ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ເກີດຈາກຫຼາຍປັດໃຈ ທີ່ລາຄານໍ້າມັນຫຼຸດລົງ ແຕ່ລາຄາສິນຄ້າ ແລະ ການບໍລິການ ບໍ່ຫຼຸດລົງ
ເວລາອອກຂ່າວ: 2026-07-08 14:25:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ບັນຫາລາຄານໍ້າມັນເຊື້ອໄຟ ມີແນວໂນ້ມຫຼຸດລົງແລ້ວ ແຕ່ລາຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫຼຸດລົງ ຕໍ່ບັນຫາດັ່ງກ່າວ ແມ່ນເກີດຈາກຫຼາຍປັດໄຈ ທາງເສດຖະກິດທີ່ຕິດພັນກັນ ຄື: ຄວາມໜຽວດ້ານລາຄາ ໝາຍວ່າ: ລາຄາສິນຄ້າ ເມື່ອໄດ້ປັບຕົວຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ ນີ້, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍສະເພາະ ບັນຫາລາຄານໍ້າມັນເຊື້ອໄຟ ມີແນວໂນ້ມຫຼຸດລົງແລ້ວ ແຕ່ລາຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫຼຸດລົງ ຕໍ່ບັນຫາດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ມີ 2 ປະເດັນຫຼັກ ໃຫ້ຄວາມຈະແຈ້ງ ຄື: ປະເດັນທີ 1: ສາເຫດທີ່ລາຄາສິນຄ້າ ແລະ ການບໍລິການ ຍັງບໍ່ທັນປັບຕົວຫຼຸດລົງໃນທັນທີ ເຖິງວ່າລາຄານໍ້າມັນເຊື້ອໄຟ ຈະຫຼຸດລົງແລ້ວນັ້ນ ແມ່ນເກີດຈາກຫຼາຍປັດໄຈທາງເສດຖະກິດທີ່ຕິດພັນກັນ ຄື: ຄວາມໜຽວດ້ານລາຄາ (Price Sticky): ໃນທາງເສດຖະສາດ, ລາຄາສິນຄ້າ ເມື່ອໄດ້ປັບຕົວຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ (Sticky Prices). ເນື່ອງຈາກຜູ້ປະກອບການ ຍັງມີຄວາມກັງວົນຕໍ່ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງ ຂອງສະພາບເສດຖະກິດ, ຕົ້ນທຶນສິນຄ້າເກົ່າຕົກຄ້າງໃນສາງ (Inventory Cost), ຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຜູ້ຂາຍສົ່ງ-ຂາຍຍ່ອຍ ຍັງມີສິນຄ້າເກົ່າທີ່ຕົກຄ້າງໃນສາງຊຶ່ງເປັນສິນຄ້າທີ່ໄດ້ນໍາເຂົ້າ ຫຼື ຜະລິດໃນຊ່ວງທີ່ຕົ້ນທຶນພວມຢູ່ໃນລະດັບສູງ, ຕົ້ນທຶນເຫຼົ່ານັ້ນ ລວມມີຄ່ານໍ້າມັນ, ວັດຖຸດິບ, ປຸ໋ຍ, ຫົວອາຫານສັດ, ຄ່າຂົນສົ່ງ, ຄ່າເຊົ່າ ແລະ ຄ່າໃຊ້ຈ່າຍອື່ນໆ ຊຶ່ງບໍ່ສາມາດປັບຫຼຸດລົງຍ້ອນຫຼັງໄດ້, ຕົ້ນທຶນແຝງອື່ນໆ ໃນຕ່ອງໂສ້ການສະໜອງຕົ້ນທຶນບາງປະເພດ ເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການໂລຈິສຕິກບາງປະເພດ ໄດ້ປັບຕົວຂຶ້ນໄປແລ້ວ. ຕົ້ນທຶນເຫຼົ່ານີ້ ບໍ່ສາມາດປັບຫຼຸດລົງໄດ້ຕາມລາຄານໍ້າມັນໃນທັນທ່ວງທີ, ຂໍ້ຈຳກັດໃນການປະຕິບັດມາດຕະການຄວບຄຸມລາຄາ: ໃນທາງທິດສະດີ ການກໍານົດໂຄງສ້າງລາຄາ ແລະ ຕິດຕາມກວດກາ ຖືເປັນວິທີການທີ່ດີ, ແຕ່ໃນພາກປະຕິບັດຕົວຈິງ ແມ່ນມີຄວາມທ້າທາຍສູງ ຍ້ອນຖານຂໍ້ມູນຍັງບໍ່ທັນຊັດເຈນ, ລາຍການສິນຄ້າມີຈຳນວນຫຼວງຫຼາຍ ແລະ ບຸກຄະລາກອນ ທີ່ເຮັດວຽກດ້ານລາຄາມີຈຳກັດ. ຖ້າຫາກພວກເຮົາກໍານົດລາຄາທີ່ບໍ່ສອດຄ່ອງກັບຕົ້ນທຶນຕົວຈິງ ກໍຈະເກີດການບິດເບືອນກົນໄກຕະຫຼາດ ຊຶ່ງອາດສົ່ງຜົນໃຫ້ເກີດການຂາດແຄນສິນຄ້າ ແລະ ກະຕຸ້ນໃຫ້ມີການຄ້ານອກລະບົບເພີ່ມຂຶ້ນ. ຍ້ອນແນວນັ້ນ, ຄະນະຄຸ້ມຄອງລາຄາຈຶ່ງໄດ້ສຸມໃສ່ກຸ່ມສິນຄ້າຄວບຄຸມທີ່ຈໍາເປັນທີ່ສຸດກ່ອນ ເປັນຕົ້ນແມ່ນ: ນໍ້າມັນເຊື້ອໄຟ, ເຂົ້າສານໜຽວ (ປະເພດ 2), ຊີ້ນໝູ, ຊີ້ນໄກ່, ໄຂ່, ປານິນ ແລະ ປາດຸກ. ໃນຂະດຽວກັນ, ປະເດັນທີ 2: ກົນໄກ, ມາດຕະການ ແລະ ວິທີການແກ້ໄຂ ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອີງໃສ່ຫຼັກການ ແລະ ມາດຕະການທີ່ກຳນົດໃນດໍາລັດ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍໄດ້ດໍາເນີນ ແລະ ຈະສືບຕໍ່ຜັນຂະຫຍາຍ ດັ່ງນີ້: ກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ໄດ້ວິເຄາະ ແລະ ຮັບຮອງໂຄງປະກອບລາຄາ (Price Structure): ບັງຄັບໃຫ້ຜູ້ດຳເນີນທຸລະກິດສົ່ງໂຄງປະກອບລາຄາ (ຕົ້ນທຶນການຜະລິດ/ຊື້, ຕົ້ນທຶນການຈໍລະຈອນ, ລາຄາຈໍາໜ່າຍ ແລະ ກຳໄລ), ສໍາລັບສິນຄ້າໃນລາຍການຄວບຄຸມ ໃຫ້ອົງການຄຸ້ມຄອງລາຄາກວດກາ ແລະ ຮັບຮອງກ່ອນນໍາໃຊ້ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ, ຕິດຕາມການເໜັງຕີງ ແລະ ການຕິດປ້າຍລາຄາ: ເພີ່ມທະວີການລົງຕິດຕາມກວດກາການຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ມີຄວາມຈະແຈ້ງ ແລະ ໂປ່ງໃສ ເພື່ອບໍ່ໃຫ້ເກີດຄວາມສັບສົນຕໍ່ຜູ້ຊົມໃຊ້, ຊຸກຍູ້ການປະສານງານຮ່ວມກັບທ້ອງຖິ່ນ: ເພີ່ມທະວີການປະສານງານລະຫວ່າງກະຊວງ, ພະແນກ ອຄ ແຂວງ/ນະຄອນ, ແລະ ຫ້ອງການ ອຄ ເມືອງ/ເທສະບານ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດ, ຕິດຕາມພຶດຕິກຳແກ້ໄຂບັນຫາຄວາມເດືອດຮ້ອນຂອງປະຊາຊົນຢ່າງທັນການ, ນໍາໃຊ້ລະບົບສາຍດ່ວນ (Hotline): ໂຄສະນາ ແລະ ເປີດກວ້າງຊ່ອງທາງສາຍດ່ວນ ເພື່ອຮັບແຈ້ງເຫດ, ຂໍ້ມູນ-ຂ່າວສານ ແລະ ຄໍາຮ້ອງຮຽນຈາກຜູ້ຊົມໃຊ້ ທີ່ໄດ້ຮັບຜົນກະທົບ ຈາກການເອົາປຽບດ້ານລາຄາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ