ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ທ່ານ ປູ​ຕິນ ສົນທະນາ​ທາງ​ໂທລະສັບ​ກັບ​ ທ່ານ ໂດ​ນັນ ທຣຳ
ເວລາອອກຂ່າວ: 2026-07-08 09:26:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ເມື່ອ​ບໍ່​ດົນ​ມາ​ນີ້, ສຳນັກ​ຂ່າວ ສານ RIA Novosti ຣັດເຊຍ ໄດ້​ຄັດ​ສະເໜີ​ຄຳ​ເວົ້າ​ຂອງ ທ່ານ ປູ​ຕິນ ໃນ​ເວລາ​ສົນທະນາ​ກັບ​ທ່ານ ໂດນັນ ທຣຳ ຜ່ານ​ທາງ​ໂທ ລະສັບ​ຕາມ​ການ​ນັດ​ໝາຍ, ໂດຍ​ທ່ານ ປູ​ຕິນ ຢ້ຳ​ຄືນ​ອີກ​ຄັ້ງ​ທີ່​ຈະ​ແກ້​ໄຂ​ບັນຫາ​ອູ​ແກຣນ ດ້ວຍ​ວິທີ​ທາງ​ການເມືອງ. ນີ້​ແມ່ນ​ການ​ສົນທະນາ​ທາງ​ໂທລະສັບ ຄັ້ງ​ທີ 4 ລະຫວ່າງ​ປະມຸກ​ລັດ​ສອງ​ປະເທດ ນັບ​ແຕ່​ ຕົ້ນ​ປີ​ນີ້​ເປັນຕົ້ນ​ມາ. ການ​ສົນທະ ນາ​ຄັ້ງ​ນີ້​ໃຊ້​ເວລາ​ປະມານ 1 ຊົ່ວ ໂມງ 25 ນາທີ. ສອງ​ຜູ້ນຳ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ອູ​ແກຣນ. ທ່ານ ປູ​ຕິນ ໄດ້ຢ້ຳ​ຄືນ​ອີກ​ຄັ້ງ​ວ່າ: ຣັດ​ເຊຍ ຍອມ​ແກ້​ໄຂ​ບັນຫາ​ອູ​ແກຣນ ດ້ວຍ​ວິທີ​ທາງ​ການເມືອງ, ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ວີ​ທີ​ທາງ​ການ​ທູດ. ແຕ່​ຕ້ອງ​ພິຈາລະນາ​ຢ່າງ​ເຕັມ​ສ່ວນ​ຕໍ່​ຫຼັກ​ໝັ້ນ​ພື້ນຖານ​ຂອງ​ຣັດ​ເຊຍ. ທ່ານ ທຣຳ ໄດ້​ຢ້ຳວ່າ, ອາ​ເມ​ຣິ​ກາ ຍິນ​ດີຊຸກຍູ້​ ໃຫ້​ຢຸດຕິ​ການເຄື່ອນໄຫວ​ທາງ​ການ​ທະຫານ ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ ສະ ແຫວງຫາ​ການແກ້​ໄຂ​ວິ​ກິດ​ການ​ດ້ວຍ​ສັນຕິ​ວິທີ. ທ່ານ ປູ​ຕິນ ສະແດງ​ຄວາມ​ຫວັງ​ທີ່​ຈະ​ສະແຫວງຫາ​ວິທີ​ແກ້​ໄຂ​ໄລຍະ​ຍາວ ທີ່​ທັງ​ສອງ​ຝ່າຍ​ຍອມຮັບ​ໄດ້ ໂດຍ​ຖື​ເອົາ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ລະຫວ່າງ ອາ​ເມ​ຣິ​ກາ-ອີ​ຣານ ເປັນ​ພື້ນຖານ. ຣັດ ​ເຊຍ ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ ເຫຼືອ​ແທ້​ຈິງ ເພື່ອ​ຊຸກຍູ້​ໃຫ້​ສະຖາ ນະ​ການ​ເຄັ່ງ​ຕຶງ​ຜ່ອນຄາຍ​ລົງ ແລະ ບັນລຸ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານ ໂດ​ນັນ ທຣຳ ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ຜູ້ນຳ ລັດເຊຍ ແລະ ຢູ​ແກຼນ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ອູ​ແກຼນ ກ່ອນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ ນາ​ໂຕ ທີ່​ຈັດ​ຂຶ້ນ​ຢູ່ ຕວັກ​ກີ ໃນ​ລະຫວ່າງ​ວັນ​ທີ 7-8 ກໍລະກົດ ນີ້. ນອກ​ນັ້ນ, ການ​ນຳ 2 ທ່ານ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ອື່ນ​ອີກ​ຄື ອີ​ຣານ ແລະ ຕາເວັນ​ອອກ​ກາງ ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ທີ່​ແກ່ຍາວ​ເກີນ 85 ນາທີ. ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ດຽວ​ກັນ, ໃນ​ສື່​ສັງຄົມ​ອອນ ​ໄລ X, ທ່ານ​ປະທານາທິບໍດີ ອູ​ແກຼນ ໄດ້​ລົງ​ບົດ​ຄວາມ​ວ່າ, ຝ່າຍ​ຕົນ​ພ້ອມ​ກັບ​ການ​ນຳ​ຂອງ ອາເມລິກາ ໄດ້​ປຶກ ສາ​ຫາລື​ກ່ຽວ​ກັບ​ການ​ປະ​ທະ​ກັນ, ກໍ​ຄືຄວາມ​ມານະ​ພະຍາຍາມ​ດ້ານການ​ທູດ. ປັດຈຸບັນພວມ​ຢູ່ໃນເສັ້ນທາງທີ່ດີ​ ເພື່ອ​ກ້າວໄປ ສູ່ການຢຸດຕິ​ການ​ປະ​ທະ​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ