ຮອງກົມກວດກາ ກອງທັບ ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານກວດກາພັກ-ລັດ ຢູ່ໂຮງຮຽນຊາຍແດນ 712
ເວລາອອກຂ່າວ: 2026-06-17 09:48:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 604 | ຄວາມນິຍົມ: ![]()
ໃນວັນທີ 16 ມີຖຸນາ 2026 ນີ້, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງກົມກວດກາ ກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານກວດກາ ພັກ-ລັດ ຢູ່ໂຮງຮຽນຊາຍແດນ 712 ປະຈໍາປີ 2025, ເຊິ່ງໃຫ້ກຽດເຂົ້າຮ່ວມຕ້ອນຮັບຂອງສະຫາຍ ພັນເອກ ດາວໄກ ເລີດລີວັນ ປະທານກວດກາພັກ-ລັດ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ- ຄະນະບັນຊາ ໂຮງຮຽນ712 , ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານໂຮງຮຽນ 712 ໄດ້ລາຍງານສະພາບການ ແລະ ການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານຂອງກົມກອງໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກົມກອງໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງເປັນປະຈໍາ ແລະ ໄດ້ຊີ້ນຳ-ນຳພາ, ຕິດຕາມ-ກວດກາ ວຽກງານວິຊາສະເພາະແຕ່ລະດ້ານ ຢູ່ພາຍໃນກົມກອງເປັນປະຈຳ ໂດຍສະເພາະວຽກງານກວດກາພັກ-ລັດ, ການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາ ໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານປີ່ນອ້ອມຂອງກົມກອງ ໂດຍສະເພາະແມ່ນການຈັດຕັ້ງເຊື່ອມຊື່ມຜັນຂະຫຍາຍບັນດາມະຕິ, ຄໍາສັງ, ຂໍ້ກຳນົດ ກົດລະບຽບຂອງພັກ, ພາລະບົດບາດ, ໜ້າທີ່, ສິດຂອບເຂດ ແລະ ຄວາມຮັບຜິດຊອບຂອງຄະນະພັກຄະນະບັນຊາແຕ່ລະຂັ້ນ, ມີແບບແຜນວິທີນໍາພາ-ບັນຊາບົນຫຼັກການລວມສູນປະຊາທິປະໄຕ ມີຄວາມສາມັກຄີຮັກແພງພາຍໃນ, ພ້ອມທັງຕິດຕາມເກັບກຳ ການດໍາເນີນຮ່ວມຊີວິດພັກ, ຊຸກຍູ້ ແລະ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ.
ໂອກາດນີ້, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງກົມກວດກາ ຍັງໄດ້ມີຄໍາເຫັນຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະສອບຖາມບາງບັນຫາຕໍ່ຄະນະພັກ-ຄະນະບັນຊາທຸກຂັ້ນ, ເອົາໃຈໃສ່ເຮັດໜ້າທີ່ການເມືອງຕາມສິດ, ພາລະບົດບາດຂອງຕົນ ພ້ອມທັງເນັ້ນໜັກໃຫ້ພາກສ່ວນທີ່ເຮັດວຽກກວດກາ ເອົາໃຈໃສ່ເກັບກໍາສະພາບການ, ບັນຫາຕ່າງໆ ໃຫ້ລະອຽດ ເພື່ອແກ້ໄຂໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງກອງທັບ ແລະ ກົດໝາຍຂອງພັກ-ລັດ ວາງອອກ ປະສານສົມທົບກັບກົມກອງໝູ່ເພື່ອນ, ພາກສ່ວນວິຊາສະເພາະທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຍັງຄ້າງຄາ ໃຫ້ຖືກຕ້ອງສອດຄ່ອງກັບຕົວຈິງ ໂດຍອີງໃສ່ກົດໝາຍ ເພື່ອບໍ່ໃຫ້ເປັນບ່ອນອີງແກ່ຜູ້ກະທໍາຜິດ, ກໍາແໜ້ນເຫດການສະພາບການ ແລະ ແກ້ໄຂໃຫ້ທັນການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















