ກົມກວດກາ ກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 11
ເວລາອອກຂ່າວ: 2026-07-08 15:36:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 707 | ຄວາມນິຍົມ: ![]()
ວັນທີ 7 ກໍລະກົດ 2026 ນີ້, ກົມກວດກາ ກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 11, ມີ ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 11, ສະຫາຍ ພັນເອກ ສົມແພງ ແກ້ວສິລາ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກການເມືອງ, ປະທານກວດກາ ພັກ-ລັດ ກອງພັນໃຫຍ່ 11 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ຂອງກົມກອງ ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ແລະ ນັກຮົບ ຢູ່ພາຍໃນກົມກອງເປັນປະຈໍາ, ຊີ້ນຳ-ນຳພາ, ຕິດຕາມ-ກວດກາ ວຽກງານວິຊາສະເພາະແຕ່ລະດ້ານ ໂດຍສະເພາະວຽກງານກວດກາພັກ-ລັດ ໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານປີ່ນອ້ອມ ຂອງກົມກອງ ໂດຍສະເພາະແມ່ນການຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍບັນດາມະຕິ, ຄໍາສັງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ພາລະບົດບາດ, ໜ້າທີ່, ສິດຂອບເຂດ ແລະ ຄວາມຮັບຜິດຊອບ ຂອງຄະນະບັນຊາແຕ່ລະຂັ້ນ ໂດຍສະເພາະການປະຕິບັດ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ, ນໍາພາ-ບັນຊາ ຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີຮັກແພງພາຍໃນອັນແໜ້ນແຟ້ນ, ພ້ອມທັງ ຕິດຕາມເກັບກຳການດໍາເນີນຮ່ວມຊີວິດພັກ, ຊຸກຍູ້ ແລະ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຕິດພັນກັບກອງ 3 ປອດ, ກົມກອງວັດທະນະທຳ ແລະ ການກໍ່ສ້າງຂະຫຍາຍພັກ ຕາມ 5 ຫຼັກການ 3 ທິດນໍາ ຂອງພັກ ຢ່າງເຂັ້ມງວດ.
ໂອກາດນີ້, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ໄດ້ມີຄຳເຫັນຕໍ່ການລາຍງານ ແລະ ມີຄໍາຖາມເຈາະຈີ້ມຕໍ່ ບາງວຽກງານ ເພື່ອເກັບກຳຂໍ້ມູນ ແລະ ໃຫ້ທິດຊີ້ນຳຕໍ່ ຄະນະພັກ-ຄະນະບັນຊາ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ທັນການ. ຜ່ານການລົງກວດກາຄັ້ງນີ້ເຫັນວ່າ: ຄະນະພັກ -ຄະນະບັນຊາ ແຕ່ລະຂັ້ນ ໄດ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ພາຍໃນຄະນະມີຄວາມສາມັກຄີ, ລົງໃກ້ຊິດຕິດແທດ, ຕິດຕາມ, ກວດກາ ບັນດາອົງການ, ພະແນກການ, ກົມກອງ ເຮັດໃຫ້ພື້ນຖານມີຄວາມສະຫງົບ, ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນໄດ້ດີ ເຮັດໃຫ້ວຽກງານກວດກາ ຢູ່ພາຍໃນກົມກອງ ໃຫ້ມີຄວາມເຂັ້ມແຂງ, ສາມາດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກໍາໄດ້ສະພາບການພົ້ນເດັ່ນ ແລະ ປະກົດການຫຍໍ້ທໍ້ໄດ້ດີ ເພື່ອແກ້ໄຂບັນຫາໄດ້ທັນກັບສະພາບການ, ແຕ່ລະພາກສ່ວນ ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ໄດ້ຢ່າງເຂັ້ມງວດ. ຈາກນັ້ນ, ກໍໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ກອງພັນ 705 ແລະ ເຂດເຕັກນິກ ຂອງກອງພັນໃຫຍ່ 11 ຕື່ມອີກ.
ໂດຍ: ໄລບອຍ ຈັນທະມາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















