ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຫ້ອງການບໍລິຫານ ກມທ ເປີດບັ້ນອົບຮົມວຽກງານການເມືອງ-ແນວຄິດ ປະຈຳປີ 2026
ເວລາອອກຂ່າວ: 2026-07-07 12:00:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 506 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2026 ນີ້, ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ເປີດບັ້ນອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄມທອນ ແກ້ວລໍວັນເຮືອງ ຫົວໜ້າຫ້ອງການບໍລິຫານ ກມທ, ມີຄະນະຫ້ອງການບໍລິຫານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຊົມ ໄຊຍະວົງ ຮອງຫົວໜ້າຫ້ອງການບໍລິຫານ ກມທ ໄດ້ຂຶ້ນຜ່ານແຜນການອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ທົ່ວຫ້ອງການບໍລິຫານ ກມທ ປະຈຳປີ 2026 ເພື່ອເປັນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ່ XII ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເຂົ້າໃນທຸກຂົງເຂດວຽກງານ ໃນໄລຍະຕົ້ນສະໄໝ ແລະ ເພື່ອເປັນການຊຸກຍູ້ການເຄື່ອນໄຫວວຽກງານດ້ານຕ່າງໆ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ມີຜົນງານຕົວຈິງ ແລະ ທັງຮັບປະກັນດ້ານຄຸນນະພາບ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍ, ມະຕິຄໍາສັ່ງຕ່າງໆ ຂອງພັກ, ຂໍ້ກຳນົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ທົ່ວເຖິງ ເພື່ອເປັນການປັບປຸງກົມກອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນການປັບປຸງແບບແຜນວິທີເຮັດວຽກ, ເຊີດຊູຄວາມຮັບຜິດຊອບການເມືອງ ຂອງພະນັກງານ-ສະມາຊິກພັກ ແລະ ນັກຮົບ ໃຫ້ນັບມື້ສູງຂຶ້ນ. ເຊີ່ງເນື້ອໃນອົບຮົມປະກອບມີ: ປັດຊະຍາມາກ-ເລນິນ, ວຽກງານພັກ-ວຽກງານການເມືອງ ໃນກອງທັບປະຊາຊົນລາວ, ເຝິກຝົນຫຼໍ່ຫຼອມຄຸນສົມບັດ-ສິນທຳປະຕິວັດ ຂອງພະນັກງານ-ນັກຮົບ ໃນໄລຍະໃໝ່, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕອບຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ, ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ. ບັ້ນເຝິກອົບຮົມຄັ້ງນີ້ ຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ