6 ເດືອນຕົ້ນປີ 2026 ເສດຖະກິດ ສປປ ລາວ ຂະຫຍາຍຕົວໃນລະດັບ 5%
ເວລາອອກຂ່າວ: 2026-07-07 11:58:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ: ![]()
ລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມພາກສ່ວນຕ່າງໆ ສຸມໃສ່ການຜະລິດ ແລະ ການບໍລິການຕາມທ່າແຮງຂອງຊາດ ແລະ ຂອງທ້ອງຖິ່ນ ເຊິ່ງໄດ້ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວດີ ໃນໄລຍະ 6 ເດືອນຕົ້ນປີ 2026 ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 5%.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້, ທີ່ສະພາແຫ່ງຊາດ ວ່າ: ລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມພາກສ່ວນຕ່າງໆ ສຸມໃສ່ການຜະລິດ ແລະ ການບໍລິການ ຕາມທ່າແຮງຂອງຊາດ ແລະ ຂອງທ້ອງຖິ່ນ ຊຶ່ງໄດ້ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວດີ, ໃນໄລຍະ 6 ເດືອນຕົ້ນປີ 2026 ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 5% (ໃນໄຕມາດ 1 ຂະຫຍາຍຕົວ 5,5% ແລະ ໄຕມາດ 2 ຂະຫຍາຍຕົວ 4,6%) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຂະຫຍາຍຕົວ 4,8%, ຄິດເປັນມູນຄ່າໃນປີ ເທົ່າກັບ 199,987 ຕື້ກີບ ເທົ່າກັບ 48% ຂອງແຜນການ (ມະຕິສະພາ: 417,523 ຕື້ກີບ). ໃນນີ້, ຂະແໜງກະສິກຳ: ຂະຫຍາຍຕົວ 4,3% ກວມເອົາ 17,4% (ມະຕິສະພາ: ຂະຫຍາຍຕົວ 4,6%, ກວມເອົາ 21,9%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,1% ກວມເອົາ 35% (ມະຕິສະພາ: ຂະຫຍາຍຕົວ 5,1%, ກວມເອົາ 31,1%); ຂະແໜງບໍລິການ ຂະຫຍາຍຕົວ 5,3% ກວມເອົາ 37,2% (ມະຕິສະພາ: ຂະຫຍາຍຕົວ 6,6%, ກວມເອົາ 36,6%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4,9% ກວມເອົາ 10,5% (ມະຕິສະພາ: ຂະຫຍາຍຕົວ 4%, ກວມເອົາ 10,4%). ຂະແໜງການທີ່ຂະຫຍາຍຕົວດີ ແມ່ນຂະແໜງການບໍລິການຮ້ານອາຫານ ແລະ ທີ່ພັກອາໄສ ຕິດພັນກັບການທ່ອງທ່ຽວ, ການຂົນສົ່ງ, ການຂາຍຍົກ ຂາຍຍ່ອຍ, ການກໍ່ສ້າງ ແລະ ອຸດສະຫະກຳປຸງແຕ່ງອື່ນໆ (ການປຸງແຕ່ງໄມ້, ເຈ້ຍ, ການປຸງແຕ່ງໂລຫະ, ອະໂລຫະ, ເຄື່ອງກົນຈັກ ແລະ ອຸປະກອນຕ່າງໆ). ສໍາລັບ GDP ຕໍ່ຫົວຄົນ ແລະ GNI ຕໍ່ຫົວຄົນ ຈະສາມາດລາຍງານໄດ້ໃນທ້າຍປີ 2026.
ສໍາລັບການປະຕິບັດແຜນງົບປະມານແຫ່ງລັດ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຊຸກຍູ້ໃຫ້ແກ່ການປະຕິບັດແຜນງົບປະມານ ໂດຍສະເພາະການເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ທີ່ສະພາແຫ່ງຊາດຮັບຮອງ. ໃນນັ້ນ, ໄດ້ສຸມໃສ່ຂະຫຍາຍຖານລາຍຮັບ ແລະ ຫັນເປັນທັນສະໄໝການຄຸ້ມຄອງງົບປະມານ ຕາມມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ, ການຫັນການເກັບລາຍຮັບເປັນທັນສະໄໝ ໃນໄລຍະ 5 ປີ (2026-2030) ໄປຄຽງຄູ່ກັບການປະຕິບັດມາດຕະການອັດຊ່ອງຫວ່າງການຮົ່ວໄຫຼໃນການຈັດເກັບລາຍຮັບງົບປະມານ ໃນນີ້, ສິ່ງທີ່ພົ້ນເດັ່ນບາງຂະແໜງການ ໄດ້ຂະຫຍາຍຕົວເຮັດໃຫ້ມີພັນທະເພີ່ມຂຶ້ນ ໂດຍສະເພາະກິດຈະການກຸ່ມບໍ່ແຮ່ ເພີ່ມຂຶ້ນ 36%, ຂົນສົ່ງ ແລະ ສາງສິນຄ້າ 32%, ພາຫະນະ 30%, ປະເພດອາກອນຈັດເກັບໄດ້ຫຼາຍ ອາກອນກໍາໄລ ເພີ່ມຂຶ້ນ 24% ເປັນເງິນ 1,453 ຕື້ກີບ; ອາກອນມູນຄ່າເພີ່ມ ເພີ່ມຂຶ້ນ 18.6% ເປັນເງິນ 782 ຕື້ກີບ; ຄ່າຊັບພະຍາກອນ ເພີ່ມຂຶ້ນ 34% ເປັນເງິນ 915 ຕື້ກີບ; ຄ່າທຳນຽມທາງໄດ້ 107 ກວ່າຕື້ກີບ ເພີ່ມຂຶ້ນ 16%; ລາຍຮັບອາກອນທີ່ດິນ ໄດ້ 134 ຕື້ກີບ ເພີ່ມຂຶ້ນ 4%. ນອກຈາກນັ້ນ, ໄດ້ລົງເລິກເກັບລາຍຮັບບັນດາຫົວໜ່ວຍທຸລະກິດ ຂະໜາດໃຫຍ່ ໂດຍສະເພາະຜູ້ຮັບເໝົາຫຼັກ, ຜູ້ຮັບເໝົາຊ່ວງຕໍ່ບັນດາໂຄງການໄຟຟ້າ, ບໍ່ແຮ່ ແລະ ລາຍຮັບຈາກການຕ້ານ ແລະ ສະກັດກັ້ນການລັກລອບໜີ້ພາສີ ໄດ້ 9 ຕື້ກີບ, ໄດ້ເຮັດໃຫ້ລາຍຮັບງົບປະມານມີທ່າອ່ຽງເພີ່ມຂຶ້ນ, ໃນວຽກງານງົບປະມານແຫ່ງລັດ ມີ 3 ຕົວຊີ້ບອກຕົ້ນຕໍ ເຊິ່ງຄາດວ່າຈະສາມາດປະຕິບັດໄດ້ຕາມຄາດໝາຍ ທີ່ສະພາຮັບຮອງ.
ໃນ 6 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 44,956 ຕື້ກີບ ເທົ່າກັບ 54% ຂອງແຜນການ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19% ເປັນເງິນປະມານ 7,198 ຕື້ກີບ (ແຜນການ: 83,600 ຕື້ກີບ). ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 43,970 ຕື້ກີບ ເທົ່າກັບ 56% ຂອງແຜນການປີ (ສູນກາງປະຕິບັດໄດ້ 31,531 ຕື້ກີບ ເທົ່າກັບ 58% ຂອງແຜນການປີ ແລະ ທ້ອງຖິ່ນປະຕິບັດໄດ້ 12,439 ຕື້ກີບ ເທົ່າກັບ 52%).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















