ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປິດສົກຮຽນ ປະຈໍາປີ 2025-2026
ເວລາອອກຂ່າວ: 2026-06-16 15:25:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 800 | ຄວາມນິຍົມ: ![]()
ໃນຕອນເຊົ້າຂອງວັນທີ 16 ມີຖຸນາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີປິດສົກຮຽນ ປະຈໍາປີ 2025-2026 ແລະ ມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາ ຮຸ່ນທີ XXII ທີ່ໄດ້ສຳເລັດການສຶກສາຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ , ມີຄະນະພັກ-ຄະນະອຳນວຍການວິທະຍາຄານ, ມີບັນດາສະຫາຍຕາງໜ້າຈາກກົມພະນັກງານ, ກົມຈັດຕັ້ພັກ, ກົມໂຮງຮຽນ, ກົມກໍາລັງພົນ, ບັນດາວິທະຍາຄານ, ໂຮງຮຽນ, ຄະນະຊ່ຽວຊານຕ່າງປະເທດ, ເລຂາພັກເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ຄະນະພັກ-ຄະນະບັນຊາ ຫົວໜ່ວຍອົງການ, ກົມກອງຂຶ້ນກັບ ວປກ; ພະນັກງານ, ຄູອາຈານ ແລະ ນັກສຶກສາທີ່ຮຽນຈົບເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ ແລະ ປະເມີນຜົນການສຶກສາໃນສົກຮຽນຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍຄູ-ອາຈານ ໃນການຍົກລະດັບຄຸນນະພາບການສຶກສາ.
ນັກສຶກສາທີ່ຮຽນຈົບໃນສົກນີ້ ມີທັງໝົດ 233 ສະຫາຍ ຍິງ 3 ສະຫາຍ ທີ່ມາຈາກບັນດາກົມກອງ, ທ້ອງຖິ່ນ ທົ່ວປະເທດ. ໃນນີ້, ມີຈໍານວນ 9 ເປົ້າໝາຍທີ່ຮຽນຈົບໃນສົກຮຽນ 2025 -2026 ລະອຽດມີ: ກໍ່ສ້າງເລັ່ງລັດ ຍຸດທະບັ້ນຮົບ - ຍຸດທະສາດ ລະບົບ 1 ປີ, ຊຸດທີ XXII 23 ສຫ; ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ, ຊຸດທີ XVII 18 ສຫ; ກໍ່ສ້າງປະລິນຍາຕີການທະຫານຂັ້ນ ຈໍ-ຊໍ ລະບົບ 2 ປີ, ຊຸດທີ XV 33 ສຫ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນໃຫຍ່ ລະບົບ 1 ປີ, ຊຸດທີ XI 22 ສຫ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນນ້ອຍ ລະບົບ 1 ປີ, ຊຸດທີ XI 46 ສຫ; ກໍ່ສ້າງຄູເລັ່ງລັດ ການທະຫານ ຂັ້ນ ຈໍ-ຊໍ ລະບົບ 1 ປີ, ຊຸດທີ IV 16 ສຫ; ກໍ່ສ້າງຊັ້ນສູງ ພາສາອັງກິດ ລະບົບ 4 ປີ, ຊຸດທີ XVIII 28 ສຫ; ກໍ່ສ້າງຊັ້ນສູງ ພາສາຫວຽດນາມ ລະບົບ 3 ປີ, ຊຸດທີ XIII 27 ສຫ ແລະ ກໍ່ສ້າງຊັ້ນສູງ ພາສາລັດເຊຍ ລະບົບ 3 ປີ, ຊຸດທີ VII 20 ສຫ.
ຈາກນັ້ນ, ປະທານໃນພິທີ ກໍໄດ້ມອບໃບປະກາສະນີຍະບັດ ໃຫ້ແກ່ຕົວແທນນັກສຶກສາ ພ້ອມທັງມອບໃບຍ້ອງຍໍ ແລະ ລາງວັນໃຫ້ແກ່ນັກສຶກສາທີ່ມີຜົນການຮຽນດີເດັ່ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີສ່ວນຮ່ວມຂະບວນການຕ່າງໆ ຂອງວິທະຍາຄານຢ່າງຕັ້ງໜ້າ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນແບບຢ່າງທີ່ດີ.
ໂອກາດນີ້, ສະຫາຍ ປະທານ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ໃຫ້ນັກສຶກສາທຸກສະຫາຍ ທີ່ສຳເລັດການສຶກສາໃນຄັ້ງນີ້ ຈົ່ງນຳເອົາຄວາມຮູ້, ຄວາມສາມາດ ແລະ ບົດຮຽນທິດສະດີທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ບັນດາກົມກອງຂອງຕົນໃຫ້ເກີດດອກອອກຜົນ, ເປັນກຳລັງແກນນຳໃນການປັບປຸງກົມກອງໃຫ້ເຂັ້ມແຂງ, ພ້ອມທັງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນນາຍທະຫານຜູ້ສືບທອດທີ່ມີທັງຄຸນສົມບັດ ແລະ ຄວາມສາມາດ ຢ່າງສົມກຽດ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















