ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ໂຮງຮຽນ 306 ປິດສົກຮຽນ ປະຈຳປີ 2025-2026
ເວລາອອກຂ່າວ: 2026-06-16 14:48:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 786 | ຄວາມນິຍົມ:



ໃນວັນທີ 16 ມິຖຸນາ 2026 ນີ້, ໂຮງຮຽນ 306 ໄດ້ຈັດພິທີ ປິດສົດຮຽນ ປະຈຳປີ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ຫົວໜ້າການທະຫານ ກົມ 213, ມີຄະນະອຳນວຍການ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທີ່ຮຽນຈົບເຂົ້າຮ່ວມ. ສະຫາຍ ພັນໂທ ອາມິດໄຊ ເລື່ອງສີຈັນທອງ ຮອງຫົວໜ້າການທະຫານ, ຫົວໜ້າພະແນກອົບຮົມ ໂຮງຮຽນ 306 ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານອົບຮົມກໍ່ສ້າງພາສາອັງກິດລະບົບ 2 ປີ, ຊຸດທີ XXVII, ນາຍສິບວິຊາສະເພາະ ສືບຂ່າວເຕັກນິກ ລະບົບ 1 ປີ, ຊຸດທີ XXVI, ພາສາມົ້ງ ລະບົບ 1 ປີ, ຊຸດທີ V, ແລະ ພາສາອັງກິດ ປີ 1 ຂຶ້ນປີ 2 ຊຸດທີ XXVIII ປະຈໍາສົກຮຽນ 2025 - 2026, ມີນັກຮຽນທັງໝົດ 90 ສະຫາຍ, ນັກຮຽນວິຊາສະເພາະ ສຶບຂ່າວເຕັກນິກມີ 30 ສະຫາຍ, ນັກຮຽນວິຊາພາສາອັງກິດ 30 ສະຫາຍ, ນັກຮຽນວິຊາພາສາມົ້ງ 30 ສະຫາຍ. ເຊິ່ງຕະຫຼອດໄລຍະຜ່ານມາ ຄະນະພັກ - ຄະນະອໍານວຍການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດດ້ວຍຮູບ ການນໍາເອົາເອກະສານ, ມະຕິຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບຂອງໂຮງຮຽນມາ ເຜີຍແຜ່ຮໍ່າຮຽນໃຫ້ບັນດາພະແນກການ, ຂະແໜງການ, ນັກຮຽນໄດ້ເຊື່ອມຊຶມຢ່າງທົ່ວເຖິງ ແລະ ດຳເນີນຊີວິດການ ເມືອງເປັນປະຈຳເຮັດໃຫ້ພະນັກງານ, ຄູອາຈານ ແລະ ນັກຮຽນມີແນວຄິດການເມືອງໜັກແໜ້ນ, ມີຄວາມສະຫງົບ ອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວິຊາສະເພາະຂອງຕົນຕີຖອຍໄດ້ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນກົມກອງ, ມີຄວາມສາມັກຄີພາຍໃນເປັນປຶກແຜນສະແດງອອກໃນການປະຕິບັດໜ້າທີ່ວຽກງານຂັ້ນລຸ່ມປະຕິບັດຕາມ ການຊີ້ນໍາຂັ້ນເທິງ, ຂັ້ນເທິງຫງຽງຫູຟັງຂັ້ນລຸ່ມ, ເຮັດສຳເລັດທຸກໜ້າທີ່ຕາມການມອບໝາຍ. ນອກນີ້, ສາມາດຕີລາຄາຜົນໄດ້ຮັບຈາກການສອບເສັ່ງຄື: ຂະແໜງຮຽນວິຊາສະເພາະ ດີຫຼາຍມີ 03 ສະຫາຍ = 23,08%, ດີມີ 05 ສະຫາຍ = 38,46%, ດີພໍໄດ້ມີ 03 ສະຫາຍ = 23,08%, ພໍໃຊ້ໄດ້ມີ 02 ສະຫາຍ 15,38%, ຫ້ອງໄຂລະຫັດ - ຄົ້ນຄວ້າລາຍງານຂ່າວ ດີຫຼາຍ ມີ 01 ສະຫາຍ 12,50%, ດີມີ 02 ສະຫາຍ = 25,00%, ດີພໍໃຊ້ ມີ 02 ສະຫາຍ = 25,00 %, ພໍໃຊ້ໄດ້ມີ 03 ສະຫາຍ = 37,50%, ຂະແໜງຮຽນພາສາມົ້ງ ດີຫຼາຍມີ 01 ສະຫາຍ 11,11%, ດີມີ 02 ສະຫາຍ 22,22%, ດີພໍໄດ້ມີ 01 ສະຫາຍ 11,22%, ພໍໃຊ້ໄດ້ມີ 05 ສະຫາຍ = 55,55%, ຂະແໜງຮຽນພາສາອັງກິດດີຫຼາຍມີ 02 ສະຫາຍ = 14,28%, ດີມີ 07 ສະຫາຍ = 50,00%, ດີພໍໃຊ້ມີ 05 ສະຫາຍ = 35,71%. ສະເລ່ຍລະດັບການຮຽນແມ່ນຢູ່ໃນລະດັບດີບັນລຸໄດ້ຕາມຄາດໝາຍ. ຈາກນັ້ນ ກໍໄດ້ມອບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ຮຽນຈົບຢ່າງສົມກຽດ. ພ້ອມນີ້, ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂັ້ນ ກົມ 213 ໃຫ້ນັກຮຽນໂຮງຮຽນ 306 ຈໍານວນ 17, ໃບຍ້ອງຍໍຂັ້ນຫ້ອງການເມືອງ ໃຫ້ນັກຮຽນໂຮງຮຽນ 306 ຈໍານວນ 19 ສະຫາຍ, ມອບຂອງຂວັນທີ່ລະນຶກຂອງ ໂຮງຮຽນ 306 ໃຫ້ນັກຮຽນຈໍານວນ 06 ສະຫາຍ ແລະ ເລື່ອນຊັ້ນ, ປະດັບຊັ້ນນາຍສິບ ໃຫ້ນັກຮຽນສືບຂ່າວ, ພາສາມົ້ງ ແລະ ພາສາອັງກິດ ຈຳນວນ 26 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ ຈໍານວນ 10 ສະຫາຍຕື່ມອີກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງນັກສຶກສາທີ່ສ້າງມາໄດ້ ພ້ອມທັງ ຮຽກຮ້ອງໃຫ້ນັກສຶກສາທີ່ຮຽນຈົບ ໃນຄັ້ງນີ້ ຈົ່ງນໍາເອົາຄວາມຮູ້ຄວາມສາມາດ ທີ່ຄູ-ອາຈານໄດ້ສິດສອນໄປໜູນໃຊ້ເຂົ້າໃນການພັດທະນາ, ປັບປຸງກົມກອງຂອງຕົນໃຫ້ມີທ່າກ້າວອັນໃໝ່. ພ້ອມນັ້ນ ກໍພ້ອມກັນຍົກສູງ ໜ້າທີ່ຄວາມຮັບຜິດຊອບທາງດ້ານການເມືອງ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນໜ້າທີ່ວຽກງານໃຫ້ມີຄວາມສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ