ຈິດໃຈເພື່ອປະຊາຊົນ: ຜູ້ໂດຍສານພິເສດເທິງລົດເມສາຍ 101 ເຊື່ອມຕໍ່ເມືອງສີວິໄລ ກັບ ເຂດຊົນນະບົດ
ເວລາອອກຂ່າວ: 2026-07-08 09:29:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ: ![]()
ຢູ່ນະຄອນເຈ່ຍຊິ່ງ ແຂວງເຈີ້ຈ່ຽງ ເຂດແຄມທະເລພາກຕາເວັນອອກສຽງໃຕ້ຂອງຈີນ, ມີລົດເມສາຍ 101 ຖ້ຽວເຊື່ອມຕໍ່ຕົວເມືອງ ແລະ ຊົນນະບົດ, ໂດຍເລີ່ມອອກຄິວແຕ່ເວລາ 6 ໂມງເຊົ້າຂອງທຸກມື້, ລົດເມສາຍນີ້ໄດ້ເປີດບໍລິການແລ່ນໄປມາຫາສູ່ກັນລະຫວ່າງເທສະບານເມືອງເຈ່ຍຊິ່ງ ກັບ ຕາແສງເຟີ້ງສຽວ ເມືອງໜານຫູ ເຊິ່ງໄລຍະການເດີນທາງ ລວມທັງໝົດ 20 ກວ່າກິໂລແມັດ, ໄດ້ເຊື່ອມຕໍ່ເມືອງສີວິໄລແຫ່ງນີ້ກັບເຂດຊົນນະບົດທີ່ງຽບສະຫງົບ ສະນັ້ນ, ຊາວທ້ອງຖິ່ນຈຶ່ງເອີ້ນລົດເມສາຍດັ່ງກ່າວວ່າ “ສາຍ101ທີ່ມຸ່ງໜ້າສູ່ຄວາມສຸກ”.
ເມື່ອ 20 ກວ່າປີກ່ອນ, ລົດເມສາຍນີ້ໄດ້ຕ້ອນຮັບຜູ້ໂດຍສານພິເສດຄົນໜຶ່ງ. ວັນທີ 23 ມີນາ 2004, ທ່ານ ສີຈິ້ນຜິງ ເລຂາພັກແຂວງເຈີ້ຈ່ຽງໃນເວລານັ້ນ
ໄດ້ຂຶ້ນລົດເມສາຍ 101 ເພື່ອສອບ ຖາມກ່ຽວກັບຫາງສຽງຂອງປະຊາຊົນທີ່ເຄີຍໃຊ້ບໍລິການລົດເມສາຍນີ້, ຈຳນວນຜູ້ໂດຍ ສານໄລຍະຊົ່ວໂມງເລັ່ງດ່ວນ ແລະ ສະພາບການອື່ນໆອີກ.
ຕອນນັ້ນ, ແຂວງເຈີ້ຈ່ຽງ ໄດ້ ນຳໜ້າກ່ອນໝູ່ດຳເນີນການປະຕິຮູບການຂົນສົ່ງໂດຍສານລະ ຫວ່າງຕົວເມືອງ ແລະ ຊົນນະບົດ ໃຫ້ເຊື່ອມໂຍງເຂົ້າກັນຢູ່ນະຄອນເຈ່ຍຊິ່ງ ມາໄດ້ໜຶ່ງປີແລ້ວ, ລົດເມສາຍ 101 ເປັນເສັ້ນທາງສາຍທຳອິດທີ່ເຮັດສຳເລັດການປະຕິຮູບດັ່ງກ່າວ.
ກ່ອນດຳເນີນການປະຕິຮູບ, ລະບົບການຂົນສົ່ງຄົມມະນາຄົມສາທາລະນະລະຫວ່າງຕົວເມືອງແລະ ຊົນນະບົດ ແມ່ນຖືກຕັດແຍກອອກຈາກກັນຢ່າງຊັດເຈນ, ລົດເມຢູ່ເທສະບານເມືອງ ແມ່ນເຂົ້າທຽບສະຖານີຈອດຕາມກຳ ນົດເວລາ ແລະ ປະຕິບັດລາຄາຂາຍປີ້ເປັນເອກະພາບກັນ, ຂະນະທີ່ເສັ້ນທາງລົດເມຢູ່ຊານເມືອງແມ່ນມອບໃຫ້ເອກະຊົນຮັບເໝົາ ດຳເນີນທຸລະກິດ. ພາຍຫຼັງດຳເນີນການປະຕິຮູບແລ້ວ, ລົດເມຕາມເສັ້ນທາງຊານເມືອງໄດ້ຖືກຄຸ້ມຄອງເປັນເອກະພາບກັນຕາມມາດຕະຖານລົດເມເທສະບານເມືອງ ໂດຍແມ່ນລັດ ແລະ ພາກເອກະຊົນຮ່ວມກັນດຳເນີນທຸລະກິດ.
ພາຍຫຼັງຂຶ້ນລົດໄດ້ 40 ນາທີແລ້ວ, ລົດເມກໍເຂົ້າທຽບປ້າຍຈອດທີ່ບ້ານຊ່ານຊິ່ງ. ທ່ານ ສີ ຈິ້ນຜິງ ລົງລົດແລ້ວໄດ້ເດີນ ທາງ ເຂົ້າໄປຢູ່ທ່າມກາງຊາວ ບ້ານບ້ານຊ່ານຊິ່ງ ແລະ ສືບຕໍ່ສອບຖາມຄຳຄິດເຫັນຂອງທຸກຄົນ ກ່ຽວກັບການພັດທະນາຕົວເມືອງ ແລະ ຊົນນະບົດແບບເຊື່ອມໂຍງເຂົ້າກັນ ໂດຍສະເພາະແມ່ນການປະຕິບັດງານຂອງຜູ້ປະກອບການລົດເມໂດຍສານ.
ການລົງສຳຫຼວດຄົ້ນຄວ້າສະເພາະການວາງແຜນເປັນເອກະພາບກັນ ເພື່ອພັດທະນາຕົວເມືອງ ແລະ ຊົນນະບົດຂອງນະຄອນເຈ່ຍຊິງເປັນເວລາ 4 ວັນຄັ້ງນັ້ນ, ເຮັດໃຫ້ທ່ານ ສີ ຈິ້ນຜິງ ໄດ້ສຳຜັດຕົວຈິງ ແລະ ຮູ້ສຶກໄດ້ເຖິງການປ່ຽນແປງອັນເລິກເຊິ່ງ ທີ່ເກີດຈາກການພັດທະນາຕົວເມືອງ ແລະ ຊົນນະບົດແບບເຊື່ອມໂຍງເຂົ້າກັນ ພ້ອມທັງ ໄດ້ມີແນວຄວາມຄິດອັນຊັດເຈນ ສຳລັບການພັດທະນາຕົວເມືອງ ແລະ ຊົນນະບົດຂອງແຂວງເຈີ້ຈ່ຽງ ໃນບາດກ້າວຕໍ່ໄປ.
ປີດຽວກັນ, ພາຍໃຕ້ການຊີ້ນຳຈາກທ່ານ ສີ ຈິ້ນຜິງ ແຂວງເຈີ້ຈ່ຽງ ໄດ້ນຳໜ້າກ່ອນໝູ່ໃນທົ່ວປະເທດ ວາງແຜນເປັນເອກະ ພາບກັນພັດທະນາຕົວເມືອງ ແລະ ຊົນນະບົດ ເພື່ອຊຸກຍູ້ການ ພັດທະນາຕົວເມືອງ ແລະ ຊົນນະ ບົດແບບເຊື່ອມໂຍງເຂົ້າກັນຂອງແຂວງເຈີ້ຈ່ຽງ. ຈາກນີ້, ການປະສານສົມທົບການພັດທະນາຕົວເມືອງ ແລະ ຊົນນະບົດຢ່າງກົມກຽວ ໄດ້ເລີ່ມຂຶ້ນຢ່າງເປັນທາງການໃນທົ່ວແຂວງເຈີ້ຈ່ຽງ.
ເພື່ອຊອກຫາວິທີແກ້ໄຂບັນຫາໃນການສຳຫຼວດຄົ້ນຄວ້າ, ສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານ, ການສອບຖາມ ແລະ ຊອກຄົ້ນຂອງທ່ານ ສີ ຈິ້ນຜິງ ບໍ່ເຄີຍຢຸດຈຶ້ງຈັກເທື່ອ.ຍົກຕົວຢ່າງ: ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ເພິ່ນໄດ້ນຳພາພະນັກງານວາງໂຕະຕັ່ງຢູ່ຕາມແຄມຖະໜົນ, ເມື່ອມີປະຊາຊົນທີ່ມາຕະຫຼາດນັດຍ່າງຜ່ານ, ເຂົາເຈົ້າກໍຢາຍແບບສອບຖາມໃຫ້ແກ່ປະຊາຊົນ ເພື່ອຮັບຮູ້ເຖິງຄວາມຕ້ອງການ ແລະ ຄຳສະເໜີຂອງປະຊາຊົນ; ຕອນເປັນການນຳຢູ່ແຂວງຟູຈ້ຽນ, ເພິ່ນໄດ້ຈັດວາງການເດີນທາງໄປຢ້ຽມຢາມເຂດຊຸມຊົນແອອັດ ໃນມື້ທີ່ອາກາດຮ້ອນເອົ້າທີ່ສຸດຂອງລະດູຮ້ອນ ຈຸດປະສົງກໍເພື່ອໃຫ້ພະນັກງານທຸກຄົນ ໄດ້ສຳຜັດເຖິງຄວາມຫຍຸ້ງຍາກລຳບາກຂອງປະຊາຊົນດ້ວຍຕົນເອງ; ຕອນເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເພິ່ນໄດ້ໄປຮອດໄປເຖິງເກືອບທຸກທ້ອງຖິ່ນໃນທົ່ວແຂວງ, ພາຍຫຼັງເກັບກຳຂໍ້ມູນສະພາບການຂອງແຂວງ ແລະ ຊາວກະສິກອນຢ່າງເຕັມສ່ວນແລ້ວ, ໄດ້ວາງແຜນປະຕິບັດ “ໂຄງການພັນໝື່ນ” ເພື່ອຍົກສູງຄຸນນະພາບຊີວິດຂອງຊາວກະສິກອນິ່
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ເພື່ອຊຸກຍູ້ແກ້ໄຂບັນຫາພົ້ນເດັ່ນກ່ຽວກັບ “ສອງບໍ່ກັງວົນ ສາມຮັບປະກັນ”, ທ່ານ ສີ ຈິ້ນຜິງ ໄດ້ເດີນທາງດ້ວຍພາຫະນະສາມປະເພດພາຍໃນມື້ດຽວ, ຄືການເດີນທາງຈາກນະຄອນຫຼວງປັກກິ່ງໄປເກັບກຳຂໍ້ມູນຢູ່ບ້ານຮວາຊີ່ ທີ່ເປັນບ້ານຫ່າງໄກສອກຫຼີກຢູ່ກຳແພງນະຄອນຈຸ່ງກິ່ງ. ຢູ່ເດີ່ນບ້ານຂອງຊາວບ້ານບ້ານສິບແປດຖ້ຳແຂວງຫູໜານ, ຢູ່ລຸ່ມຕຶກນ້ອຍຂອງບ້ານຮວ່າມ້າວ ນະຄອນຈຸ່ນຢີ້ ແຂວງກຸ້ຍໂຈ່ວ, ຢູ່ຂ້າງເຕົາໄຟຂອງຄອບຄົວທຸກຍາກທີ່ເຂດພູຕ້າຫຼຽງ ແຂວງເສສວນິ່ ການປະຊຸມເພື່ອສຳຫຼວດເກັບກຳຂໍ້ມູນຫຼາຍໆຄັ້ງໄດ້ຈັດຂຶ້ນຢູ່ທ່າມກາງມະຫາຊົນ.
ທ່ານ ສີ ຈິ້ນຜິງ ເວົ້າວ່າ: “ຂ້າພະເຈົ້າໄດ້ເຄື່ອນໄຫວສຳຫຼວດຊອກຮູ້ຂໍ້ມູນຢູ່ບາງທ້ອງ ຖິ່ນ, ໄດ້ເຫັນໄດ້ຟັງສະພາບຈຳນວນບໍ່ໜ້ອຍ, ໄດ້ຮັບແຮງບັນ
ດານໃຈ ແລະ ຜົນໄດ້ຮັບຫຼາຍ. ທຸກເທື່ອທີ່ໄປຢາມເຮືອນປະຊາ ຊົນ ມັກຈະຖາມວ່າຍັງມີຄວາມຫຍຸ້ງຍາກຫຍັງແດ່, ຄຳເວົ້າຂອງພີ່ນ້ອງຊາວບ້ານຂ້າພະເຈົ້າໄດ້ຈົດໄວ້ໃນໃຈທັງໝົດ.”ຄຳເວົ້າຂອງທ່ານ ສີ ຈິ້ນຜິງ ໄດ້ຊີ້ແຈງເຖິງຂໍກຸນແຈສຳຄັນຂອງການລົງເລິກສຳຫຼວດຄົ້ນຄວ້າຂອງເພິ່ນ.
ການເວລາຜ່ານໄປ 20 ກວ່າປີ ທຸກມື້ນີ້, ລົດເມສາຍ 101 ຍັງຄົງແລ່ນໄປມາລະຫວ່າງຕົວເມືອງກັບຊົນນະບົດ. ລົດເມພະລັງງານໃໝ່ທີ່ຕິດຕັ້ງເຄື່ອງປັບອາກາດໄດ້ບັນລຸເປົ້າໝາຍ ໃຫ້ບໍລິການແກ່ຜູ້ໂດຍສານຢ່າງສະດວກສະບາຍ. ປີ້ລົດກໍມີພຽງ 2 ຢວນເທົ່ານັ້ນ, ຫາກໃຊ້ບັດລົດເມຈະຈ່າຍພຽງຢວນດຽວເທົ່ານັ້ນ, ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຫຼາຍກວ່າເກົ່າ. “ສາຍ 101ມຸ່ງໜ້າສູ່ຄວາມສຸກ” ຖ້ຽວນີ້ໄດ້ເຊື່ອມຕໍ່ຕົວເມືອງກັບຊົນ ນະບົດ, ທັງໄດ້ຂຽນຄຳຕອບກ່ຽວກັບ “ການສ້າງຜົນງານເພື່ອໃຜ? ສ້າງຜົນງານແບບໃດ? ສ້າງຜົນງານຄືແນວໃດ?” ເຂົ້າເຖິງຈິດໃຈຂອງຜູ້ໂດຍສານຢ່າງກວ້າງຂວາງ ແລະ ທົ່ວເຖິງທຸກຊຸມຊົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















