ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ນາຍົກລັດຖະມົນຕີ ຊູ​ແອດ ຕ້ອນຮັບ ທ່ານ ຫວາງ​ຢີ້
ເວລາອອກຂ່າວ: 2026-07-09 09:30:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ເມື່ອຕົ້ນອາທິດນີ້, ຢູ່​ນະ ຄອນຫຼວງ​ສະ​ຕັອກ​ໂຮມ ຂອງ​ຊູ​ແອດ, ທ່ານ ອູ​​ລຟ໌ ຄຣີ​​ສ​ເຕີ​ສັນ ນາຍົກລັດຖະມົນຕີ​ຊູ​ແອດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ ຫວາງ​ຢີ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທັງ​ເປັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ​ສປ ຈີນ. ໂອກາດ​ນີ້, ທ່ານ ອູ​​ລຟ໌ ຄຣີ​​ສ​ເຕີ​ສັນ ໄດ້​ຝາກ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ຜ່ານ ທ່ານ ຫວາງ​ຢີ້ ເຖິງ​ຜູ້ນຳ​ຈີນ, ແລະ ກ່າວ​ວ່າ: ການ​ແລກປ່ຽນ​ກັນ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ ລະຫວ່າງ ຊູ​ແອດ ແລະ ຈີນ ກໍ​ຄື​ປະຊາຊົນ​ສອງ​ຊາດ​ມີ​ປະຫວັດສາດ​ຍາວ​ນານ, ຊູ​ແອດ ຊື່ນ​ຊົມ​ຕໍ່​ວັດທະນະທຳ ແລະ ຈິດໃຈ​ການ​ປະດິດ​ສ້າງ​ໃໝ່​ຂອງ​ຈີນ, ທັງ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຈີນ​ທີ່​ໄດ້​ຮັບ​ໝາກຜົນ​ໃນ​ການ​ພັດທະນາ​ອັນ​ໂດດ​ເດັ່ນ. ລັດຖະບານ​ຊູ​ແອດ ຍຶດ​ໝັ້ນ​ນະໂຍບາຍ​ປະເທດ​ຈີນ​ດຽວ, ຍິນ​ດີ​ເພີ່ມ​ທະວີ​ການ​ສົນທະນາ​ກັບ​ຈີນ, ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ລະຫວ່າງ​ສອງ​ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ ແລະ ມີ​ອະ​ນາ​ນົດ​ອັນ​ສົດໃສ​ໃນ​ຂົງເຂດ​ຕ່າງໆ. ຊູ​ແອດ ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ສົນທະນາ​ກັນ​ລະຫວ່າງ​ສະຫະພາບ​ເອີ​ຣົບ-ຈີນ ເພື່ອ​ແກ້​ໄຂ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ ລະຫວ່າງ ສອງ​ຝ່າຍ​ໃຫ້​ເໝາະ​ສົມ. ທ່ານ ຫວາງ​ຢີ້ ກ່າວ​ວ່າ: ພັກ​ກອມ​ມູ​ນິດ​ຈີນ ສາມາດ​ນຳພາ​ປະຊາຊົນ​ຈີນ 1,4 ຕື້​ກວ່າ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ສິ້ນ​ເຊີງ ແລະ ກ້າວ​ຂຶ້ນ​ສູ່​ເສັ້ນທາງ​ແຫ່ງ​ຄວາມ​ທັນ​ສະໄໝ. ນີ້​ແມ່ນ​ໝາກຜົນ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ພັດທະນາ​ທີ່​ກ້າວໜ້າ​ຂອງ​ມວນ​ມະນຸດ. ຈີນ​ສຸມ​ກຳລັງ​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ, ເປັນ​ປະເທດ​ໃຫຍ່​ທີ່​ມີ​ການ​ບັນທຶກ​ທີ່​ດີ​ທີ່​ສຸດ​ໃນ​ດ້ານ​ຂົງເຂດ​ສັນຕິພາບ ແລະ ຄວາມ​ໝັ້ນຄົງ. ຈີນ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ​ລະດັບ​ສູງ​ຢ່າງ​ຕໍ່​ເນື່ອງ, ແບ່ງປັນ​ຜົນ​ປະໂຫຍດ​ຈາກ​ຕະຫຼາດ​ຈີນ​ກັບ​ປະເທດ​ຕ່າງໆ, ເປັນ​ເຄື່ອງ​ຈັກ​ຕົ້ນຕໍ​ໃນ​ການ​ເຕີບ​ໂຕ​ຂອງ​ໂລກ. ຈີນ ເດັດດ່ຽວ​ປົກ​ປ້ອງ​ລັດທິ​ຫຼາຍ​ຝ່າຍ ແລະ ການ​ຄ້າ​ເສລີ, ສະໜັບສະໜູນ​ປະເທດ​ຕ່າງໆ ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ແຫ່ງ​ຊາດ​ຂອງ​ປະເທດ​ຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ