງກິລາການທະຫານ ແລະ ກິລາມວນຊົນ. ເຂົ້າຮ່ວມງານການແຂ່ງຂັນກິລາຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ສາມາດຍາດໄດ້ລາງວັນ ຊະນະເລີດ, ຮອງຊະນະເລີດ ແລະ ລາງວັນຕ່າງໆ.
ສະຫາຍ ພັນໂທ ພອນທິບ ພັນທະວົງ ຮອງຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ໄດ້ລາຍງານວຽກງານກິລາຂອງກອງກິລາ ປກສ ໂດຍຫຍໍ້ ພ້ອມທັງກ່າວວ່າ: ການພົບປະແລກປ່ຽນໃນຄັ້ງນີ້ ເພື່ອແລກປ່ຽນບາດກ້າວ, ຂັ້ນຕອນຕ່າງໆ ຂອງວຽກງານກິລາ ເຊິ່ງຜ່ານມາ ກອງກິລາ ກອງທັບ ຖືວ່າເປັນກອງທີ່ມີຫຼາກຫຼາຍປະເພດກິລາ, ສາມາດຍາດໄດ້ລາງວັນຊະນະເລີດຫຼາຍລາຍການ ເຊິ່ງເປັນບົດຮຽນທີ່ກອງກິລາ ປກສ ຕ້ອງໄດ້ຖອດຖອນບົດຮຽນ ເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ເພື່ອແນໃສ່ສ້າງຄວາມເຂົ້າໃຈ, ບາດກ້າວຂັ້ນຕອນ ແລະ ພາລະບົດບາດ ຂອງແຕ່ລະພະແນກການ ພາຍໃນກອງກິລາ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈລະຫວ່າງກອງກິລາ ປກຊ-ປກສ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງກົມກອງ ໃນກອງປະຊຸມຕາງໜ້າກອງກິລາປກຊ-ປກສ ໄດ້ ລາຍງານວຽກງານ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອນຳເອົາບົດຮຽນທີ່ຖອດຖອນໄດ້ ໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານໃນຕໍ່ໜ້າ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















