ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຄະນະຜູ້ແທນກະຊວງປ້ອງກັນປະເທດ ອິນໂດເນເຊຍ ເຂົ້າຢ້ຽມຊົມສະຖານທີ່ສຳຄັນ ຂອງ ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2026-07-08 09:24:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2026 ນີ້, ທ່ານ ພັນໂທ ສຸວັນຄຳ ສຸກຈັນທະລາວົງ ຫົວໜ້າພະແນກຄົ້ນຄວ້າ ແລະ ສັງລວມ ກົມພົວພັນຕ່າງປະເທດ ພ້ອມຄະນະ ໄດ້ນຳພາຄະນະຜູ້ແທນກະຊວງປ້ອງກັນປະເທດ ອິນໂດເນເຊຍ ນຳໂດຍ ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ຮອງຜູ້ຊ່ວຍເສນາທິການທະຫານບົກ, ຝ່າຍວາງແຜນສືບຂ່າວກອງທັບ ອິນໂດເນເຊຍ ພ້ອມຄະນະ ເດີນທາງໄປຢ້ຽມຊົມສະຖານທີ່ສຳຄັນ ຂອງ ນະຄອນຫຼວງວຽງຈັນ ເນື່ຶອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 5-7 ກໍລະກົດ 2026 ນີ້. ໂອກາດນີ້, ຄະນະໄດ້ເດີນທາງໄປຢ້ຽມຊົມປະຕູໄຊ, ອະນຸສາວະລີ ແຫ່ງໄຊຊະນະ ຂອງປະຊາຊົນລາວ, ເຊີ່ງເປັນໜຶ່ງໃນສັນຍາລັກທີ່ສຳຄັນ ຂອງນະຄອນຫຼວງວຽງຈັນ ເພື່ອຊົມຄວາມງາມຂອງສະຖາປັດຕະຍະກຳ ແລະ ຮັບຟັງການແນະນຳກ່ຽວກັບປະຫວັດ ແລະ ຄວາມເປັນມາ ຂອງປະຕູໄຊ ທີ່ສະທ້ອນໃຫ້ເຫັນຈິດໃຈຮັກຊາດ ແລະ ຄວາມກ້າຫານ ຂອງປະຊາຊົນລາວ. ພ້ອມທັງ ໄປສັກກາລະພະທາດຫຼວງ ປູຊະນີຍະສະຖານອັນສັກສິດ, ເປັນສັນຍາລັກແຫ່ງຊາດລາວ ແລະ ຮັບຟັງການແນະນຳກ່ຽວກັບປະຫວັດຄວາມເປັນມາ, ຄຸນຄ່າທາງສາສະໜາ ແລະ ວັດທະນະທຳ ຂອງພະທາດຫຼວງ. ການຢ້ຽມຊົມຄັ້ງນີ້, ບໍ່ພຽງແຕ່ເຮັດໃຫ້ຄະນະຜູ້ແທນກະຊວງປ້ອງກັນປະເທດ ອິນໂດເນເຊຍ ໄດ້ຮັບຮູ້ຄຸນຄ່າອັນລ້ຳຄ່າ ຂອງມໍລະດົກລາວ ເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມືອັນດີງາມ ລະຫວ່າງ ກອງທັບຂອງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍີ່ງໆ ຂຶ້ນ. ໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກະຊວງປ້ອງກັນປະເທດ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ອຳນວຍຄວາມສະດວກ ໃຫ້ຄະນະຕະຫຼອດການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ອັນໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມືອັນດີ ລະຫວ່າງ ສອງປະເທດ ກໍຄື ສອງກອງທັບ. ຈາກນັ້ນ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ອິນໂດເນເຊຍ ໄດ້ເດີນທາງກັບຄືນປະເທດໂດຍສະຫວັດດີພາບ. ໂດຍ: ໂກແລັມ ອາໄພຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ