ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ ລາວ- ຣັດເຊຍ “ ລາໂຣສ2026 “
ເວລາອອກຂ່າວ: 2026-06-16 12:10:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 664 | ຄວາມນິຍົມ: ![]()
ວັນທີ 12 ມິຖຸນາ 2026 ນີ້, ໄດ້ມີການສະແດງປະສານສຽງແຕກການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ລາໂຣສ 2026” ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຮັບຊົມການສະແດງຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບແຫ່ງສະຫະພັນຣັດເຊຍ, ມີບັນດາອະດີດການນຳ, ຄະນະຊີ້ນຳການຊ້ອມຮົບຮ່ວມ, ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການຫັດແອບ.
ການຊ້ອມຮົບຮ່ວມ “ລາໂລດສ໌ 2026” ໃນປີນີ້ ແມ່ນເປັນການສືບຕໍ່ຜັນຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ກ້າວສູ່ລວງເລິກ, ເປັນການລວບລວມເອົາບັນດາບາດກ້າວ, ຂັ້ນຕອນບົດຮຽນ ສິນລະປະຍຸດ-ຍຸດທະວິທີ ທີ່ບັນດາເຫຼົ່າຮົບໄດ້ຮັບການເຝິກອົບຮົມ-ຫັດແອບຜ່ານມາ, ລວມເຖິງການປະສານສົມທົບຂັ້ນຕອນການສື່ສານ ສົ່ງຄໍາສັ່ງ ໃຫ້ເຫຼົ່າຮົບຕ່າງໆ ໃນການເຂົ້າຮົບກັບກໍາລັງ, ກຸ່ມຄົນຜິດກົດໝາຍ ໃນເຂດພູຜາປ່າດົງ ໂດຍຈໍາລອງສະຖານະການ ແລະ ໃຊ້ກຳລັງເຂົ້າຕີ ດ້ວຍການນຳໃຊ້ວິທະຍາສາດ-ເຕັກໂນໂລຊີການທະຫານ ທີ່ທັນສະໄໝ, ໃຊ້ກຳລັງໂດດຈ້ອງ, ໂຢດພົນຂອງກຳລັງຕີພິເສດ ແລະ ທະຫານຮາບ, ພ້ອມດ້ວຍກຳລັງຕີພິເສດກອງທັບຣັດເຊຍ ເຂົ້າບຸກຕີຍຶດຄືນພື້ນທີ່ດ້ວຍຮູບການຈຳລອງ, ຕະຫຼອດຮອດການເຝິກຊ້ອມຍິງລູກປືນແທ້ ໃນສະຖານະການຈຳລອງ ຕ້ານການກໍ່ການຮ້າຍ ແລະ ການຮັກສາຄວາມສະຫງົບ.
ສະຫາຍ ພັນໂທ ອະນຸສິດ ຊູວົງສະຫວັດ ຮອງຫົວໜ້າພະແນກຍຸດທະວິທີ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ສຳພາດ ວ່າ: ເຮົາມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດທີ່ໄດ້ເຂົ້າຮ່ວມຈັດຕັ້ງ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້, ໂດຍສະເພາະເຂົ້າຮ່ວມກະກຽມທາງດ້ານເນື້ອໃນກັບຝ່າຍຣັດເຊຍ ແລະ ການປະສານງານການບັນຊາຮ່ວມກັບຝ່າຍຣັດເຊຍ ທີ່ມີຄວາມສຳຄັນທີ່ສຸດ, ເຊິ່ງພວກເຮົາສາມາດຖອດຖອນບົດຮຽນນຳຝ່າຍຣັດເຊຍ ໄດ້ຫຼາຍດ້ານໂດຍສະເພາະແມ່ນບົດຮຽນອັນໃໝ່ ທີ່ທັນສະໄໝ ສິ່ງທີ່ຝ່າຍຣັດເຊຍສອນໃຫ້ ຈະນຳໄປໝູນໃຊ້ໃນວຽກງານອົບຮົມ ກໍຄືວຽກງານສູ້ຣົບຂອງກົມກອງເຮົາໃຫ້ດີຂຶ້ນ ທັນສະໄໝ ແລະ ຮັບປະກັນ ໃນໜ້າທີ່ສູ້ຮົບ.
ຜົນສຳເລັດຂອງການຊ້ອມຮົບຮ່ວມ “ລາໂຣສ 2026” ບໍ່ພຽງແຕ່ເປັນການຍົກລະດັບຂີດຄວາມສາມາດ, ຄວາມພ້ອມຊ້ອມຮົບ ແລະ ປະສົບການຕົວຈິງໃຫ້ແກ່ກອງທັບປະຊາຊົນລາວ ໃນການປົກປັກຮັກສາປະເທດຊາດ ເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮ່ວມມື ລະຫວ່າງ ສອງກອງທັບ ລາວ ແລະ ຣັດເຊຍ ໃຫ້ມີຄວາມໝັ້ນຄົງ, ທະນົງແກ່ນ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງສອງຝ່າຍ ທີ່ໄດ້ຮັບຜົນສໍາເລັດຕາມເປົ້າໝາຍທີ່ສອງຊາດ, ສອງກອງທັບ ໄດ້ວາງໄວ້.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















