ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ເປີດ​ຮຽນ​ສະໜັບສະໜູນ ແລະ ກົດ​ລະບຽບ​ພັກ ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ ເປົ້າ​ໝາຍ​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ຄັ້ງ​ທີ II ປີ 2026
ເວລາອອກຂ່າວ: 2026-07-09 09:10:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 6 ກໍລະກົດ 2026 ນີ້, ຫ້ອງ​ການ ເມືອງ ກົມ​ໃຫຍ່​ການເມືອງ​ກອງ ທັບ ໄດ້​ເປີດ​ຮຽນ​ເອກະສານ​ສະ ໜັບສະໜູນ ແລະ ກົດ​ລະບຽບ​ພັກ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ, ເປົ້າ​ໝາຍ​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ ຢູ່​ບັນດາ​ກົມ, ຫ້ອງການ, ກອງ ໃນ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ, ໂດຍ​ການ​ບັນຍາຍ​ເອກະສານ ຂອງ​ສະຫາຍ ພັນ​ໂທ ສອນ​ໄຊ ອິນ​ທະ​ວົງ ກຳມະການ​ຄະນະ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ມະຫາຊົນ​ຜູ້​ກ້າວໜ້າ ເປົ້າ​ໝາຍ​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ ໃນ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ຈຳນວນ 61 ສະຫາຍ, ຍິງ 26 ສະຫາຍ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸກ​ສາຄອນ ຈັນ​ຍາ​ຫານ ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ປະຈຳ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຮຽນ​ສະໜັບສະໜູນ ແລະ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຮຽນ​ກົດ​ລະບຽບ​ພັກ​ໃຫ້​ມະຫາຊົນ​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ຢູ່ ກົມ​ໃຫຍ່​ການເມືອງ​ກອງທັບ ຄັ້ງ​ທີ I ປີ 2026 ໂດຍ​ປະຕິບັດ​ຕາມ​ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI ໝວດ​ທີ I ມາດຕາ 2 ວ່າ​ດ້ວຍ​ລະບຽບ​ການ​ຂະຫຍາຍ​ພັກ ໃນ​ນີ້, ມີ​ມະ ຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ສະ ໜັບສະໜູນ 30 ສະຫາຍ, ຍິງ 9 ສະຫາຍ ແລະ ມີ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ກົດ​ລະບຽບ​ພັກ 31 ສະຫາຍ, ຍິງ 17 ສະຫາຍ. ສຳລັບ​ເອກະສານ​ທີ່​ນຳ​ມາ​ເປີດ​ຮຽນ​ໃຫ້​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ເຂົ້າ​ພັກ​ຄັ້ງ​ນີ້ ມີ​ເອກະສານ​ຮຽນ​ສະໜັບສະໜູນ​ພັກ ແລະ ເອກະສານ​ກົດ​ລະບຽບ​ພັກ​ປະຊາ ຊົນ​ປະຕິວັດ​ລາວ ສະໄໝ​ທີ XI ເພື່ອ​ຮັບປະກັນ​ໃຫ້​ແກ່​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ແຈ້ງ​ຢ່າງ​ເລິກ​ເຊີ່ງ ແລະ ກຳແໜ້ນ​ບັນດາ​ເນື້ອ​ໃນ​ສຳຄັນ ເປັນຕົ້ນ​ແມ່ນ ຮັບ​ຮູ້​ໄດ້​ມາດຖານ​ເງື່ອນ ໄຂ, ສິດ ແລະ ຂໍ້​ຫ້າມຂອງ​ສະມາ ຊິກ​ພັກ ຂອງ​ພັກ​ປະຊາຊົນ​ປະຕິ ວັດ​ລາວ. ໂດຍ: ຄຳ​ແພງ ພົມ​ມະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ