ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ບົນ​ເສັ້ນທາງ​ ການ​ກຳເນີດ​ເຕີບ​ໃຫຍ່​ ຂອງວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ
ເວລາອອກຂ່າວ: 2026-06-25 09:33:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 758 | ຄວາມນິຍົມ:



ປີ 1954 ກຳລັງ​ປະຕິວັດ​ໄດ້​ເຄື່ອນ​ກຳລັງ​ຂຶ້ນ​ເຕົ້າໂຮມ​ຢູ່​ສອງ​ແຂວງຄື: ຫົວພັນ ແລະ ຜົ້ງ​ສາລີ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ແນວ​ລາວ​ຮັກ​ຊາດ​ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ​ຕໍ່​ການ​ກໍ່ສ້າງ​ກຳລັງ​ທາງ​ດ້ານ​ການເມືອງ ແລະ ກຳລັງ​ປະກອບ​ອາວຸດ ນັບ​ທັງ​ກຳລັງທີ່​ ຍັງ​ປະຈຳການ​ຢູ່​ທ້ອງຖິ່ນ 10 ແຂວງ​ໃນ​ເຂດ​ກວດກາ​ຂອງຝ່າຍ​ ວຽງ​ຈັນ. ສະເພາະ​ກຳລັງ​ປະ ກອບ​ອາວຸດ ​ເຊິ່ງ​ເປັນ​ກຳລັງຕົ້ນ ຕໍ​ໃນ​ການ​ຮັບປະກັນ​ໃຫ້​ແກ່​ສັນ ຕິພາບ ແລະ ຄວາມ​ສະຫງົບ​ສຸກ​ຂອງ​ປະຊາຊົນ​ບັນດາເຜົ່າ. ໃນ​ເວລາ​ນັ້ນ ສູນ​ກາງ​ພັກ, ກອງບັນ ຊາ​ການ​ທະຫານ​ສູງ​ສຸດ ໄດ້​ຈັດ​ຕັ້ງ​ກຳລັງ​ເພື່ອ​ກຽມພ້ອມ​ເຮັດ ໜ້າທີ່​ສູ້​ຮົບ​ປົກ​ປັກ​ຮັກສາ​ເຂດ​ເຕົ້າໂຮມ​ຂອງ​ກຳລັງ​ປະຕິວັດ ເຮົາ. ທ້າຍ​ເດືອນ​ທັນວາ ປີ 1954 ພາຍຫຼັງ​ກອງ​ປະຊຸມ​ວຽກ​ງານການ​ທະຫານ, ການເມືອງ​ ຄັ້ງ​ທີ I ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ໂສຍ ແຂວງ​ຫົວພັນ ໂດຍ​ແມ່ນປະທານ ໄກສອນ ພົມວິຫານ ເປັນ​ປະທານ​ກອງ​ປະຊຸມ​ ໄດ້​ຕົກລົງ​ສ້າງຕັ້ງ​ກຳລັງ​ປະກອບ​ອາວຸດ​ຂຶ້ນ​ ເຊິ່ງ​ລວມ​ມີ 9 ກອງພັນ​ນ້ອຍ​ທະຫານ​ຮາບ ແລະ ກົມ​ກອງ​ເຫຼົ່າ​ຮົບ​ອີກ​ຈຳນວນ​ໜຶ່ງ. ເພື່ອ​ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຕໍ່ສູ້​ຍືດ​ເຍື້ອ​ຍາວ​ນານ​ຂອງ​ພັກ ແລະ ທັງ​ເປັນ​ການ​ປັບ ປຸງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ຂອງ​ຝ່າຍ​ປະເທດ​ລາວ​ ໃຫ້​ມີ​ບາດກ້າວ​ເຕີບ​ໃຫຍ່​ຂະຫຍາຍຕົວ ໂດຍ​ສະເພາະ​ວຽກ​ງານກໍ່ສ້າງ ​ພະນັກງານ​ຂັ້ນ​ບັນຊາ, ພະນັກ ງານ​ນຳພາ, ພະນັກງານ​ເຕັກນິກ​ວິຊາ​ສະເພາະ​ຕ່າງໆ ໃນ​ຖັນແຖວ​ ກອງທັບ​ ເຊິ່ງ​ແມ່ນ​ຂອດ​ຈຳເປັນ ແລະ ຮີບ​ດ່ວນ​ ສຳລັບ​ການປະຕິ ວັດ​ລາວ. ຕົ້ນ​ລະດູແລ້ງປີ 1955 ປະທານ ໄກສອນ ພົມວິຫານ ແລະ ທ່ານ ສິງກະໂປ ສີ​ໂຄດ​ຈຸນ​ນະ​ມາ​ນີ ໄດ້​ຕາງໜ້າ​ໃຫ້​ສູນ​ກາງ​ພັກ ທັງ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ ໄດ້​ເດີນທາງ​ໄປ​ບ້ານ​ກາງ​ໂມງ ເມືອງ​ໂສຍ ແຂວງ​ຫົວພັນ ເພື່ອ​ຊີ້​ນຳ​ວຽກ​ງານ​ຢ່າງຮອບດ້ານ, ວັນ​ທີ 18 ມິຖຸນາ 1955 ສູນ​ກາງ​ພັກ ໄດ້​ມີ​ມະຕິ​ຕົກລົງ ​ສ້າງຕັ້ງ​ໂຮງຮຽນ​ກອງທັບ ຫຼັງ​ທຳ​ອິດຂອງ​ກອງ ທັບ​ຂຶ້ນ​ຢູ່​ທີ່​ບ້ານ​ກາງ​ໂມງ ເມືອງ​ໂສຍ ແຂວງ​ຫົວພັນ ແລະ ໄດ້ຖື​ ເອົາ​ນາມ​ວິລະ​ບູ​ລຸດ​ແຫ່ງ​ຊາດ (ກົມ​ມະ​ດຳ) ເປັນ​ຊື່​ຂອງ​ໂຮງ ຮຽນ, ພ້ອມ​ທັງ​ໄດ້​ແຕ່ງຕັ້ງ​ ຄະນະ​ຮັບຜິດຊອບ​ໂຮງຮຽນ​ຂຶ້ນ, ໃນ​ນັ້ນ, ​ໄດ້​ແຕ່ງຕັ້ງ​ ສະຫາຍ ບຸນ​ຊູ ສີໄພ​ງາມ ເປັນ​ອຳນວຍ​ການ, ປະ ກອບ​ມີ​ພະນັກງານ, ຄູ-ອາຈານ​ຈຳນວນ​ໜຶ່ງ ​ທີ່ຢູ່​ໃນ​ໂຄງ​ຮ່າງ​ການຈັດຕັ້ງ​ໃນເວລາ​ນັ້ນ. ພາຍຫຼັງ​ທີ່ປະທານ ໄກສອນ ພົມວິຫານ ໄດ້​ປະກາດ​ສ້າງຕັ້ງ​ໂຮງຮຽນ​ກົມ​ມະ​ດຳ, ທ່ານ ສິງກະໂປ ສີ​ໂຄດ​ຈຸນ​ລະ​ມະນີ ໄດ້​ມອບ​ໝາຍ​ໜ້າທີ່​ອັນ​ສຳຄັນ​ໃຫ້​ແກ່​ພະນັກງານ​ຄູ-ອາຈານ, ອ້າຍ​ເອື້ອຍ​ນ້ອງ​ຮັບ​ໃຊ້​ພາຍ​ໃນ​ໂຮງຮຽນ, ທັງ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ມີ​ຄວາມ​ອົດທົນ​ຜ່ານ​ຜ່າ​ອຸປະສັກ ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ຕ່າງໆ​ນາໆປະການ​ໃນ​ການ​ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ ທາງ​ດ້ານ ​ວັດຖຸ​ອຸປະກອນ, ເຄື່ອງ​ອຸປະ ໂພກ-ບໍລິໂພກ ເຊິ່ງ​ໃນ​ເວລາ​ນັ້ນ​ທົ່ວ​ພັກ-ທົ່ວ​ກອງທັບ ໄດ້​ສຸມ​ໃສ່​ການ​ປະຕິບັດ​ທິດ​ທາງ​ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ ແລະ ປະ​ເຊີນ​ໜ້າ​ກັບ​ສົງຄາມ​ສະ ເພາະ​ໜ້າ ແລະ ຍາວນານຂອງ​ ການ​ປະຕິວັດ​ລາວ. ຍ້ອນແນວ​ນັ້ນ, ໜ້າທີ່​ສະເພາະ​ຂອງ​ໂຮງ ຮຽນ​ກົມ​ມະ​ດຳ ຈຶ່ງ​ແມ່ນ​ການ​ໝູນ​ໃຊ້​ກຳລັງ​ແຮງ​ຂອງ​ກົມ​ກອງ​ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ຂອງ​ພວກ​ເຮົາ​ໃນ​ເບື້ອງ​ຕົ້ນ​ຢ່າງ​ຈິງ​ຈັງ ແລະ ໄດ້​ຮັບ​ການ​ຊ່ວຍເຫຼືອ, ອູ້ມ​ຊູ​ສະໜັບສະໜູນ​ຈາກ​ປະຊາຊົນ​ຈຶ່ງ​ເຮັດ​ໃຫ້​ໂຮງຮຽນ​ກົມ​ມະ​ດຳ ຄ່ອຍ​ດີ​ຂຶ້ນ​ເປັນ​ລຳດັບ. ໄປ​ຄຽງ​ຄູ່​ກັບ​ການ​ສ້າງຕັ້ງ​ໂຮງຮຽນ​ກົມ​ມະ​ດຳກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ, ວັນ​ທີ 23 ຕຸລາ 1955 ສູນ​ກາງ​ພັກໄດ້​ ຕົກລົງ​ສ້າງຕັ້ງ​ໂຮງຮຽນ​ຄິດໄລ່ (ໂຮງຮຽນ​ພະລາທິການ) ຂອງ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ​ຂຶ້ນ. ຈາກ​ນັ້ນ, ເດືອນ​ພະຈິກ 1956 ໂຮງຮຽນ​ກົດ​ລັບ-ສື່ສານ ກໍໄດ້​ສ້າງຕັ້ງ​ຂຶ້ນ​ເປັນ​ລຳດັບ, ນັ້ນ​ ແມ່ນ​ບາດກ້າວ​ຂະຫຍາຍຕົວ ຂອງ​ໂຮງຮຽນໃນ​ຖັນ​ແຖວ​ກຳ ລັງປະກອບ​ອາວຸດ​ກອງທັບ​ປະ ຊາຊົນລາວ. ໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ ໂຮງຮຽນ​ກົມ​ມະດຳ ໄດ້ ຍົກຍ້າຍ​ສະຖານທີ່ຢູ່ເລື້ອຍໆ, ເຮືອນນອນ, ຫ້ອງ​ຮຽນ, ຫ້ອງ ການ​ແມ່ນ​ບໍ່​ມີ, ອາໄສ​ເຮືອນ​ປະ ຊາຊົນ​ເປັນ​ສະຖານທີ່ (ບໍ່​ມີ​ລະບົບ​ອັດຕາ​ກິນ, ເງິນເດືອນ) ການ​ກິນ​ຢູ່, ນຸ່ງ​ຫົ່ມ​ໄດ້​ຮັບ​ການ​ຊ່ວຍ​ເຫຼື່ອ​ຈາກ​ປະຊາຊົນ​ລາວ​ບັນດາເຜົ່າ ແລະ ເພື່ອນ​ມິດສາ​ກົນ, ຫ້ອງ​ຮຽນ​ອາໄສ​ຮຽນ​ຢູ່​ຕາມ​ປ່າດົງ, ເອົາ​ຫົວເຂົ່າ​ເປັນ​ໂຕະ, ເອົາ​ດິນ​ເປັນ​ຕັ່ງ, ເປັນ​ກະດານ​ຂີດ​ຂຽນ​ແຕ້ມ​ແຜນ​ຮ່າງ, ແຕ້ມ​ແຜນທີ່​ຕ່າງໆ ວັດຖຸ​ອຸປະກອນ​ຂາດເຂີນ​ຫຼາຍ​ດ້ານ, ໂຄງການ​ຫຼັກສູດ, ເອກະສານ​ອາໄສ​ການ​ຊ່ວຍເຫຼືອ​ຈາກ​ຊ່ຽວຊານ​ຫວຽດນາມ, ຄູ-ອາຈານ​ບໍ່​ພຽງພໍ ແຕ່​ຄຸນນະ ພາບ​ການ​ບຳລຸງ​ອົບຮົມ, ກໍ່ສ້າງ ​ພະນັກງານ​ໄດ້​ຮັບ​ການ​ຍົກ​ສູງ​ ຢູ່​ຕະຫຼອດ​ເວລາ, ເຮັດ​ໃຫ້ການ​ປະກອບ​ພະນັກງານ​ຂັ້ນ​ຊີ້​ນຳ-ບັນຊາ​ ຢູ່​ໃນ​ບັນດາ​ກົມ​ກອງ​ກຳລັງປະກອບ​ອາວຸດ​ກອງທັບ ແລະ ຮາກ​ຖານ​ປະຊາຊົນ ໄດ້​ຮັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ວ່ອງໄວ, ມີ​ຄວາມ​ສາມາດ​ປະດິດ​ສ້າງ​ໃນ​ການ​ຊີ້​ນຳ-ນຳພາ, ຮູ້​ນຳ​ໃຊ້​ອາວຸດ​ພື້ນເມືອງ​ຈົນ​ເຖິງ​ອາວຸດ​ທັນ​ສະໄໝ ກ້າວ​ໄປ​ພ້ອມ​ກັບ​ຄວາມ​ຮູ້, ຄວາມ​ສາມາດ​ຕີ​ເອົາ​ໄຊຊະນະ​ຈັກກະພັດ​ຜູ້​ຮຸກ​ຮານ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ. ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ປະເທດ​ຊາດ ພັກ-ລັດ ກໍ​ຄື​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຍົກ​ລະດັບ​ບົດບາດ​ຂອງ​ບັນດາ​ໂຮງຮຽນ​ຢູ່​ໃນ​ຖັນ​ແຖວ​ກອງທັບ​ຂຶ້ນ​ຕາມ​ລຳດັບ​ໃຫ້​ເຕີບ​ໃຫຍ່​ຂະ ຫຍາຍຕົວ ​ທາງ​ດ້ານ​ຈຳນວນພົນ ແລະ ຄຸນ​ນະ​ພາບ ໂດຍ​ອີງໃສ່​ການ​ຂະຫຍາຍຕົວ​ຂອງ​ໂຮງຮຽນ​ກົມ​ມະ​ດຳ ວັນ​ທີ 23 ກຸມພາ 1981 ຈຶ່ງ​ໄດ້​ປ່ຽນ​ຊື່​ຈາກ​ໂຮງ ຮຽນ​ກົມ​ມະ​ດຳ ມາ​ເປັນ​ໂຮງ ຮຽນ​ປະສານ​ເຫຼົ່າ (ຊັ້ນ​ຕົ້ນ​ຢູ່​ນ້ຳ​ຊວງ, ຊັ້ນ​ກາງ ຢູ່​ບ້ານ​ແປນ ແລະ ຊັ້ນ​ສູງ​ຢູ່​ຈີ່ນາຍ​ໂມ້) ເຊິ່ງ​ປະກອບ​ດ້ວຍ​ເຫຼົ່າ​ຮົບ​ທະຫານ​ຮາບ, ການເມືອງ, ສື່ສານ, ຊ່າງ​ແສງ, ປືນ​ໃຫຍ່​ໜ້າດິນ, ປ້ອງ​ກັນ​ອາກາດ, ລົດ​ຕັງ, ສືບ​ຂ່າວ, ຕີ​ພິ ເສດ ແລະ ເຫຼົ່າ​ຮົບ​ເຄ​ມີ. ໃນ​ໄລຍະ​ຕໍ່​ມາ, ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໂຮງຮຽນ ​ທີ່​ມີ​ການ​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່ ມີ​ບົດບາດ​ສຳຄັນ​ໃນ​ການ​ປັບປຸງກໍ່ສ້າງ​ກຳລັງ​ປະກອບ​ອາວຸດ, ກະຊວງ​ປ້ອງ​ກັນ​ປະ ເທດໄດ້​ປ່ຽນ​ຊື່​ຈາກ​ໂຮງຮຽນ​ປະສານ​ເຫຼົ່າ (ຊັ້ນ​ກາງ) ມາ​ເປັນວິທະຍາຄານ​ການ​ທະຫານ-ການເມືອງ ໃນ​ວັນ​ທີ 9 ສິງຫາ 1996. ຜ່ານ​ການເຄື່ອນໄຫວ​ວຽກ​ງານ​ຕົວ​ຈິງຂອງ​ໂຮງຮຽນ​ຍິ່ງ​ເຮັດ​ໃຫ້​ມີ​ບົດບາດ​ອັນສູງໃຫ້​ ແກ່​ການ​ບຳລຸງ-ກໍ່ສ້າງ​ພະນັກ ງານ-ນັກຮົບ ປະກອບໃຫ້ກອງ ທັບ ແລະ ມີ​ຄວາມ​ຈຳເປັນ​ພາວະ​ວິໄສ. ດັ່ງນັ້ນ, ວັນ​ທີ 15 ສິງຫາ 2004 ກະຊວງ​ປ້ອງ​ກັນ​ປະເທດ ຈຶ່ງ​ໄດ້​ປ່ຽນ​ຊື່ຈາກ ວິທະຍາຄານ​ການ​ທະຫານ-ການເມືອງ ມາ​ເປັນວິທະຍາຄານ​ກົມ​ມະ​ດຳ. ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ແຫ່ງ​ການເຄື່ອນໄຫວ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ວິທະຍາຄານ​ກົມ​ມະ​ດຳ ໄດ້​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ວຽກ​ງານ​ອົບຮົມ​ບຳ ລຸງ-ກໍ່ສ້າງ​ພະນັກງານ-ນັກຮົບ ກອງທັບ​ປະຊາຊົນ​ລາວ ໃຫ້​ມີ​ຄຸນ​ນະ​ພາບ​ນັບ​ມື້​ສູງ​ຂຶ້ນ ບັນດາ​ນາຍ​ທະຫານທີ່​ໄດ້​ຮັບ​ການ​ຊຸບ​ຫຼໍ່​ກໍ່ສ້າງ​ຢູ່​ສະ​ຖາ​ບັນ​ແຫ່ງ​ນີ້ ລ້ວນ​ແລ້ວແຕ່​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ຈົງ​ຮັກ​ພັກດີ, ຊື່ສັດ​ບໍລິສຸດ​ຕໍ່​ພັກ, ຕໍ່​ປະເທດ​ຊາດ ແລະ ປະຊາຊົນ, ເຊື່ອ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງພັກ- ລັດ ແຕ່​ລະ​ໄລຍະ, ມີ​ອຸດົມ​ການ​ ສັງຄົມ​ນິຍົມ ​ຢ່າງ​ສະເໝີ​ຕົ້ນ​ສະ ເໝີ​ປາຍ, ສິ່ງ​ເຫຼົ່າ​ນີ້​ ໄດ້​ກາຍເປັນ​ມູນເຊື້ອ​ອັນ​ດີງາມ​ ຂອງວິທະຍາ ຄານ​ກົມ​ມະ​ດຳ ແຕ່​ເມື່ອ​ກ່ອນ​ຈົນ​ເຖິງ​ປັດຈຸບັນ. ການ​ປະຕິບັດ​ໜ້າທີ່​ການເມືອງ​ທີ່​ພັກ-ລັດ ແລະ ກະຊວງ​ປ້ອງ​ກັນ​ປະເທດມອບ​ໝາຍ​ໃຫ້​ໃນ​ແຕ່​ລະ​ໄລຍະ​ນັ້ນ, ຄະນະ​ພັກ-ຄະນະ​ອຳນວຍ​ການວິທະຍາຄານ​ກົມ​ມະ​ດຳ ພ້ອມ​ດ້ວຍ​ພະນັກງານ, ຄູ-ອາຈານ ແລະ ພະນັກງານ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໜ້າທີ່​ການເມືອງ​ຂອງ​ຕົນ​ເຂົ້າ​ໃນ​ວຽກ​ງານ​ສຶກ​ສາ​ອົບຮົມ, ບຳ ລຸງ​ກໍ່ສ້າງ​ນາຍ​ທະຫານ​ໃຫ້​ກ້າວ​ເຂົ້າ​ສູ່​ລະບຽບ​ແບບແຜນ ແລະ ທັນ​ສະໄໝ, ມີ​ຄຸນ​ນະ​ພາບ​ທຽບ​ເທົ່າ​ກັບ​ລະດັບ​ຊາດ, ລະດັບ​ສາ ກົນ​ເທື່ອ​ລະ​ກ້າວ​ ໂດຍ​ສະເພາະ​ແມ່ນ​ການ​ປັບປຸງ​ດ້ານ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ ໄປ​ຄຽງ​ຄູ່​ກັບ​ການ​ຍົກ​ລະດັບ​ວຸດ​ທິ​ການ​ສຶກ​ສາ​ຂອງ​ບັນດາ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃຫ້​ສູງ​ຂຶ້ນ. ດ້ານ​ວຽກ​ງານ​ຄົ້ນຄວ້າ​ວິທະ ຍາສາດ ກ່ຽວ​ກັບ​ແນວທາງການ​ ທະຫານ, ການເມືອງ, ສິລະປະ ຍຸດ-ຍຸດທະວິທີ ສູ້​ຮົບ​ໄດ້​ຮັບ​ການ​ປັບປຸງ​ເປັນ​ລະບົບ​ເອກະສານທີ່​ ສົມບູນ​ແບບ​ມີ​ເນື້ອ​ໃນຄົບຖ້ວນ, ຖືກຕ້ອງ, ເໝາະ​ສົມ ແລະ ສອດ ຄ່ອງ​ກັບ​ພາລະກິດ​ປ່ຽນແປງ​ໃໝ່​ຂອງ​ພັກ-ລັດ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ. ໃນ​ນັ້ນ, ໄດ້​ກຳ​ແໜ້ນ​ບັນດາ​ບົດຮຽນ​ຂອງ​ຊາດ, ສາ ກົນຢ່າງ​ໜັກ​ແໜ້ນ​ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳລຸງ-ກໍ່ສ້າງ ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ ສ້າງ​ໃຫ້​ມີ​ຄວາມ​ມານະ​ອົດທົນ, ດຸໝັ່ນ​ຂະຫຍັນ​ພຽນ, ເປັນ​ເຈົ້າ​ການ​ຄົ້ນຄວ້າ​ຕຳລາ​ການ​ສອນ ແລະ ຫຼັກສູດ​ການ​ຮຽນ​ຕ່າງໆ​ເພື່ອ​ປັບປຸງ​ໃຫ້​ແທດເໝາະ​ກັບ​ສະພາບ​ຕົວ​ຈິງ​ໃນ​ເງື່ອນໄຂ​ພູມີ​ປະເທດ​ໃນ​ການ​ກໍ່ສ້າງ​ກຳລັງ​ ກໍ​ຄື​ ການ​ປັບປຸງ​ກໍ່ສ້າງ​ນາຍ​ທະຫານ​ຢ່າງຮອບດ້ານ, ສົ່ງເສີມ​ຫົວຄິດ​ປະດິດ​ສ້າງ ແລະ ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ອອກແຮງ​ງານ​ທາງ​ມັນສະໝອງ​ໃນ​ການ​ຄົ້ນຄວ້າ​ວິ ທະຍາສາດ​ການ​ທະຫານ, ການ ເມືອງ, ສ້າງ​ຫຼັກສູດ, ຕຳລາ​ສິດ ສອນ, ຕຳລາ​ຮຽນ ແລະ ສົ່ງເສີມ​ຂຸດ​ຄົ້ນ​ຫົວຄິດ​ປະດິດ​ສ້າງ​ທາງ​ດ້ານ​ມັນສະໝອງ​ລວມ​ໝູ່​ເຂົ້າ​ໃນ​ການ​ນຳ​ໃຊ້​ຕົວ​ຈິງ​ຂອງ​ວຽກ​ງານ​ດ້ານ​ຕ່າງໆ. ສຳລັບ​ວິທີ​ການ​ສິດສອນ​ອົບ ຮົມ​ບຳລຸງ-ກໍ່ສ້າງ​ພະນັກງານ, ຄຸ້ມ​ຄອງ​ນັກຮຽນ​ໃນ ໄລຍະ​ມາ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ ແລະ ມີ​ປະ​ສິດທິ​ຜົນໃນ​ສະເພາະ​ໜ້າ ແລະ ຍາວ​ນານ, ການ​ສຶກ​ ສາ​ຄົ້ນຄວ້າ​ຮໍ່າຮຽນຂອງ​ພະນັກ ງານ-ນັກຮົບ​ທີ່​ເຂົ້າ​ມາ​ສຶກ​ສາ​ຢູ່ວິທະຍາຄານ​ກົມ​ມະ​ດຳ ທຸກ​ຄົນ​ກໍ​ຕ້ອງ​ໄດ້​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ວິທະຍາຄານ​ຢ່າງ​ເຂັ້ມ​ງວດ ໄປ​ພ້ອມໆກັບ​ການ​ປະຕິບັດ​ກົດ​ລະບຽບ​ວິໄນ​ຂອງ​ກອງທັບ, ທັງ​ນີ້​ກໍ​ເພື່ອ​ເຮັດ​ ໃຫ້ການ​ກໍ່ສ້າງ​ພະນັກງານທີ່ມີ​ ຄຸນ​ນະ​ພາບ. ໄປ​ພ້ອມ​ກັບ​ການ​ຫັນປ່ຽນ​ວິທີການ​ສິດສອນ​ທີ່​ສອດຄ່ອງ​ກັບ​ແຕ່​ລະ​ໄລຍະ​ແຕ່​ ລະ​ເປົ້າ​ໝາຍ ບໍ່​ວ່າ​ຈະ​ເປັນແຫຼ່ງ ​ຂໍ້ມູນຈາກຫ້ອງຮຽນ ແລະ ນອກ ​ຫ້ອງ​ຮຽນ (ຫ້ອງ​ສະໝຸດ, ຫ້ອງ ​ມູນເຊື້ອ ແລະ ຮຽນ​ນຳພະນັກ ງານ​ປະຕິວັດ​ອາວຸໂສ, ຜູ້​ຊົງຄຸນ​ ນະ​ວຸດ​ທິ​ຕ່າງໆ) ດ້ວຍ​ຄວາມ​ຮັບ ຜິດຊອບ​ສູງ ພ້ອມ​ທັງ​ເຊີດ​ຊູ​ບົດ ບາດ ແລະ ປະຕິບັດ​ນະໂຍບາຍ ​ຕໍ່​ ຄູ-ອາຈານ​ຢ່າງ​ແທດເໝາະ​ໃນ​ວຽກ​ງານ​ການ​ສິດສອນ​ຕົວ​ຈິງ. ນອກຈາກ​ເຮັດ​ໜ້າທີ່​ການ ເມືອງ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ໄດ້​ດີ​ແລ້ວ​ຍັງ​ໄດ້​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ກົມ​ກອງ​ຕັ້ງ​ທັບ​ຢູ່​ບ່ອນ​ໃດ​ກໍ​ຕ້ອງ​ກຳ​ແໜ້ນ​ຮາກ​ຖານ​ປະຊາຊົນ ໃນ​ນັ້ນ​ໄດ້​ສົ່ງ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ປະຊາຊົນ​ໃນ​ຂອບ​ເຂດຮັບ ຜິດຊອບ ຄື: ເຂດ​ນ້ຳ​ແຈ້ງ, ເຂດ ​ໂພນ​ສູງ ແລະ ເຂດ​ອື່ນທີ່ໄດ້​ຮັບ​ມອບ​ໝາຍ​ຈາກ​ຂັ້ນ​ເທິງ ​ໂດຍ ​ມອບ​ໃຫ້​ແຕ່​ລະ​ອົງການ, ກົມ​ກອງ ຈັດ​ຕັ້ງ​ສ້າງ​ເປັນ​ບ້ານ​ແຮກ ສ່ຽວ ເພື່ອ​ຊ່ວຍ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ພ້ອມ​ທັງ​ນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ​ໄປ​ເຜີຍ​ແຜ່​ເປັນຕົ້ນ​ແມ່ນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ເຮັດ​ໃຫ້​ຮາກ​ຖານ​ປະຊາຊົນ​ມີ​ຄວາມ​ສະຫງົບ. ດ້ານ​ວຽກ​ງານ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື ແລະ ຈັດ​ເປັນ​ໂຄງການ​ຫຼັກສູດ​ອົບຮົມ​ບຳລຸງ-ກໍ່ສ້າງ​ໂດຍ​ກົງ​ໃນ​ວຽກ​ງານ​ດັ່ງກ່າວ ​ເພື່ອ​ຍົກ​ລະດັບ​ພະ ນັກງານ, ນາຍ​ທະຫານ​ໃນ​ແຕ່​ລະ​ໄລຍະ ໄດ້​ຫັນ​ເອົາ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ ມາ​ເປັນ​ແຜນການ​ລະອຽດ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ປະເທດ​ສັງຄົມ​ນິຍົມ, ພ້ອມ​ກັນ​ນັ້ນ​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ໄປທັດສະນະ​ສຶກ​ສາ​ດ້ານ​ຕ່າງໆ ຂອງ​ສະ​ຖາບັນ​ ການ​ທະຫານ ເຊັ່ນ: ​ສສ ຫວຽດ ນາມ, ​ສປ ຈີນ, ສ ຣັດ​ເຊຍ ແລະ ບັນດາ​ປະເທດ​ອື່ນໆ. ພ້ອມ​ນັ້ນ​ຍັງ​ໄດ້​ຮັບ​ຕ້ອນ​ແຂກ ແລະ ເຮັດ​ວຽກ​ຮ່ວມ​ກັບ​ຫຼາຍ​ຄະນະ​ຜູ້​ແທນ​ຂອງ​ກອງທັບ​ປະເທດ​ເພື່ອນມິດ ທີ່​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ອັນ​ໄດ້​ສ້າງ​ຄວາມ​ຈິງ​ໃຈ, ຄວາມ​ ສະດວກ ແລະ ຄວາມ​ເປັນ​ມິດ ຢ່າງ​ແທ້​ຈິງ, ເຊິ່ງ​ເປັນ​ການ​ປະ ກອບສ່ວນ​ສຳຄັນ​ໃນ​ຜົນສຳເລັດ​ລວມ​ທົ່ວ​ກອງທັບ ຕາມ​ທິດ​ນຳ “ເພີ່ມ​ມິດ​ຫຼຸດ​ສັດຕູ”. ດ້ານ​ວຽກ​ງານ​ການ​ກໍ່ສ້າງ​ ພັກ-ພະນັກງານ ໄດ້​ຖື​ເອົາ 5 ຫຼັ້ກ​ການ 3 ທິດ​ນຳ​ຂອງ​ພັກ​ເປັນ​ສຳຄັນ​ຕິດ​ພັນ​ກັບ​ການ​ກໍ່ສ້າງພະ ນັກງານ 3 ຮຸ່ນ ທັງ​ກໍ່ສ້າງ​ກັບ​ທີ່ ແລະ ສົ່ງ​ໄປ​ຮຽນຢູ່​ບັນດາວິ ທະຍາຄານ​ໃນ​ກອງທັບ ແລະ ຕ່າງປະເທດ​ ໂດຍ​ສະເພາະ​ແມ່ນ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ. ເຊິ່ງ​ປັດຈຸບັນ​ທົ່ວວິທະຍາຄານ​ກົມ​ມະ​ດຳ ມີ​ຖັນ​ແຖວ​ພະນັກງານ, ຄູ-ອາຈານ ລ້ວນ​ແລ້ວແຕ່​ໄດ້​ຮັບ​ການ​ກໍ່ສ້າງ ມີ​ລະດັບ​ຄວາມ​ຮູ້​ວິຊາ​ສະເພາະ​ທີ່​ແນ່ນອນ ຂັ້ນ​ປະລິນຍາ​ເອກ, ປະລິນຍາ​ໂທ, ປະລິນຍາ​ຕີ, ຊັ້ນ​ສູງ ແລະ ຊັ້ນ​ກາງ. ດ້ານ​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໄດ້​ປະຕິບັດ​ຕາມທິດ ​ນຳເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງດ້ວຍ ​ຕົນ​ເອງ ປັບປຸງ​ກໍ່ສ້າງ​ຕືກ​ອາ ຄານ, ສຳນັກງານ​ຫ້ອງການ, ໂຮງຮຽນ, ຫໍ​ພັກ​ນັກ​ສຶກ​ສາ, ເຮືອນ​ໄວ້​ລົດ-ປືນ​ໃຫຍ່, ໂຮງໝໍ 20 ຕຽງ, ເຮືອນ​ພັກ​ເຊົາ​ຮັບ​ຕ້ອນ​ແຂກ, ເຮືອນຄົວ-ເຮືອນ​ກິນ​ເຂົ້າ, ຫໍຄອຍ​ສະໜາມ​ຊ້ອມ​ຮົບ, ເສັ້ນທາງ​ເຂົ້າ​ອອກ​ຄ້າຍ ແລະ ເສັ້ນທາງ​ໄປ​ຫາ​ເສັ້ນທາງ​ເລກ​ທີ 13 ເໜືອ, ສະໜາມ​ຫັດ​ແອບ​ລົດ​ຕັງ, ປືນ​ໃຫຍ່​ໜ້າ​ດິນ ແລະ ທະຫານ​ຮາບ 3 ສະໜາມ, ເຈາະ​ນ້ຳ​ບາ​ດານ, ອ່າງເກັບນ້ຳ​ປະປາ, ສ້າງ​ເດີນ​ເຕາະ​ບານ, ເດີນ​ບານສົ່ງ, ປະຕູໂຂງ​ເຂົ້າ-ອອກ​ຄ້າຍ, ຜາມໄຊ, ສາງ​ຄັງ, ຕະຫຼາດ​ນ້ອຍ, ຕິດ​ຕັ້ງ​ລະບົບ​ກັ່ນ​ຕອງ​ນ້ຳ​ດື່ມ​ບໍລິສຸດ ແລະ ສິ່ງ​ປຸກ​ສ້າງ​ອື່ນໆ​ໃຫ້​ແໜ້ນໜາ​ຖາວອນ​ຕາມ​ແບບ​ວັດທະນະທຳ​ຈົບງາມ; ດ້ານ​ວຽກ​ງານ​ການ​ຄຸ້ມ​ຄອງ​ພາ ຫະນະ​ເຕັກນິກ, ອາວຸດ​ກະສຸນ ແມ່ນ​ໄດ້​ມີ​ການ​ກວດກາ​ເປັນ​ປະ ຈຳ​ເພື່ອ​ຮັບປະກັນ​ໃນ​ການ​ຮັບ​ໃຊ້​ການ​ຮຽນ-ການ​ສອນ​ຂອງ​ນັກ​ສຶກ​ສາ​ໃຫ້​ມີ​ຄຸນ​ນະ​ພາບ​ດີ. ບົນ​ເສັ້ນທາງ​ແຫ່ງ​ການ​ກຳ ເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ໂຮງຮຽນ​ກົມ​ມະ​ດຳ​ກອງທັບ​ປະຊາຊົນ​ລາວ ໃນ​ເມື່ອ​ກ່ອນ​ພາຍ​ໃຕ້​ການ​ນຳພາ​ອັນ​ປີ​ຊາ​ສາມາດ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ມີ​ຄວາມ​ພາກພູມ​ໃຈ​ຕໍ່​ຜົນງານ​ອັນ​ໃຫຍ່​ຫຼວງ, ມູນເຊື້ອ​ອັນ​ດີ ງາມ​ໃນ​ການ​ບຳລຸງ-ກໍ່ສ້າງ​ພະ ນັກງານ-ນັກຮົບ ແລະ ລູກ​ຫຼານ​ຂອງ​ປະຊາຊົນ​ບັນດາເຜົ່າ​ນັບ​ຫຼາຍ​ພັນ​ຄົນ. ເຊິ່ງ​ປັດຈຸບັນ​ນີ້​ເຂົາເຈົ້າ​ເຫຼົ່ານັ້ນ​ໄດ້​ກາຍເປັນພະ ນັກງານ​ການ​ນຳ​ຂັ້ນ​ສູງ​ຂອງ ​ພັກ-ລັດ ແລະ ກອງທັບ, ມີຫຼາຍ​ ທ່ານ, ຫຼາຍ​ສະຫາຍຢູ່ໃນ​ຂັ້ນ ​ກົມ​ການເມືອງ​ສູນ​ກາງ​ພັກ, ກຳ ມະການ​ສູນ​ກາງ​ພັກ, ຄະນະນຳ​ ກະຊວງ​ປ້ອງ​ກັນ​ປະເທດ, ຂັ້ນ​ ນາຍ​ພົນ, ນາຍ​ພັນ ແລະ ນາຍ ຮ້ອຍ​ຢູ່​ໃນ​ຖັນ​ແຖວ​ກຳລັງ​ປະ ກອບ​ອາວຸດ​ຂອງ​ກອງທັບ​ ປະ ຊາຊົນ​ລາວ ທີ່​ໄດ້​ຜ່ານ​ການ​ອົບ ຮົມ​ບຳລຸງ-ກໍ່ສ້າງ​ຢູ່​ໃນ​ໂຮງຮຽນ​ກົມ​ມະ​ດຳໃນ​ສະໄໝ​ຕໍ່ຕ້ານ. ເຊິ່ງ​ປັດຈຸບັນກະຊວງ​ປ້ອງ​ກັນ​ປະເທດ ໄດ້​ປ່ຽນ​ຊື່​ເອີ້ນ ຈາກ​ວິທະຍາຄານ​ກົມ​ມະ​ດຳ ມາ​ເປັນວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ. ຮຽບ​ຮຽງ​ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ