ອາກຊັງຕິນ ເປັນປະເທດທຳອິດໃນໂລກ ຈັດຕັ້ງບໍລິສັດດຳເນີນງານດ້ວຍ ເອໄອ
ເວລາອອກຂ່າວ: 2026-07-09 09:26:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ອີງຕາມສຳນັກຂ່າວຕ່າງ ປະເທດ, ລັດຖະບານ ອາກຊັງຕິນ ພວມວາງແຜນເປີດທາງໃຫ້ມີການຈັດຕັ້ງບໍລິສັດ ທີ່ດຳເນີນງານດ້ວຍປັນຍາປະດິດ (AI) ຢ່າງເຕັມຮູບແບບ ໂດຍຈະເປັນປະເທດທຳອິດຂອງໂລກທີ່ລິເລີ່ມແນວຄິດດັ່ງກ່າວ.
ເມື່ອເດືອນຜ່ານມາ, ປະທາ ນາທິບໍດີ ຮາເວຍ ມິເລ (Javier Milei) ຜູ້ນຳ ອາກຊັງຕິນ ໄດ້ປະກາດສະເໜີຮ່າງກົດໝາຍຕໍ່ລັດຖະສະພາ ເພື່ອຈັດຕັ້ງ ນິຕິບຸກຄົນທີ່ບໍ່ແມ່ນມະນຸດ (Non-Human Corporations) ເຊິ່ງຈະບໍລິຫານຈັດການໂດຍລະບົບ AI ທັງໝົດ.
ທ່ານ ຮາເວຍ ມິເລ ໄດ້ຂຽນບົດຄວາມສະແດງຄວາມຄິດ ເຫັນໃນໜັງສືພິມ ໄຟແນນໂຊ ໄທມສ໌ (Financial Times) ໂດຍອະທິບາຍເຖິງບໍລິສັດຮູບແບບໃໝ່ ທີ່ສາມາດດຳເນີນງານໄດ້ໂດຍບໍ່ມີພະນັກງານທີ່ເປັນມະນຸດ ເຊິ່ງຈະໃຫ້ຕົວແທນ AI ຫລື ຫຸ່ນຍົນ ໃຊ້ດຸນພິນິດຢ່າງເປັນເອກະລາດໃນສະພາບແວດລ້ອມທີ່ບໍ່ສາມາດຄາດເດົາໄດ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















