ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ສິບ​ຕີ ເອີດ ທຳ​ມະ​ວົງ​ພອນ ນັກຮົບ​ຜູ້​ດຸໝັ່ນ ​ເພີ່ມ​ພູນ​ຜະລິດຜົນ ສາມາດ​ສ້າງ​ລາຍ​ຮັບ​ໄດ້ 60-70 ລ້ານ​ກີບ​ຕໍ່​ປີ
ເວລາອອກຂ່າວ: 2026-07-09 09:15:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ເມື່ອ​ເວົ້າ​ເຖິງ​ການ​ປູກຝັງ-ລ້ຽງສັດ ແມ່ນ​ອາຊີບ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ, ໝັ້ນຄົງ ແລະ ແທດ ເໝາະ​ກັບ​ການດຳລົງຊີວິດໃນຍຸກ​ ເສດຖະກິດ​ຕະຫຼາດ. ໃນ​ຖັນ​ແຖວ​ກອງທັບ​ປະຊາຊົນ​ລາວ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ​ໃຫ້​ດີ​ຂຶ້ນ, ນາຍ ແລະ ພົນທະຫານ ທຸກ​ສະຫາຍ ຕ່າງ​ກໍ​ໄດ້​ຕັ້ງໜ້າ​ບຸກ​ບືນ​ສູ້​ຊົນ​ທຳ​ການ​ຜະລິດ ໂດຍ​ສະເພາະ ແມ່ນ​ການຈັດຕັ້ງ​ປະຕິບັດ​ຕາມ​ທິດ​ນຳ “4 ປູກ 4 ລ້ຽງ” ທີ່​ກົມ​ໃຫຍ່​ພະ ລາທິການ​ກອງທັບ​ວາງ​ອອກ ເພື່ອ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ໂດຍ​ອີງໃສ່​ເງື່ອນໄຂ, ທ່າແຮງ​ບົ່ມຊ້ອນ ແລະ ຄວາມ​ມັກ​ຮັກ​ຂອງແຕ່ລະຄົນ. ສະຫາຍ ສິບຕີ ເອີດ ທຳມະວົງພອນ ສັງກັດ​ໝວດ​ສຳ ນັກງານກອງພັນ 163 ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ ນອກຈາກ​ໄດ້​ຕັ້ງໜ້າ​ປະ ຕິບັດ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ເຮັດ​ ລ້ອນ​ໜ້າທີ່​ວິຊາ​ສະເພາະ ແລະ ປະຕິບັດ 7 ລະບອບ 18 ວຽກຂອງ ​ກອງທັບຢ່າງເຂັ້ມງວດ​ແລ້ວ ສະ ຫາຍ ຍັງ​ມີ​ຄວາມ​ດຸໝັ່ນ​ເພີ່ມ​ພູນ​ຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອ​ສ້າງ​ລາຍ​ຮັບ​ເພີ່ມ​ໃສ່​ເງິນເດືອນ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ຍ້ອນ​ສະພາບ​ເສດຖະກິດ​ໃນ​ປັດຈຸບັນ ມີ​ຄວາມ​ຫຍຸ້ງຍາກ, ຄ່າ​ຄອງ​ຊີບ​ສູງ​ຂຶ້ນ, ສະຫາຍ ຈຶ່ງ​ມີ​ແນວ​ຄິດ​ສ້າງສັນ ບໍ່​ຫວັ່ນໄຫວ​ຕໍ່​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ຫັນ​ມາ​ຊອກ​ແຫຼ່ງ​ລາຍ​ຮັບ​ເພີ່ມ ທີ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ. ສະຫາຍ ສິບ​ຕີ ເອີດ ທຳ​ມະ​ວົງ​ພອນ ໄດ້​ໃຫ້​ຮູ້​ວ່າ: ສະພາບ​ເສດຖະກິດ​ຄອບຄົວ​ໃນ​ເມື່ອ​ກ່ອນ​ແມ່ນ​ພໍ​ກຸ້ມ​ຢູ່​ກຸ້ມ​ກິນ, ລາຍ​ຮັບ ແລະ ການ​ໃຊ້​ຈ່າຍ​ຍັງ​ມີ​ຄວາມ​ຈຳກັດ ເມື່ອ​ເຫັນ​ວ່າ ກົມ​ກອງມີ ​ທ່າແຮງ​ດ້ານ​ສະຖານທີ່ ເຊິ່ງ​ເປັນ​ໂອກາດ​ທີ່​ດີ​ໃນ​ການ​ສ້າງ​ເສດ ຖະກິດ, ຕົນ​ເອງ​ຈຶ່ງ​ໄດ້​ຕັດສິນ​ໃຈ ນຳ​ເອົາ​ເງິນເດືອນ​ທີ່​ສະ​ສົມ​ໄວ້ ນຳ​ມາ​ລົງທຶນ​ຊື້​ສັດ ແລະ ແນວ​ພັນ​ພືດ​ຕ່າງໆ ມາ​ທຳ​ການ​ຜະລິດ​ໃນ​ຂອບ​ເຂດ​ດິນ​ທີ່​ກົມ​ກອງ​ແບ່ງ​ໃຫ້. ດ້ວຍ​ຄວາມ​ດຸໝັ່ນ​ຂະຫຍັນ​ພຽນ ແລະ ຄວາມ​ມັກ​ຮັກ​ໃນ​ການ​ປູກຝັງ-ລ້ຽງສັດ, ສະຫາຍ ໄດ້​ເອົາໃຈໃສ່​ບົວລະບັດ​ຮັກສາ​ຢ່າງ​ໃກ້ຊິດ ເຮັດ​ໃຫ້​ຜົນ​ຜະລິດ ໄດ້​ຮັບ​ຜົນ​ດີ ແລະ ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ. ປັດຈຸບັນ, ສະຫາຍ​ໄດ້​ລ້ຽງ​ເປັດ​ຈຳນວນ 100 ກວ່າ​ໂຕ, ໄກ່ 100 ກວ່າ​ໂຕ ແລະ ມີ​ພືດຜັກ​ ສວນ​ຄົວ​ຊະນິດ​ຕ່າງໆ, ໃນ​ແຕ່​ລະ​ປີ​ສາມາດ​ຂາຍ​ເປັດ​ໄດ້​ເຖິງ 700-800 ກິ​ໂລ​ຕໍ່​ປີ, ໃນ​ລາຄາ 80.000 ກີບ​ຕໍ່​ກິ​ໂລ, ສ້າງ​ລາຍ​ຮັບ​ໄດ້​ປະມານ 56-64 ລ້ານ​ກີບ, ຂາຍ​ໄກ່​ໄດ້​ປະມານ 200-300 ກິ​ໂລ​ຕໍ່​ປີ, ໃນ​ລາຄາ 130.000 ກີບ​ຕໍ່​ກິ​ໂລ, ສ້າງລາຍຮັບ​ໄດ້​ປະມານ 26-39 ລ້ານ​ ກີບ, ສາມາດ​ເກັບ​ກູ້ ແລະ ຈຳໜ່າຍ ​ຜົນ​ຜະລິດ​ພືດຜັກ​ ສວນ​ຄົວ ໄດ້​ປະມານ 500-600 ກິ​ໂລ​ຕໍ່​ປີ, ສ້າງ​ລາຍ​ຮັບ​ໄດ້ 9-10 ລ້ານ​ກີບ. ໂດຍ​ລວມ​ແລ້ວສະຫາຍ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ​ໄດ້ 60-70 ລ້ານກີບ​ຕໍ່​ປີ. ເມື່ອ​ບວກ​ໃສ່​ກັບ​ເງິນ ເດືອນ​ແລ້ວ ລາຍ​ຮັບ​ທັງ​ໝົດນີ້​ ໄດ້​ກາຍເປັນ​ທຶນ​ສຳຄັນ ທີ່​ຊ່ວຍ ໃຫ້ການ​ດຳລົງ​ຊີວິດ​ການເປັນຢູ່​ດີຂຶ້ນ, ທັງ​ສາມາດ​ແບ່ງ​ເບົາພາ ລະ ແລະ ຈູນ​ເຈືອ​ຄອບຄົວ ໄດ້​ອີກ​ດ້ວຍ. ສະຫາຍ ສິບ​ຕີ ເອີດ ທຳ​ມະ​ວົງ​ພອນ ຄື​ໜຶ່ງ​ໃນ​ບຸກຄົນ​ຕົວ ​ແບບ ທີ່​ມີ​ຄວາມ​ຮັບຜິດຊອບຕໍ່ ໜ້າ​ທີ່​ວິຊາ​ສະເພາະ ແລະ ມີ​ຫົວ ຄິດ​ປະດິດ​ສ້າງ​ໃນ​ການ​ເພີ່ມ​ພູນ​ຜະລິດຜົນ. ຜົນງານ​ຂອງ​ສະຫາຍ ບໍ່​ພຽງ​ແຕ່​ສ້າງ​ລາຍ​ຮັບ​ໃຫ້​ຕົນ​ເອງ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ປຸກລະດົມ​ຈິດໃຈ “ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ໃຫ້​ແກ່​ພະນັກງານ-ນັກຮົບ​ໃນ​ທົ່ວ​ກົມ​ກອງ​ໄດ້​ເປັນ​ຢ່າງ​ດີ. ໂດຍ: ແກ້ວ ໄຊ​ມະນີ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ