ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ເປີດບັ້ນອົບຮົມການທະຫານ, ການເມືອງ ແລະ ພະລາທິການ- ເຕັກນິກ ປະຈຳປີ 2026
ເວລາອອກຂ່າວ: 2026-07-07 09:51:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ: ![]()
ວັນທີ 6 ກໍລະກົດ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ເປີດບັ້ນອົບຮົມການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2026 ແລະ ຈັດພິທີ ມອບຍ້ອງຍໍຜົນງານ 5 ປີ ໃຫ້ພະນັກງານ-ນັກຮົບ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ໂຮງຮຽນ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການ ເມືອງໂຮງຮຽນ, ມີຄະນະພັກ-ຄະນະອຳອວຍການ, ອົງການ 5 ຫ້ອງ, 4 ກອງພັນນັກຮຽນ, ພະນັກງານບຳນານ ແລະ ພະນັກງານ - ນັກຮົບ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍ ເລກ 1 ໄດ້ຂຶ້ນຜ່ານແຜນການ ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2026 ເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດ ທາງດ້ານການທະຫານ, ການເມືອງ, ພະລາທິການ, ເຕັກນິກ ໃຫ້ມີຄວາມຮັບປະກັນ ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມເຂັ້ມແຂງ, ມີຄວາມຊໍານິຊໍານານ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ໃນໄລຍະໃໝ່, ຮັບປະກັນໃນການຈັດຕັ້ງເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ. ການຫັດແອບຄັ້ງນີ້ ໃຊ້ເວລາທັງໝົດ 180 ວັນ, ລວມທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ວັນທີ 16 ມີນາ-13 ມິຖຸນາ 2026 ລວມທັງໝົດ 90 ວັນ, ໄລຍະທີ 2 ເລີ່ມແຕ່ວັນທີ 14 ກັນຍາ-12 ທັນວາ 2026 ລວມທັງໝົດ 90 ວັນ, ປະກອບມີ 8 ວິຊາຮຽນ ຄື: ວິຊາ ລະບຽບຂໍ້ກຳນົດ, ຮູບແຖວ, ພິທີການ; ວິຊາ ກິລາການທະຫານ; ວິຊາ ວຽກງານເສນາ-ແຜນທີ່; ວິຊາ ສິລະປະຍຸດທະຫານຮາບ; ວິຊາ ຍຸດທະວິທີທະຫານຮາບ; ວິຊາ ວຽກງານການເມືອງ; ວິຊາ ວຽກງານພະລາທິການ ແລະ ວິຊາ ວຽກງານເຕັກນິກ.
ໃນພິທີ, ສະຫາຍ ພັນໂທ ບຸນຮຽງ ພິມະວົງ ຫົວໜ້າຫ້ອງການເມືອງ ໂຮງຮຽນ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ພະນັກງານ-ນັກຮົບ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ວຽກງານ ປກຊ-ປກສ ຕະຫຼອດໄລຍະ 5 ປີ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ໃນນີ້, ປະດັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 33 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 53 ສະຫາຍ, ປະດັບຫຼຽນກາແຮງງານ ຈຳນວນ 74 ສະຫາຍ, ມອບໃບຍ້ອງຍໍລັດຖະບານ ຈຳນວນ 49 ສະຫາຍ.
ຂ່າວໂດຍ: ຮ.ອ ອາລຸນ ແກ້ວຜາສຸກ; ພາບໂດຍ: ຮ.ອ ນາງ ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















