ຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກົມ ວສ-ປສ ການທະຫານ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2026-07-07 10:08:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ: ![]()
ວັນທີ 3 ກໍລະກົດ 2026 ນີ້, ຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີຕ່າງໜ້າຈາກຫ້ອງການ ກົມ, ຄະນະຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ອິນດາເພັດ ບຸນທະວົງຄຳ ຫົວໜ້າພະແນກແຜນການ ແລະ ສະຫຼຸບສັງລວມຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານ 6 ເດືອນທ້າຍປີ 2026, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ດີເດັ່ນ, ບົດຮຽນທີ່ີຖອດຖອນໄດ້ ໃນໄລຍະ 6 ເດືອນທີ່ຜ່ານມາ ຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ປະຕິບັດບັນດາວຽກງານວິຊາສະເພາະ ສາມາດຍາດໄດ້ຜົນງານຫຼາຍດ້ານ ເຊັ່ນ: ປັບປຸງບົດສະຫຼຸບ ແລະ ຮູບພາບການເຄື່ອນໄຫວ ວຽກງານສິ່ງແວດລ້ອມໃນກອງທັບ ເພື່ອພິມ ແຈກຍາຍໃຫ້ກົມກອງ, ເອກະສານໂຄງການຄົ້ນຄວ້າ ປີ 2026 ຈຳນວນ 2 ໂຄງການ: ໂຄງການເຝິກອົບຮົມຄູສອນວິຊາ ວິທະຍາສາດສິ່ງແວດລ້ອມ (ນຳໃຊ້ໃນກອງທັບ) ຢູ່ສະຖາບັນການສຶກສາກອງທັບປະຊາຊົນລາວ; ໂຄງການຄົ້ນຄວ້າສ້າງຖານສຳເນົ່າຮູບພາບ ແລະ ວິດີໂອ ດ້ວຍລະບົບດີຈິຕ໋ອນ, ດຳເນີນການຄົ້ນຄວ້າບັນຫາຫົວຂໍ້ຄົ້ນຄວ້າຂັ້ນຕົ້ນ ປີ 2026 ຕາມຂໍ້ຕົກລົງ ຂອງກົມ ຈຳນວນ 4 ຫົວຂໍ້, ດຳເນີນການຄົ້ນຄວ້າອອກແບບ ແລະ ປະດິດສ້າງອຸປະກອນວິຊາສະເພາະ ນຳໃຊ້ໃນການຈັບກຸມຜູ້ກະທຳຜິດຮ່ວມກັບ ປກສ, ເຮັດວຽກຮ່ວມກັບກອງບັນຊາການທະຫານແຂວງຄຳມ່ວນ ກ່ຽວກັບວຽກງານການນຳໃຊ້ໂປຣແກຣມສ້າງຖານຂໍ້ມູນປ້ອງກັນຊາດ ເທິງແຜນທີ່ເອເລັກໂຕຣນິກ, ສ້ອມແປງຄອມພິວເຕີທີ່ມີບັນຫາໄດ້ 5 ໜ່ວຍ, ເຄື່ອງ 2 ໜ່ວຍ ແລະ ແກ້ໄຂລະບົບອິນເຕີເນັດ 2 ຈຸດ, ເຂົ້າຮ່ວມກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ແລະ ແຜນການເຄື່ອນໄຫວວຽກງານການຫັນເປັນດີຈີຕ໋ອນ ຂອງກອງທັບ ປີ 2026 ຢູ່ກົມໃຫຍ່ເສນາທິການກອງທັບ, ເຂົ້າຮ່ວມບັນດາກອງປະຊຸມ ແລະ ເຂົ້າຮັບຟັງປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ 10 ຄັ້ງ, ສຳເລັດການສ້າງບົດສະຫຼຸບປະຈຳອາທິດ 25 ຄັ້ງ, ບົດສະຫຼຸບປະຈຳເດືອນ 6 ຄັ້ງ, ບົດສະຫຼຸບປະຈຳໄຕມາດ 2 ຄັ້ງ ແລະ ບົດສະຫຼຸບ 6 ເດືອນຕົ້ນປີ 1 ຄັ້ງ, ນະໂຍບາຍລາພັກ 6 ຄັ້ງ. ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳເຫັນແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພຶື່ອປັບປຸງແກ້ໄຂເນື້ອໃນບົດສະຫຼຸບ ແລະ ວຽກຈຸດສຸມທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ຄົບຖ້ວນ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ໄດ້ເນັ້ນໃຫ້ຄະນະຫ້ອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ, ເອົາໃຈໃສ່ປັບປຸງແຜນວິທີເຮັດວຽກ, ກໍ່ສ້າງພະນັກງານ ໃຫ້ໜັກແໜ້ນເຂັ້ມແຂງ, ກຳແໜ້ນໜ້າທີ່ການເມືອງ ຂອງຕົນ, ຫັນເອົາວຽກວິຊາສະເພາະເຂົ້າສູ່ແບບແຜນ ແລະ ເຮັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດ.
ໂດຍ: ນາງ ພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















