ສະຫຼຸບຕີລາຄາການນຳພາຄະນະບໍລິຫານງານພັກ ກອງພົນທີ 4 ຄັ້ງທີ VI ສະໄໝທີ VII
ເວລາອອກຂ່າວ: 2026-07-09 09:10:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງພົນທີ 4 ໄດ້ສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກ ຄັ້ງທີ VI ສະໄໝທີ VII ປະຈຳໄຕມາດ II ແລະ ວາງທິດທາງແຜນການປະຈຳໄຕມາດ III ປີ 2026 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ເຂັມພອນ ມູນທະດີ ຮອງເລຂາຄະນະພັກກອງພົນ, ຫົວໜ້າການທະຫານກອງພົນທີ 4, ມີຄະນະພັກກອງພົນທີ 4, ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ເຂັມພອນ ມູນທະດີ ຮອງເລຂາຄະນະພັກກອງພົນ, ຫົວໜ້າການທະຫານກອງພົນທີ 4 ໄດ້ສະຫຼຸບຕີລາຄາຄືນການນຳພາຂອງຄະນະບໍລິ ຫານງານພັກ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຄະນະພັກ-ຄະນະບັນຊາ ໄດ້ເປັນເຈົ້າການໃນການຊີ້ນຳ - ນຳພາ ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງພົນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໃນນີ້ ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຂອບເຂດກົມກອງຕັ້ງທັບ ພົວພັນກັບອຳນາດການປົກຄອງທ້ອງຖິ່ນບ້ານ, ເມືອງ, ແຂວງ, ບົນພື້ນຖານປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ພ້ອມນີ້ ຍັງໄດ້ຈັດຕັ້ງລະບອບປະຈຳການ 3 ຂັ້ນ ຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ ເຮັດໃຫ້ສະພາບໃນຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ນອກນັ້ນຍັງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ເປັນສຳຄັນສອດຫ້ອຍເຂົ້າໃນທຸກຂົງເຂດວຽກ
ງານຂອງກົມກອງ ພ້ອມທັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ປະຕິບັດຕາມ 5 ຫຼັກ ການ 3 ທິດນຳ ຂອງພັກວາງອອກ ຕິດພັນກັບ ການກໍ່ສ້າງໜ່ວຍ
ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ນອກນັ້ນຍັງໄດ້ ເອົາໃຈໃສ່ປັບປຸງລະບຽບແບບແຜນປະຕິບັດຕາມຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມງວດ, ຊີ້ນຳບັນດາກົມກອງ ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ ໂດຍປະຕິບັດຕາມທິດນຳ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ຊີ້ນຳວຽກງານການກໍ່ສ້າງ ແລະ ສ້ອມແປງ ພື້ນຖານໂຄງລ່າງຂອງບັນດາກົມກອງໃນທົ່ວກອງພົນ, ເອົາໃຈໃສ່ ຊີ້ນຳ-ນຳພາ ພະນັກງານ ນັກຮົບອົບຮົມການເມືອງ, ຫັດແອບການທະຫານ, ພະລາທິການ-ເຕັກນິກ ປະຈຳປີ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ກາຍເປັນພະນັກງານຮຸ້ນສືບທອດປ່ຽນແທນທີ່ດີໃນສຸມປີຕໍ່ໜ້າ. ໃນກອງປະຊຸມຍັງ ໄດ້ປະກອບຄຳເຫັນໃສ່ບົດສະຫຼຸບຢ່າງມີເນື້ອໃນເລິກເຊິ່ງເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ບັນດາສະຫາຍໃນ ຄະນະພັກກອງພົນ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ-ຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ດ້ວຍຄວາມເປັນເອກະພາບສູງ, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຄວາມສາມັກຄີ, ຄວາມເປັນປຶກແຜນແກ່ນສານ ແລະ ພ້ອມກັນຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ, ເສີມຂະຫຍາຍຈຸດດີ, ແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ ທິດທາງແຜນການປະຈຳ ໄຕມາດ III ປີ 2026 ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















