ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ເປີດ​ອົບຮົມ-ຫັດ​ແອບ ໄລຍະ​ສັ້ນ ໃຫ້​ລັດຖະກອນ​ປ້ອງ​ກັນ​ຊາດ ຊຸດ​ທີ I ປະຈຳ​ປີ 2026
ເວລາອອກຂ່າວ: 2026-07-09 09:12:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ວັນ​ທີ 6 ກໍລະກົດ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ເປີດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ເຝິກຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ ໃຫ້​ຄູ​ອາສາ​ສະໝັກ ເຂົ້າ​ເປັນລັດ ຖະກອນ​ປ້ອງ​ກັນ​ຊາດ ຊຸດ​ທີ I ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ສະຫາຍ ສົມ​ຈິດ ແພງ​ສະ​ຫວັດ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 6 ຫ້ອງ, ພະແນກການ, ຄະນະ​ອຳນວຍ​ການ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ຄະນະ​ຮັບຜິດຊອບ, ພະນັກງານ​ຄູ-ອາ ຈານ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ ລັດຖະກອນ​ປ້ອງ​ກັນ​ຊາດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພູ​ທອງ ໄຊ​ຍະ​ຊຳ ຮອງ​ຫົວໜ້າ​ຫ້ອງ​ເສ ນາ​ທິ​ການ​ທະຫານ ກອງ​ບັນຊາ​ ການ​ທະຫານ​ແຂວງຈຳປາ​ສັກ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ວ່າ​ດ້ວຍ​ການອະນຸມັດເປີດ​ ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ ແລະ ວຽກ​ງານ​ພະລາ ທິການ-ເຕັກນິກ ໃຫ້​ຄູ​ອາສາ​ສະ ໝັກ ເຂົ້າ​ເປັນ​ລັດຖະກອນປ້ອງ ​ກັນ​ຊາດ ປະຈຳ​ປີ 2026. ຈາກ​ນັ້ນ, ສະຫາຍ ພັນ​ໂທ ຈັນທາ ແກ້ວ​ພົມ ຫົວໜ້າ​ພະ​ແນກ​ອົບຮົມ ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ຈຸດ ປະສົງ ກໍ​ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດທາງ​ດ້ານ ​ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ຄູ​ອາສາ​ສະໝັກ, ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ເຂົາເຈົ້າ ມີ​ນ້ຳໃຈ​ຮັກ​ຊາດ, ຮູ້​ສ້າງ​ແຜນການ-ແບບ ແຜນ​ວິທີ​ເຮັດ​ວຽກ ແລະ ຮູ້​ນຳ​ໃຊ້​ອາວຸດ-ຍຸດ​ໂທ​ປະກອນ ເຂົ້າໃນ​ວຽກ​ງານ​ຕົວ​ຈິງ. ສຳລັບ​ເນື້ອ​ໃນ​ເອກະສານ ທີ່​ນຳ​ມາ​ອົບຮົມ-ຫັດ​ແອບ ມີພາກ​ການເມືອງ, ພາກ​ສິ ລະ​ປະຍຸດ, ພາກ​ຍຸດທະວິທີ, ກຳ ນົດ​ເວລາ​ອົບຮົມ ທັງ​ໝົດ 42 ວັນ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ເຊິ່ງ​ກ່ອນ​ອື່ນ​ສະຫາຍ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ວຽກ​ງານ​ອົບຮົມ-ຫັດ​ແອບ ແລະ ໄດ້​ເນັ້ນ​ໜັກ​ໃຫ້​ຄູ​ອາສາ​ສະໝັກ​ປ້ອງ​ກັນ​ຊາດ ຈົ່ງ​ພ້ອມ​ກັນ​ກຳ​ແໜ້ນ​ເນື້ອ​ໃນ​ບົດຮຽນ​ແຕ່​ລະ​ພາກວິຊາ ເພື່ອ​ນຳໄປຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງ​ຕາມ​ຫຼັກການ ແລະ ຮັບປະ ກັນ​ຄວາມ​ປອດ​ໄພ 100%. ໂດຍ: ນາງ ສີ​ລິ​ຄານ ສີດາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ