ຫົວໜ້າກົມກໍ່ສ້າງຮາກຖານລົງຊຸກຍູ້ ແລະ ພົບປະໂອ້ລົມຄູລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2026-07-09 09:05:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ: ![]()
ໃນວັນທີ 6 ກໍລະກົດ 2026 ນີ້, ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຫົວໜ້າກົມກໍ່ສ້າງຮາກຖານ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ ແລະ ພົບປະໂອ້ລົມຄູລັດຖະກອນປ້ອງກັນຊາດຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ, ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງຄະນະພັກ-ຄະນະອຳນວຍການໂຮງຮຽນ ຕະຫຼອດຮອດຄູລັດຖະກອນປ້ອງກັນຊາດ.
ສະຫາຍ ພັນໂທ ພອນແກ້ວ ດາລາເພັດ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຕ່າງໆໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງບາງດ້ານ, ໃນນີ້ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະ
ນັກງານ-ນັກຮົບ, ນັກຮຽນໂດຍສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ນັກຮຽນໄດ້ເອົາໃຈໃສ່ອອກແຮງແຂ່ງຂັນກັນໃນການຄົ້ນຄວ້າຮ່ຳຮຽນ ແລະ ປະຕິບັດຂໍ້ກຳນົດກົດລະບຽບໃນການຮຽນ-ການສອນໃນໄລຍະຜ່ານມາໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ.
ໂອກາດນີ້, ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ຄູ-ອາຈານ ທຸກສະຫາຍທີ່ໄດ້ເອົາໃຈໃສ່ຊີ້ນຳສິດສອນຢ່າງໃກ້ສິດຕິດແທດຕໍ່ບັນດານັກ
ຮຽນ-ນັກສຶກສາ ພ້ອມທັງຮຽກ ຮ້ອງມາຍັງຄູອາຈານ, ຄູລັດ ຖະກອນປ້ອງກັນຊາດທຸກສະ ຫາຍ ເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານ, ເອົາໃຈ ໃສ່ໃນການນຳພາ-ຊີ້ນຳຫັດແອບຕາມຫຼັກການຢ່າງເຂັ້ມງວດ ແລະ ພ້ອມກັນນຳເອົາ
ເນື້ອໃນບົດຮຽນ, ພາກທິດສະດີ-ຫຼັກການມາໝູນໃຊ້ເຂົ້າໃນການອົບຮົມ-ຫັດແອບໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ, ຮັບປະກັນໄດ້ທາງດ້ານພະຫານະ, ກຳລັງພົນໃຫ້ປອດໄພ 100%. ທັງນີ້ກໍ່ເພື່ອເປັນການປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ພ້ອມກັນຍົກສູງຄວາມຮູ້ຄວາມສາມາດ, ກຳແໜ້ນພາກທິດສະດີຫຼັກການທີ່ຄູ-ອາຈານໄດ້ສິດສອນ ມານຳໃຊ້ເຂົ້າໃນການຫັດແອບພາກສະໜາມຢູ່ພູມີປະເທດຕົວຈິງໃຫ້ມີຄວາມຊຳນິຊຳນານ ມີຄວາມຄ່ອງແຄ່ວ ແລະ ມີຜົນສຳເລັດສູງ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















