ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບປື້ມວຽກງານທ້ອນໂຮມອັດຖິ ໃຫ້ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ
ເວລາອອກຂ່າວ: 2019-10-18 09:03:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ໃນວັນທີ 15 ຕຸລານີ້, ຄະນະ ປະຕິບັດງານພິເສດລັດຖະບານ ລາວ ໄດ້ນຳເອົາປື້ມວຽກງານ ທ້ອນໂຮມອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດໃນປາງ ສົງຄາມຢູ່ ສປປ ລາວ ຈຳນວນ 170 ຫົວ, ມາມອບໃຫ້ຄະນະປະ ຕິບັດງານພິເສດແຂວງບໍລິຄຳໄຊ, ໂດຍໃຫ້ກຽດກ່າວມອບປື້ມໃນຄັ້ງນີ້ຂອງທ່ານ ທອງມີ ພິມມະສອນ ກອງເລຂາຄະນະປະຕິບັດງານ ພິເສດລັດຖະບານລາວ ແລະ ໃຫ້ ກຽດກ່າວຮັບຂອງ ທ່ານ ພົນຈັດ ຕະວາ ຈວງຈັນ ລາດຊະວົງ ຄະ ນະປະຈຳພັກແຂວງ, ເລຂາຄະນະ ພັກ, ຫົວໜ້າການເມືອງທະຫານ ແຂວງບໍລິຄຳໄຊ, ຕາງໜ້າຄະນະ ປະຕິບັດງານພິເສດແຂວງບໍລິຄຳ ໄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງໃນການມອບປື້ມໃນ ຄັ້ງນີ້ກໍເພື່ອໃຫ້ຄະນະປະຕິບັດ ງານພິເສດຂອງແຂວງບໍລິຄຳໄຊ ນຳໄປ, ນຳສະເໜີ, ແລກປ່ຽນບົດ ຮຽນໃນການປະຕິບັດໜ້າທີ່, ທັງ ເປັນຂໍ້ມູນໃນການຮັບໃຊ້ວຽກ ງານທີ່ກ່ຽວຂ້ອງເພື່ອໂຄສະນາ ເຜີຍແຜ່, ສຶກສາອົບຮົມພະນັກ ງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໃຫ້ມີຄວາມຮັບຮູ້ເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ຄວາມຮ່ວມມືຮອບດ້ານລະ ຫວ່າງສອງຊາດ, ສອງກອງທັບ ກໍຄືຄວາມສາມັກຄີຮ່ວມສຳພັນ ສູ້ຮົບ ລາວ-ຫວຽດນາມ ໃນສະ ໄໝຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດໃນໄລຍະໃໝ່. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ