ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ອີ​ຣານ ທຳລາຍ “ກຸ່ມ​ກໍ່​ການ​ຮ້າຍ ແລະ ຫົວ​ຮຸນ​ແຮງ” ທີ່​ກ່ຽວຂ້ອງ​ກັບ​ຝ່າຍ​ກົງກັນຂ້າມ
ເວລາອອກຂ່າວ: 2026-07-09 09:27:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ເມື່ອ​ບໍ່​ດົນ​ມານີ້, ອົງການ​ຂ່າວ​ລັບ​ອີ​ຣານ ອອກ​ຖະແຫຼງ ການ​ວ່າ: ພາກສ່ວນ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງ​ອີ​ຣານ ໄດ້​ທຳລາຍ “ກຸ່ມ​ກໍ່​ການ​ຮ້າຍ ແລະ ຫົວ​ຮຸນ​ແຮງ” 4 ກຸ່ມ ທີ່​ກ່ຽວຂ້ອງ​ກັບ​ອົງການ​ຂ່າວ​ລັບ​ຂອງ​ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣາ​ແອນ. ຖະແຫຼງການ​ດັ່ງກ່າວ​ລະບຸ​ວ່າ: ອົງການ​ຂ່າວ​ລັບ​ອີ​ຣານ ຮ່ວມ​ມື​ກັບ​ກອງ​ປ້ອງ​ກັນ​ການ​ປະຕິວັດ​ອິ​ສລາມ​ອີ​​​ຣານ ແລະ ກອງ​ຕຳຫຼວດ​ແຫ່ງ​ຊາດ​ອີ​ຣານ ດຳເນີນ​ການເຄື່ອນໄຫວ​ຫຼາຍ​ເທື່ອ​ຢູ່​ນະຄອນ​ຊາ​ເຮ​ດານ ເທສະ​ບານ​ແຂວງ​ຊິ​​ສ​ຕານ-ບາ​ລຸ​ເຊ​​ສ​ຕານ ແລະ ສະຖານທີ່​ອື່ນໆ​ຂອງ​ອີ​ຣານ ໂດຍ​ໄດ້​ຈັບ​ກຸມ​ສະມາຊິກ ​ຫຼັກ​ຂອງ​ໜ່ວຍ​ງານ​ການເຄື່ອນ ໄຫວ 5 ຄົນ ພ້ອມ​ທັງ​ສັງຫານ​ຜູ້​ປະກອບ​ອາວຸດ 2 ຄົນ. ນອກ​ນັ້ນ, ຍັງ​ໄດ້​ຄົ້ນ​ພົບ ແລະ ທຳລາຍ​ອີກ​ໜ່ວຍ​ງານ​ການເຄື່ອນໄຫວ​ທີ່​ປະກອບ​ດ້ວຍ 5 ຄົນ ເຊິ່ງ​ຖືກ​ສົງໄສ​ເຂົ້າ​ຮ່ວມ​ການ​ໂຈມ​ຕີ​ພາກສ່ວນ​ການ​ທະຫານ ແລະ ອົງການ​ຕຸລາການ. ປັດຈຸບັນ, ທາງ​ການ​ອີ​ຣານ ລາຍ​ງານ​ວ່າ ກຳລັງ​ຢູ່​ໃນ​ໄລຍະ​ໄວ້​ທຸກ ຫຼື ພິທີ​ສົ່ງສະການ​ຂອງ​ອະດີດ​ຜູ້ນຳ​ສູງ​ສຸດ​ດ້ານ​ຈິດ​ວິນ​ຍານ ພ້ອມ​ພັນ​ລະ​ຍາ ແລະ ລູກຫຼານ ທີ່​ເສຍ​ຊີວິດ​ໃນ​ບັ້ນ​ຫຼອນ​ໂຈມ​ຕີ​ຂອງ ອາເມຣິກາ ແລະ ອິດ​ສະ​ຣາ​ແອນ, ເມື່ອ​ຄັ້ງ​ວັນ​ທີ 28 ກຸມພາ ທີ່ຜ່ານ​ມາ, ເຊິ່ງ​ພິທີ​ແຫ່​ສົບ​ຈະ​ເດີນທາງ​ໄປ​ຫຼາຍ​ເມືອງ ແລະ ຫຼາຍ​ສະຖານທີ່ ຈະ​ໃຊ້​ເວລາ​ເປັນ​ອາທິດ​ຈິ່ງ​ຈະ​ສຳເລັດ. ດັ່ງນັ້ນ, ໃນ​ໄລຍະ​ນີ້ ອີ​ຣານ ຈະ​ບໍ່​ມີ​ການ​ດຳເນີນ​ການ​ສົນທະນາ​​ເຈລະຈາ​ໃດໆ ກັບ ອາເມຣິກາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ