ກອງບັນຊາການ ທະຫານແຂວງໄຊຍະບູລີ ເປີດກອງປະຊຸມຄົບຄະນະບໍລິຫານງານພັກ
ເວລາອອກຂ່າວ: 2026-07-07 09:54:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 445 | ຄວາມນິຍົມ: ![]()
ກອງປະຊຸມຄົບຄະນະພັກ ຄັ້ງທີ 4 ສະໄໝທີ Vl ຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນ ວັນທີ 6 ກໍລະກົດ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີສະຫາຍ ພັນເອກ ບຸນພົບ ວິໄລສັກ ຮອງເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີບັນດາສະຫາຍຄະນະບໍລິຫານງານພັກກອງບັນຊາການ, ຫົວໜ້າພະແນກກວດກາ, ພະແນກປ້ອງກັນພາຍໃນ, ພະແນກຈັດຕັ້ງ ແລະ ພະແນກພະນັກງານຫຼັກແຫຼ່ງເຂົ້າຮ່ວມ
ສະຫາຍ ພັນເອກ ຄໍາຕັນ ແພງສີດາ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ອັນພົ້ນເດັ່ນຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງໄຊຍະບູລີ ປະຈໍາໄຕມາດ 2 ແລະ ທິດທາງແຜນການປະຈໍາໄຕມາດ 3 ປີ 2026 ບາງຕອນວ່າ ໃນໄລຍະຜ່ານມາ ເຖິງແມ່ນວ່າພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນ ການເພີ້ມຂຶ້ນຂອງລາຄານໍ້າມັນ ທີ່ສົ່ງຜົນຕໍ່ການດໍາລົງຊີວິດຂອງພະນັກງານ-ນັກຮົບ ຢ່າງໜັກໜ່ວງ ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກ ກອງບັນຊາການ ສາມາດສາຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍຕ່າງໆ ກໍໄດ້ບັນລຸຕາມແຜນການທີ່ວາງໄວ້ ແລະ ຈະສຸມໃສ່ຈັດຕັ້ງປະຕິບັດ ໃນໄຕມາດ 3 ປີ 2026, ຈະສືບຕໍ່ລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມ ສ້າງພີ້ນຖານໂຄງລ່າງອັນຈໍາເປັນ, ສືບຕໍ່ແກ້ໄຂໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ສຸມໃສ່ຕ້ານ ແລະ ສະກັດກັ້ນ, ມ້າງເພທໍາລາຍ ຂອງບັນດາພວກອິດທິກໍາລັງປໍລະປັກ, ສືບຕໍ່ຈັດຕັ້ງລະບົບປະຈໍາການກຽມພ້ອມສູ້ຮົບ, ຕິດຕາມສະພາບການດິນຟ້າອາກາດກຽມພ້ອມກອບກູ້ໄພພິບັດໃນທຸກສະພາວະ ແລະ ບັນຫາສໍາຄັນຕ່າງໆ ເພື່ອຮັບປະກັນໃຫ້ແຂວງໄຊຍະບູລີ ມີຄວາມສະຫງົບປອດໄພ 100%
ພ້ອມນັ້ນ, ບັນດາສະຫາຍຄະນະບໍລິຫານງານພັກກອງບັນຊາການ ກໍໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນເຂົ້າໃສ່ບົດສະຫຼູບການນໍາພາ ຂອງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເປັນເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າໄດ້ດໍາເນີນຕາມແຜນ ແລະ ມີຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້, ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນຈຶ່ງສໍາເລັດ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















