ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຄະນະ​ກວດກາ​ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ກົມ 213 ເຮັດ​ວຽກ ຢູ່ ກອງພັນ 233
ເວລາອອກຂ່າວ: 2026-06-17 09:02:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນ​ວັນ​ທີ 11 ມິຖຸນາ 2026, ຄະນະ​ກວດກາ​ການ​ກໍ່ສ້າງ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ກົມ 213 ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ ຢູ່ ກອງພັນ 233, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄພ​ວັນ ຄຳ​ສິງ​ສະ​ຫວັດ ຮອງ​ຫົວໜ້າ​ກົມ 213, ມີ​ສະຫາຍ ພັນ​ໂທ ອິນ​ຖາ ເພັດ​ແສງ​ທອງ ຫົວໜ້າ ​ຫ້ອງ​ການເມືອງ ກົມ 213, ສະຫາຍ ພັນ​ໂທ ຈັນທະ​ວົງ ພົມ​ສະຫວັນ ຫົວໜ້າ​ການເມືອງ​ກອງພັນ 233, ບັນດາ​ເລຂາ​ໜ່ວຍ​ພັກ​ທັງ 10 ໜ່ວຍ ຕະຫຼອດ​ຮອດ​ຄະນະ​ວິຊາ​ການ​ຮັບຜິດຊອບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ວົງ ພົມ​ສະຫວັນ ໄດ້​ຜ່ານ​ບົດ​ສະຫຼຸບ ການ​ປັບປຸງ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 6 ເດືອນ​ຕົ້ນ​ປີ 2026 ແລະ ການ​ປະ​ເມີນ​ຜົນ​ໃນ​ການ​ກໍ່ສ້າງ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ທາງ​ຄະນະ​ກວດກາ​ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໄດ້​ຮັບ​ຊາບ. ສະຫາຍ ພັນ​ເອກ ໄພ​ວັນ ຄຳ​ສິງ​ສະ​ຫວັດ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ຈົ່ງ​ເປັນ​ເຈົ້າ​ການ ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ​ຂອງ​ຕົນ ເຂົ້າໃຈ​ແນວທາງ​ນະໂຍບາຍ​ຂອງ ພັກ-ກົດໝາຍ​ຂອງ​ລັດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ພ້ອມ​ກັນ​ນຳ​ເອົາ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ໄປ​ຈັດ​ຕັ້ງ​ພັນ​ຂະຫຍາຍ​ໃຫ້​ແຕກ​ດອກ​ອອກ​ຜົນ ສ້າງ​ກົມ​ກອງ​ໃຫ້​ເປັນ​ກົມ​ກອງ​ວັດທະນະທຳ- ນັກຮົບ ວັດທະນະທຳ, ເປັນ​ກົມ​ກອງ 3 ປອດ ແລະ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ແໜັກ​ແໜ້ນ. ໂດຍ: ໄມ່​ບຸນ​ຫົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ