ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຫັດແອບປະສານສຽງແຕກ ໃຫ້ນັກຮຽນບຳລຸງເຫຼົ່າເສນາ ລະບົບ 10 ເດືອນ
ເວລາອອກຂ່າວ: 2026-07-08 10:04:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2026 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ຈັດຕັ້ງຫັດແອບປະສານສຽງແຕກ ກອງຮ້ອຍທະຫານຮາບບຸກຕີຕົວເມືອງ ຂອງຄະນະຊ່ຽງຊານຈີນ ໃຫ້ນັກຮຽນບຳລຸງເຫຼົ່າເສນາ ລະບົບ 10 ເດືອນ ຊຸດທີ 20 ສົກຮຽນ 2025-2026, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ຫົວໜ້າການທະຫານ ວິທະຍາຄານ ນາຍທະຫານບົກ ກົມມະດຳ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນ, ຄະນະວິຊາຄູ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ສຳລັບການຈັດຕັ້ງຫັດແອບປະສານສຽງແຕກ ໃຫ້ນັກຮຽນບຳລຸງເຫຼົ່າເສນາ ຄັ້ງນີ້ ແມ່ນໄດ້ເລີ່ມມາແຕ່ວັນທີ 22 ມິຖຸນາ ຫາ 7 ກໍລະກົດ 2026 ໄດ້ສຳເລັດຕາມແຜນການທີ່ວາງໄວ້. ທັງນີ້ ກໍເພື່ອເປັນພື້ນຖານ ໃຫ້ຄູ-ອາຈານ ປັບປຸງເນື້ອໃນບົດສອນ ໃຫ້ຖືກກັບສະພາບການໃນປັດຈຸບັນ ແລະ ເພື່ອເປັນການທົດສອບຄວາມຮູ້ຄວາມສາມາດ ຂອງນັກຮຽນ ທີ່ໄດ້ຮຽນມາໃນພາກທິດສະດີຫຼັກການ ເພື່ອນຳມາຈັດຕັ້ງປະຕິບັດໝູນໃຊ້ເຂົ້າໃນພາກສະໜາມເທິງພູມີປະເທດຕົວຈິງ ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ້ວ ໃນພາກສະໜາມ ແລະ ໄດ້ຮັບຜົນສູງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ, ຄູອາຈານ ແລະ ນັກຮຽນ ທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ໃນການຫັດແອບຊ້ອມຮົບປະສານສຽງແຕກ ຕາມແຜນການທີ່ວາງໄວ້ ຈົນມີຜົນສຳເລັດ ແລະ ປອດໄພ 100%. ໂດຍ: ນາງ ລານີ ວັນຍາສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ