ປະດັບຫຼຽນໄຊແຮງງານ ຊັ້ນ I ອະດີດຫົວໜ້າການເມືອງ ກອງພົນທີ 5
ເວລາອອກຂ່າວ: 2026-07-21 09:02:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ: ![]()
ວັນທີ 11 ກໍລະກົດ 2026, ກອງພົນທີ 5 ໄດ້ຈັດພິທີມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີ, ຢູ່ເຮືອນພັກຂອງ ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສີງ ອະດີດຫົວໜ້າການເມືອງ ກອງພົນທີ 5.
ອີງຕາມລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ແລະ ອີງຕາມຄຳສະເໜີຂອງ ນາຍົກລັດຖະມົນຕີ; ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ແກ່ ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສີງ ອະດີດຫົວໜ້າການເມືອງກອງພົນທີ 5 ເພື່ອຈາລຶກ ແລະ ຍ້ອງຍໍສັນລະເສີນ ຜົນງານຄວາມດີເດັ່ນ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ (2019-2024) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ. ໂດຍການມອບຂອງ ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5.
ໂດຍ: ໄຊຍະຄານ
news to day and hot news



