ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງພັນ​ໃຫຍ່ 279 ປະດັບ​ຫຼຽນ​ໄຊ ແລະ ຍ້ອງຍໍ​ຜົນງານ 5 ປີ
ເວລາອອກຂ່າວ: 2026-07-21 09:05:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ວັນ​ທີ 14 ກໍລະກົດ 2026 ນີ້, ກອງພັນ​ໃຫຍ່ 279 ໄດ້​ຈັດ​ພິທີ ປະດັບ​ຫຼຽນ​ໄຊ, ຫຼຽນ​ກາ ແລະ ມອບ​ໃບ​ຍ້ອງຍໍ​ຜົນງານ 5 ປີ, ເນື່ອງ​ໃນ​ໂອກາດ​ສະເຫຼີມສະ ຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະ ຊາຊົນ​ລາວ ຄົບຮອບ 75 ປີ, ຜົນ ງານ​ປ້ອງ​ກັນ​ກອງ​ປະຊຸມ​ອາ​ຊຽນ ຄັ້ງ​ທີ 44-45, ຜົນງານ​ປ້ອງ​ກັນ​ຊ້ອມ​ຮົບ​ລາວ​ໂຣດ ລາວ-ລັດເຊຍ ແລະ ຜົນງານ​ຮັບ​ໃຊ້​ກອບ​ກູ້​ໄພພິບັດ ລາວ-ຫວຽດນາມ-ກຳປູເຈຍ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ເລຂາ​ຄະນະ​ພັກ ຫົວໜ້າ​ການ ເມືອງ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ພະແນກການ, ກອງພັນ, ກອງຮ້ອຍ​ເອກະລາດ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຳໄພ ຄຳ​ວິ​ສອນ ຄະນະ​ພັກ​ກອງພັນ​ໃຫຍ່ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 279, ໄດ້​ຂຶ້້ນ​ຜ່ານ​ລັດ​ຖະ​ດຳລັດ​ຂອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ໄຊ​ແຮງ​ງານ​ໃຫ້​ແກ່​ນາຍ ແລະ ພົນທະຫານ ຢູ່​ກອງພັນ​ໃຫຍ່ 279 ທີ່​ມີ​ຜົນງານ​ດີເດັ່ນ ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຕະຫຼອດ​ໄລຍະ 5 ປີ (2019-2024) ໃນ​ນີ້​ໄດ້​ປະດັບ​ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 30 ສະຫາຍ, ຊັ້ນ III ຈຳນວນ 74 ສະຫາຍ, ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ກາ​ແຮງ​ງານ ໃຫ້​ນາຍແລະ ພົນທະຫານ ຢູ່​ກອງພັນ​ໃຫຍ່ 279 ຈຳນວນ 225 ສະຫາຍ, ມອບ​ໃບ​ຍ້ອງຍໍ​ລັດຖະບານ 190 ສະຫາຍ, ພ້ອມ​ທັງ ຜ່ານ​ລັດ​ຖະ​ດຳ ລັດ​ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຂອງ​ປະທານ​ປະເທດ ໃຫ້​ນາຍ ແລະ ພົນທະຫານ​ຢູ່​ກອງພັນ​ໃຫຍ່ 279, ທີ່​ມີ​ຜົນງານ​ດີເດັ່ນ​ປະກອບສ່ວນ​ເຫຼື່ອ​ແຮງ, ສະຕິ​ປັນຍາ ເຂົ້າ​ໃນ​ບັ້ນ​ກະກຽມ ແລະ ດຳເນີນ​ການ​ເປັນ​ປະທານ​ອາ​ຊຽນ​ຂອງ ​ສປປ ລາວ ໃນ​ປີ 2024 ໂດຍ​ສະເພາະ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44-45 ແລະ ກອງ​ປະຊຸມ​ສຸດ​ຕ່າງໆ ທີ່​ກ່ຽວຂ້ອງ​ຂອງ​ອາ​ຊຽນ​ໃນ​ໄລຍະ​ຜ່ານ​ມາ ໃນ​ນີ້, ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ຈຳນວນ 3 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ຈຳນວນ 51 ສະຫາຍ ແລະ ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ກາ​ແຮ​ງານ ໃຫ້​ນາຍ ແລະ ພົນທະຫານ ຢູ່​ກອງພັນ​ໃຫຍ່ 279 ໃນ​ນີ້​ໄດ້​ຮັບ​ຫຼຽນ​ກາ​ແຮງ​ງານ ຈຳນວນ 79 ສະຫາຍ ແລະ ມອບ​ໃບ​ຍ້ອງຍໍ​ລັດຖະບານ ຈຳນວນ 272 ສະຫາຍ, ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ ວ່າ​ດ້ວຍ​ການ​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ແລະ ໃບ​ຍ້ອງຍໍ ເພື່ອ​ຍ້ອງຍໍ​ສັນລະເສີນ​ຜົນງານ ໃຫ້​ແກ່​ຄະນະ​ຊີ້​ນຳ​ຝຶກ​ຊ້ອມ​ກອບ​ກູ້​ໄພພິບັດ​ກອງທັບ​ປະຊາຊົນ​ລາວ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ເຂົ້າ​ຮ່ວມ​ຫັດ​ແອບ​ຝຶກ​ຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ​ລະຫວ່າງ 3 ກອງທັບ, ກອງທັບ​ປະຊາຊົນ​ລາວ- ກອງທັບ​ຣາ​ຊະ​ອານາຈັກ​ກຳປູເຈຍ-ກອງທັບ​ປະຊາຊົນ​ຫວຽດນາມ ປີ 2025 ແລະ ຜົນງານ​ປ້ອງ​ກັນ​ຊ້ອມ​ຮົບ ລາວ​ໂຣດ ລາວ-ລັດເຊຍ ໃນ​ໄລຍະ​ຜ່ານ​ມາ ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ໃຫ້​ກອງພັນ​ໃຫຍ່ 279 ຈຳນວນ 18 ສະຫາຍ ແລະ ມອບ​ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ ຈຳນວນ 34 ສະຫາຍ​ຢ່າງ​ສົມ​ກຽດ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ