ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ຫ້ອງການ​ບໍລິຫານ ກົມ​ໃຫຍ່​ການເມືອງ​ກອງທັບ ເປີດ​ບັ້ນ​ອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ
ເວລາອອກຂ່າວ: 2026-07-08 09:08:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ວັນ​ທີ 7 ກໍລະກົດ 2026 ນີ້, ຫ້ອງການ​ບໍລິຫານ ກົມ​ໃຫຍ່​ການເມືອງ​ກອງທັບ (​ກມທ) ໄດ້​ເປີດ​ບັ້ນ​ອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄມ​ທອນ ແກ້ວ​ລໍ​ວັນ​ເຮືອງຫົວໜ້າ​ຫ້ອງການ​ບໍລິຫານ ​ກມທ, ມີ​ຄະນະ​ຫ້ອງການ​ບໍລິຫານ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ຊົມ ໄຊ​ຍະ​ວົງ ຮອງ​ຫົວໜ້າ​ຫ້ອງການ​ບໍລິຫານ ​ກມທ ໄດ້​ຂຶ້ນ​ຜ່ານ​ແຜນການ​ອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ທົ່ວ​ຫ້ອງການ​ບໍລິຫານ ​ກມທ ເພື່ອ​ເປັນ​ການຈັດຕັ້ງ​ເຊື່ອມ​ຊຶມ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ X ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ ໃນ​ໄລຍະ​ຕົ້ນ​ສະໄໝ ແລະ ເພື່ອ​ເປັນ​ການ​ຊຸກຍູ້​ການເຄື່ອນໄຫວ​ວຽກ​ງານ​ດ້ານ​ຕ່າງໆ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໃຫ້​ມີ​ໝາກຜົນ​ຕົວ​ຈິງ ແລະ ທັງ​ຮັບປະກັນ​ດ້ານ ​ຄຸນ​ນະ​ພາບ ເພື່ອ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ແຜນ​ນະໂຍບາຍ, ມະຕິ​ຄຳ​ສັ່ງ​ຕ່າງໆ ຂອງ​ພັກ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ກົດໝາຍ​ຂອງ​ລັດ, ມູນເຊື້ອ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ ໃຫ້​ທົ່ວ​ເຖິງ ທັງ​ເປັນ​ການ​ປັບປຸງ​ກົມ​ກອງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ ການຈັດຕັ້ງ, ຍົກ​ສູງ​ທັດສະນະ​ຫຼັກ​ໝັ້ນ, ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເປັນ​ການ​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ເຊີດ​ຊູ​ຄວາມ​ຮັບຜິດຊອບ​ການເມືອງ ຂອງ​ພະນັກງານ-ສະມາຊິກ​ພັກ ແລະ ນັກຮົບ ໃຫ້​ນັບ​ມື້​ສູງ​ຂຶ້ນ. ສຳລັບ​ເນື້ອ​ໃນ​ອົບຮົມ​ປະກອບ​ມີ: ເອກະສານ​ປັດ​ຊະ​ຍາ​ມາກ-ເລ​ນິນ, ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ໃນ​ກອງທັບ​ປະຊາຊົນ​ລາວ, ເຝິກຝົນ​ຫຼໍ່​ຫຼອມ​ຄຸນສົມບັດ-ສິນ​ທຳ​ປະຕິວັດ ຂອງ​ພະນັກງານ-ນັກຮົບ ໃນ​ໄລຍະ​ໃໝ່, ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການ​ຕອບ​ຕ້ານ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ ແລະ ເອກະສານ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ. ເຊິ່ງ​ບັ້ນ​ເຝິກອົບຮົມ​ຈະ​ດຳເນີນ​ໄປ​ເປັນ​ເວລາ 2 ວັນ ຈຶ່ງ​ສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ