ກອງບັນຊາການທະຫານແຂວງຫົວພັນ ປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດ
ເວລາອອກຂ່າວ: 2026-07-07 14:47:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ: ![]()
ໃນວັນທີ 7 ກໍລະກົດ 2026 ນີ້, ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດພິທີ ປາຖະກະຖາ 2 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026), ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄູນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ, ມີສະຫາຍ ພັນເອກ ຄໍາປຽງ ດວງໄຊແພງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ຜູ້ຕາງໜ້າອົງການ 6 ຫ້ອງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄູນ ໄດ້ຍົກໃຫ້ເຫັນການກໍາເນີດ ປະຫວັດຄວາມເປັນມາຂອງ ປະທານ ສຸພານຸວົງ ທີ່ໄດ້ສ້າງຜົນງານຫຼາຍຢ່າງອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດແທ້ທໍາຈິງ, ເຊິ່ງທ່ານໄດ້ເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການ ປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ, ດໍາລົງຊີວິດຢ່າງສັດຊື່ສຸຈະລິດ, ເພີ່ນໄດ້ຮຽກຮ້ອງໃຫ້ພີ່ນ້ອງຮ່ວມຊາດຈົ່ງສາມັກຄີໃຫ້ແໜ້ນແຟ້ນ, ສືບຕໍ່ດໍາເນີນການຕໍ່ສູ້ເດັດດຽ່ວຂັບໄລ່ພວກຮຸກຮານ ແລະ ລູກມື, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບມາໃຫ້ປະເທດຊາດ. ພ້ອມນີ້, ຍັງໄດ້ຫວນຄືນການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວການເສີມສ້າງຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ປະຊາຊົນ 2 ຊາດ ໄດ້ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປຽ່ນວັດທະນະທໍານໍາກັນ, ມີມູນເຊື້ອຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາເປັນພັນໆ ປີໂດຍແມ່ນ ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ຈາກນັ້ນມາ ການນໍາແຕ່ລະຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ ໃຫ້ກາຍເປັນການພົວພັນສາກົນ ແລະ ການເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ ການພົວພັນດ່ັງກ່າວ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ໂດຍ: ນາງ ຄໍາມະນີ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















