ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ພະ​ແນກ​ສະຫະພັນ​ແມ່ຍິງ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ປິດ​ຊຸດ​ອົບຮົມ​ວຽກ​ງານ​ພິທີການ ແລະ ມາລະຍາດ​ໃນ​ສັງຄົມ
ເວລາອອກຂ່າວ: 2026-07-08 09:07:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ພະ​ແນກ​ສະຫະພັນ​ແມ່ຍິງ​ກອງ​ບັນຊາ​ການ​ທະຫານ ແຂວງ​ໄຊ​ຍະ​ບູ​ລີ ໄດ້ ປິດ​ຊຸດ​ອົບຮົມ​ວຽກ​ງານ​ພິທີການ ແລະ ມາລະຍາດ​ໃນ​ສັງຄົມ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ສີ​ປະເສີດ ສອນ​ພັນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ຄູ​ເຝິກ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ນັກ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ. ສະຫາຍ ນາງ ແສງ​ອາ​ລຸນ ແກ້ວ​ບົວ ຫົວໜ້າ​ຂະແໜງ​ພັດທະນາ​ແມ່ຍິງ ແລະ ເຝິກອົບຮົມ​ວິຊາ​ຊີບ ຫ້ອງການ​ສະຫະພັນ​ແມ່ຍິງ​ແຂວງ ໄຊ​ຍະ​ບູ​ລີ ໄດ້​ສະ ຫຼຸບ​ຕີ​ລາຄາ​ຄືນ​ຜ່ານ​ການຈັດຕັ້ງ​ອົບຮົມ​ໄລຍະ​ສັ້ນ ຜ່ານ​ມາ ເຊິ່ງ​ນັກ​ເຝິກອົບຮົມ​ແຕ່​ລະ​ສະຫາຍ​ໄດ້​ຍົກ​ສູງ​ຄວາມ ຮັບຜິດຊອບ​ຂອງ​ຕົນ​ເຂົ້າ​ໃນ​ບັ້ນ​ອົບຮົມ ເປັນຕົ້ນ​ການ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ວາງ​ອອກ​ໄດ້​ຢ່າງ​ເຂັ້ມ​ງວດ ມີ​ຄວາມ​ສາມັກຄີ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ ກຳ​ໄດ້​ບັນດາ​ທິດ​ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ ໃນ​ນັ້ນ​ໄດ້​ຮຽນ​ມາລະຍາດ​ໃນ​ການ​ວາງທ່າ​ຕ່າງໆ, ມາລະຍາດ​ໃນ​ການ​ຍ່າງ, ມາລະຍາດ​ໃນ​ການ​ຈັບ​ມື, ການ​ນົບ​ໄຫວ້​ຕາມ​ຮີດຄອງ​ປະເພນີ​ລາວ, ການ​ແຕ່ງ​ກາຍ, ການ​ສື່ສານ, ມາລະຍາດ​ໃນ​ການ​ນັ່ງ​ໂຕະ​ອາຫານ, ການ​ນັ່ງ-ການ​ຮັບ​ປະທານ​ອາຫານ, ການ​ຈັດ​ວາງ​ອຸປະກອນ, ການ​ຈັດ​ພຸ່ມ​ດອກ​ໄມ້ ແລະ ອື່ນໆ ອັນ​ເຮັດ​ໃຫ້​ບັ້ນ​ອົບຮົມ​ຄັ້ງ​ນີ້​ໄດ້​ຮັບ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ແລະ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ ໃນ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ​ຂອງ​ນັກ​ເຝິກອົບຮົມ​ໄດ້ 80%. ໂອກາດ​ນີ້ ສະຫາຍ ພັນ​ເອກ ສີ​ປະເສີດ ສອນ​ພັນ ໄດ້​ສະແດງ​ຄວາມ ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນສຳເລັດ​ໃນ​ບັ້ນ​ອົບຮົມ​ຄັ້ງ​ນີ້ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ນັກ​ເຝິກອົບຮົມ​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ບົດຮຽນ ທີ່​ໄດ້​ຮຽນ​ມາ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ຢູ່​ກົມ​ກອງ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ