ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ພະ​ແນກ​ສະຫະພັນ​ແມ່ຍິງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 1 ສະຫຼຸບ​ວຽກ​ງານ​ຮອບດ້ານ
ເວລາອອກຂ່າວ: 2026-07-09 09:08:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ພະ​ແນກ​ສະຫະພັນ​ແມ່ຍິງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ສະຫຼຸບ ວຽກ​ງານ​ຮອບດ້ານ ແລະ ວຽກ​ງານ ຂະ​ບວນ​ການ​ແຂ່ງຂັນ 3 ດີ ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2026 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ຮຽງ ພິ​ມະ​ວົງ ຫົວໜ້າ​ຫ້ອງ​ການເມືອງ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1, ມີ​ອົງການ 5 ຫ້ອງ, 4 ກອງພັນ​ນັກຮຽນ, ອົງ​ການຈັດຕັ້ງ​ມະຫາຊົນ ຕະຫຼອດ​ຮອດ​ສະມາຊິກ​ແມ່ຍິງ​ທົ່ວ​ໂຮງ ຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ຟອງ​ຄຳ ອະ​ພົງ​ສັກ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ໃນ​ຂົງເຂດ​ວຽກ​ງານ​ ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ຄະນະ​ແມ່ຍິງ​ພວກ​ເຮົາ​ໄດ້​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ​ນຳພາ​ແນວ​ຄິດ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ທົ່ວ​ໂຮງ ຮຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄຳ​ສັ່ງ ແລະ ເອກະສານ​ສຳຄັນ​ຕ່າງໆ​ຂອງ​ພັກ ຂອງ​ລັດ ຂອງ​ກອງທັບ ແລະ ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ ເຮັດ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ ພ້ອມ​ນີ້​ກໍ​ໄດ້​ເອົາໃຈໃສ່​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ດ້ວຍ​ການ​ປູກຝັງ-ລ້ຽງສັດ ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ ຂອງ​ເອື້ອຍ​ນ້ອງ​ແມ່ຍິງ​ມີ​ຊີວິດ ​ດີ​ຂຶ້ນ ນອກ​ນັ້ນ​ ຍັງ​ໄດ້​ປະຕິບັດ​ວຽກ​ງານ​ນະໂຍບາຍ-ຍ້ອງຍໍ​ຕໍ່​ ກັບ​ແມ່ຍິງ ໃນ​ເວລາ​ເຈັບເປັນ, ເກີດ​ລູກ ຖືກຕ້ອງ​ຕາມ​ລະບຽບ​ການ​ຂອງ​ຂັ້ນ​ເທິງ​ວາງ​ອອກ, ພ້ອມ​ທັງ​ເຮັດ​ວຽກ​ງານ​ປົກ​ປ້ອງ​ສິດຜົນປະໂຫຍດ​ຂອງ ແມ່ຍິງ-ເດັກນ້ອຍ, ສົ່ງເສີມ​ຄວາມ​ກ້າວ ໜ້າ ແລະ ຄວາມ​ສະເໝີພາບ​ຍິງ-ຊາຍ, ພ້ອມ​ນີ້, ພະ​ແນກ​ພວກ​ເຮົາ​ຍັງ​ໄດ້​ສ້າງ​ກຸ່ມ​ທ້ອນ​ເງິນ ພັດທະນາ​ແມ່ຍິງ 1 ກຸ່ມ ມີ​ສະມາຊິກ 487 ສະຫາຍ ມີ​ເງິນ​ທ້ອນ 27.140.000 ກີບ, ນອກຈາກ​ສ້າງ​ກຸ່ມ​ທ້ອນ​ເງິນ​ພັດທະນາ​ຂອງ​ແມ່ຍິງ​ແລ້ວ ຍັງ​ໄດ້​ສ້າງ​ກຸ່ມ​ເງິນ​ທ້ອນ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຂອງ​ບັນດາ​ໜ່ວຍ ສະຫະພັນ​ແມ່ຍິງ​ຈຳນວນ 10 ກຸ່ມ​ມີ​ສະມາຊິກ 235 ສະຫາຍ ມີ​ເງິນ​ທ້ອນ 180.704.000 ກີບ, ໃນ​ຄັງ​ສະຫວັດດີ​ການ​ຂອງ​ກຸ່ມ​ມີ​ເງິນ​ສະ​ສົມ​ຈຳນວນ 4.862.000 ກີບ, ຜ່ານ​ການເຄື່ອນໄຫວ​ເຮັດ​ວຽກ​ງານ​ຕົວ​ຈີງ​ໃນ​ໄລຍະ​ຜ່ານ​ມາ​ສາມາດ​ຄັດ​ເລືອກ​ບຸກຄົນ 3 ດີ ປະເພດ I ມີ 168 ສະຫາຍ,ປະເພດ II ມີ 1 ສະຫາຍ, ໄດ້​ຮັບ​ການ​ຢັ້ງ ຢືນ​ເປັນ​ໜ່ວຍ 3 ດີ ມີ 10 ໜ່ວຍ ແລະ ກົມ​ກອງ​ນຳພາ-ຊີ້​ນຳ​ດີເດັ່ນ ມີ 5 ກົມ​ກອງ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ນາງ ສີດາ​ວັນ ເພັດ​ດາລາ ຮອງ​ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ໂຮງຮຽນ​ກໍໄດ້​ຂຶ້ນ​ຜ່ານ ບົດ​ວິໄສ​ທັດ​ພັດທະນາ​ແມ່ຍິງ 5 ປີ(2026-2030) ຕາມ​ທິດ​ທາງ​ລວມ, ເປົ້າ​ໝາຍ, ຄາດໝາຍ ແລະ ແຜນ​ວຽກ​ຈຸດ​ສຸມ ແຜນ​ພັດທະນາ​ແມ່ຍິງ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ທະຫານ​ຮາບ​ເລກ 1 ຮອດ​ປີ 2035. ຂ່າວ: ອາ​ລຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ