ສຸມໃສ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເຂົ້າສູ່ຊີວິດຕົວຈິງຂອງຊາວໜຸ່ມ
ເວລາອອກຂ່າວ: 2026-07-08 09:12:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ: ![]()
ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ IX, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ 3 (2026-2030) ແລະ ມະຕິກອງປະຊຸມໃຫຍ່ຊາວໜຸ່ມຂັ້ນຂອງຕົນ ໃຫ້ປະກົດຜົນຕົວຈິງ, ແນໃສ່ສ້າງການຫັນປ່ຽນຢ່າງຕັ້ງໜ້າ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານຊາວໜຸ່ມ, ປຸກລະດົມກຳລັງແຮງສັງລວມຂອງຊາວໜຸ່ມລາວ ຈັດຕັ້ງປະ ຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານ 3 ສ້າງ, ກໍ່ສ້າງຮາກຖານການ ເມືອງ ຕາມ 4 ເນື້ອໃນ 4 ຄາດ ໝາຍ, ມະຕິ 4 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ດ້ວຍຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂຂໍ້ຄົງ ຄ້າງ ໃນສະມາຊິກຊາວໜຸ່ມ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ, ເພື່ອຍົກສູງຄຸນນະພາບສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງຊາວໜຸ່ມ ໃຫ້ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານອຸດົມການ, ແນວຄິດ, ການຈັດຕັ້ງ, ແບບແຜນທີ່ມີວິ ທະຍາສາດ, ເປັນໃຈກາງໃນການ ເຕົ້າໂຮມ, ປຸກລະດົມ, ຂົນຂວາຍກຳລັງແຮງສັງລວມ ແລະ ຄວາມ ສາມັກຄີຂອງຊາວໜຸ່ມລາວບັນດາເຜົ່າ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິ ວັດ, ມີຄວາມຮູ້ຄວາມສາມາດຫັນເປັນດີຈີຕ໋ອນ ປະກອບສ່ວນເຂົ້າໃນການພັດທະນາວຽກງານ ຊາວໜຸ່ມ, ເຍົາວະຊົນ ໃຫ້ກາຍ ເປັນຜູ້ສືບທອດພາລະກິດຂອງຊາດ, ຂອງພັກ.
ສະນັ້ນ, ສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ເຂົ້າສູ່ວຽກງານຕົວຈິງ ຢ່າງມີຈຸດສຸມ, ຈັດຕັ້ງປະຕິບັດໃຫ້ສອດ ຄ່ອງກັບພາລະບົດບາດ ແລະ ໜ້າທີ່ການເມືອງຂອງຊາວໜຸ່ມ ຖືເອົາຂໍ້ແຂ່ງຂັນດັ່ງກ່າວ ເປັນ ພື້ນຖານບ່ອນອີງແກ່ການເຄື່ອນ ໄຫວຂອງສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງຊາວໜຸ່ມ ພ້ອມທັງ ຈັດຕັ້ງປະຕິບັດໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ. ໃນນີ້, ບຸກດ້ານແນວຄິດ: ສຸມໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ຊາວໜຸ່ມລາວ ໃນຖັນແຖວພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ກຳມະກອນ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີນ້ຳໃຈຮັກຊາດ, ມີສະຕິຊາດ, ສະຕິກົດໝາຍ, ສະຕິຕໍ່ການຈັດຕັ້ງ, ມີນ້ຳໃຈເສຍສະຫຼະ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ; ມີແບບແຜນວິທີຄິດຢ່າງມີວິທະ ຍາສາດ, ມີຄວາມກ້າວໜ້າ ແລະ ຮັບປະກັນໃຫ້ມີແນວຄິດເປັນເອ ກະພາບ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ; ຈຳກັດ, ລົບລ້າງແນວຄິດແບບຈຸ້ມເຈື້ອເຊື້ອສາຍ, ຊົນເຜົ່າ, ຮັກ ສາເດີມ, ຂີ້ຄ້ານມັກງ່າຍ, ແນວຄິດເອື່ອຍອີງ ລໍຖ້າແຕ່ຄຳສັ່ງ ແລະ ແນວຄິດທີ່ບໍ່ສອດຄ່ອງກັບ ແນວທາງ ຂອງພັກ ແລະ ກົດ ໝາຍຂອງລັດ; ສົ່ງເສີມແນວຄິດເບິ່ງກວ້າງເຫັນໄກ, ມີແນວຄິດປະ ດິດສ້າງທີ່ຕັ້ງໜ້າ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ບຸກດ້ານການເຝິກຝົນຫຼໍ່ຫຼອມ, ຮ່ຳຮຽນ: ສຸມໃສ່ຮ່ຳຮຽນທິດສະດີ, ແນວທາງຂອງພັກ, ແນວຄິດໄກສອນພົມວິຫານ, ວິທະຍາສາດເຕັກນິກ, ເຕັກໂນໂລຊີທີ່ກ້າວໜ້າ, ວິຊາສະເພາະ, ວິຊາຊີບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ຢູ່ເລື້ອຍໆ; ຮ່ຳຮຽນມູນເຊື້ອ, ປະຫວັດສາດຂອງຊາດ, ຂອງພັກ, ຂອງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ, ຮ່ຳຮຽນເອົາແບບແຜນການດຳລົງຊີວິດທີ່ ກ້າວໜ້າ ຂອງບັນດາທ່ານຜູ້ນຳ ແລະ ຊາວໜຸ່ມຮຸ່ນກ່ອນ, ຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ; ຮ່ຳຮຽນພາສາຕ່າງປະເທດ, ຮຽນຮູ້ບົດ ຮຽນປະສົບການຕົວຈິງ, ມີແບບ ແຜນວິທີເຮັດວຽກທີ່ກ້າວໜ້າ ເພື່ອເສີມສ້າງທັກສະ, ຄວາມສາ ມາດ ແລະ ຄວາມຊຳນິຊຳນານ ໃຫ້ສູງຂຶ້ນ.
ບຸກດ້ານວຽກງານການ ຈັດຕັ້ງ: ສຸມໃສ່ປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມທຸກຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ມີແບບແຜນເຄື່ອນໄຫວທີ່ມີວິທະຍາສາດ ສອດຄ່ອງກັບຈິດຕະສາດ ຂອງກຸ່ມເປົ້າໝາຍຂອງຊາວໜຸ່ມ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່; ເຕົ້າໂຮມຊາວໜຸ່ມລາວບັນດາເຜົ່າ ເຂົ້າຢູ່ໃນການຈັດຕັ້ງ ແນໃສ່ສຶກສາອົບຮົມ, ຄຸ້ມຄອງ, ພັດທະນາຊາວໜຸ່ມ ໃຫ້ກາຍເປັນກຳລັງແຮງປະຈັນບານ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຂະ ຫຍາຍມະຫາຊົນຜູ້ທີ່ກ້າວໜ້າ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ສັງ ກັດສະມາຊິກອົງການຈັດຕັ້ງມະ ຫາຊົນ, ກອງອາສາສະໝັກຊາວໜຸ່ມຕະລຸມບອນ, ສະໂມສອນ, ສະມາຄົມ ແລະ ສະຫະພັນຊາວໜຸ່ມ ທີ່ຖືກຕ້ອງຕາມກົດໝາຍ; ຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ສະ ມາຊິກຊາວໜຸ່ມປະຊາຊົນປະຕິ ວັດລາວ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຕະຖານເງື່ອນໄຂຄົບຖ້ວນ ເພື່ອກໍ່ສ້າງຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ກາຍ ເປັນຜູ້ສືບທອດທີ່ມີຄຸນນະພາບ ຂອງພັກ; ເປັນເຈົ້າການໂຄສະນາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສົ່ງເສີມການພົວພັນຮ່ວມມືກັບຊາວໜຸ່ມບັນດາປະເທດເພື່ອນມິດຍຸດທະສາດ, ຊາວໜຸ່ມໃນຂົງເຂດພາກພື້ນ, ສາກົນ, ອົງການຈັດຕັ້ງມະ ຫາຊົນ, ຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງເອົາການສະໜັບສະ ໜູນ, ການຊ່ວຍເຫຼືອທາງດ້ານທຶນຮອນ, ວັດຖຸ, ອຸປະກອນ, ພາ ຫະນະ ແລະ ພົບປະແລກປ່ຽນບົດຮຽນ ໃນການພັດທະນາຊາວ ໜຸ່ມ-ເຍົາວະຊົນຂອງຄະນະຊາວ ໜຸ່ມແຕ່ລະຂັ້ນ ຕາມເງື່ອນໄຂຄວາມສາມາດຕົວຈິງ ແລະ ສອດ ຄ່ອງກັບແນວທາງຕ່າງປະເທດຂອງພັກ.
ບຸກດ້ານວິຊາຊີບ ສ້າງວຽກ ເຮັດງານທຳ: ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງສົມທົບກັບການ ຈັດຕັ້ງທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ເພື່ອເຝິກອົບຮົມວິຊາຊີບ, ພັດທະນາສີມືແຮງງານ ແລະ ສ້າງເງື່ອນໄຂວຽກ ເຮັດງານທຳໃຫ້ຊາວໜຸ່ມຜູ້ທີ່ບໍ່ ມີວຽກເຮັດງານທຳ ແລະ ຊາວ ໜຸ່ມຜູ້ດ້ອຍໂອກາດຕາມເງື່ອນ ໄຂຕົວຈິງ ເພື່ອຫຼຸດຜ່ອນອັດຕາຫວ່າງງານຂອງຊາວໜຸ່ມ ແລະ ສ້າງໃຫ້ມີລາຍຮັບສູງຂຶ້ນ; ຊຸກຍູ້ ແລະ ສົ່ງເສີມໃຫ້ຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ແຕ່ ລະຂັ້ນທີ່ມີເງື່ອນໄຂ ແລະ ທ່າ ແຮງໃນການສ້າງລາຍຮັບເພື່ອມາຮັບໃຊ້ການພັດທະນາວຽກງານຊາວໜຸ່ມຂອງຕົນເອງ ທີ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ສະມາຊິກຊາວໜຸ່ມທີ່ເປັນພະນັກງານ-ລັດຖະ ກອນ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ລັດ ຕ້ອງເປັນເຈົ້າການ ແລະ ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ຕັ້ງໜ້າຍົກລະດັບ ຄວາມຮູ້, ຄວາມສາມາດ, ຄຸນ ສົມບັດສິນທຳປະຕິວັດ ເພື່ອຮັບ ປະກັນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ທັງບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ ແລະ ນຳໃຊ້ເວລາຫວ່າງ ເພື່ອພັດທະ ນາຕົນເອງ, ສ້າງເສດຖະກິດຄອບຄົວຂອງຕົນ ຕາມຄວາມອາດສາມາດ, ສອດຄ່ອງກັບກົດ ໝາຍ ແລະ ລະບຽບການ.
ຢາກຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນດັ່ງກ່າວ ໃຫ້ໄດ້ຮັບໝາກຜົນຕົວຈິງ ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງເລິກເຊິ່ງ ບົດແນະນຳການ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ ໃຫ້ຮັບຮູ້ເຂົ້າໃຈເປັນ ເອກະພາບ, ແຕ່ງຕັ້ງຄະນະຮັບ ຜິດຊອບຊີ້ນຳລວມ, ໂດຍແມ່ນ ຄະນະປະຈຳພັກຜູ້ຊີ້ນຳອົງການ ຈັດຕັ້ງມະຫາຊົນ ແລະ ຄະນະຊາວໜຸ່ມຂັ້ນຂອງຕົນເປັນຜູ້ຮັບ ຜິດຊອບໂດຍກົງ, ເປັນເຈົ້າການໂຄສະນາເຜີຍແຜ່ໃຫ້ການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້ເຊື່ອມຊຶມ ພ້ອມທັງເປີດຂະບວນການແຂ່ງຂັນ 4 ບຸກຢູ່ຂັ້ນຂອງຕົນ, ເວລາຈັດຕັ້ງປະຕິບັດຕົວຈິງ ຕ້ອງເອົາໃຈໃສ່ ຊຸກຍູ້, ຕິດຕາມ, ກວດກາ, ຖ້າມີບັນຫາໃດຫຍຸ້ງຍາກ ຕ້ອງສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຖັດຕົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອມີທິດຊີ້ນຳ ແລະ ແກ້ໄຂຢ່າງທັນການ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງຂັນ 4 ບຸກ ຮັບປະກັນທັງປະ ລິມານ ແລະ ມີຄຸນນະພາບສູງ.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















