ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ເມືອງຫົງສາ
ເວລາອອກຂ່າວ: 2026-06-16 10:40:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 495 | ຄວາມນິຍົມ: ![]()
ໃນວັນທີ 11 ມິຖຸນາ 2026 ນີ້, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ ໄຊຍະບູລີ ປະຈຳເຂດເລືອກຕັ້ງເມືອງຫົງສາ, ຊຶ່ງນຳໂດຍທ່ານ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ, ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ 5 ຈຸດຂອງເມືອງຫົງສາຄື: ບ້ານວຽງແກ້ວ, ໂພນໄຊ, ນາແກ່ນຄຳ, ນາປຸ່ງ ແລະ ສຳນັກງານ-ອົງການ, ເຂົ້າຮ່ວມຮັບຟັງມີ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ-ສູນບໍລິການປະຈໍາເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.
ໃນການລົງເຜີຍແຜ່ຢູ່ແຕ່ລະຈຸດຄັ້ງນີ້, ສສຊ ແລະ ສສຂ ກໍ່ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການນໍາພາ - ຊີ້ນໍາ ໃນໄລຍະຜ່ານມາຈາກອົງການປົກຄອງເມືອງ ແລະ ບ້ານ ໂດຍຫຍໍ້, ຈາກນັ້ນ, ສສຊ ແລະ ສສຂ ກໍ່ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ໄຊຍະບູລີ ຊຸດທີ V ຊຶ່ງໄດ້ຍົກໃຫ້ເຫັນ ບາງເນື້ອໃນສຳຄັນທີ່ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ, ຊຶ່ງກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ, ຮັບຟັງລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ສໍາເລັດເມື່ອວັນທີ 22 ກຸມພາ 2026 ຜ່ານມາ, ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ, ເລືອກຕັ້ງ ແລະ ຮັບຮອງເອົາບຸກຄະລາກອນຂອງລະບົບອຳນາດລັດ, ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ ແລະ ບັນດາມະຕິທີ່ສໍາຄັນຈໍານວນ 20 ກວ່າສະບັບ ແລະ ເນື້ອຂອງປະຊຸມສະພາປະຊາຊົນແຂວງ ທີ່ສໍາຄັນອີກຈໍານວນໜຶ່ງ.
ໃນໂອກາດດຽວກັນນີ້, ທ່ານ ຄອນປະສິດ ສຸນາເຄນ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 64/ຄປຈ.ຊຍ, ລົງວັນທີ 3 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງຂັ້ນເມືອງ, ຄະນະປະຈໍາສະພາປະຊາຊົນແຂວງ ຕົກລົງແຕ່ງຕັ້ງທ່ານ ວັນໄຊ ຢົວລໍວື ກຳມະການພັກເມືອງ, ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ, ຈາກນັ້ນ, ທ່ານ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງຫົງສາ ວ່າດ້ວຍການຍົກຍ້າຍສັບຊ້ອນພະນັກງານ-ລັດຖະກອນ ໃນນີ້, ໄດ້ຍົກຍ້າຍ ທ່ານ ຊາຍນະສານ ຫານສຸວິ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ພອນທະນົງ ພະນົມໄຊ ຫົວໜ້າໜ່ວຍງານພັດທະນາການຈັດຕັ້ງພັກ-ລັດ ຄະນະຈັດຕັ້ງເມືອງ, ທ່ານ ນາງ ມະນີວອນ ສີເມືອງ ຮອງຫົວໜ້າໜ່ວຍງານຫ້ອງການ ຄະນະຈັດຕັ້ງເມືອງ ແລະ ທ່ານ ນາງ ສະລັກຈິດ ພວງແກ້ວ ວິຊາການຫ້ອງການສະຫະພັນກຳມະບານເມືອງ ໄປປະຈໍາການຢູ່ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ ແລະ ຜ່ານຂໍ້ຕົກລົງຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານຂອງຫ້ອງການຄະນະສະມາຊິກສະພາປະຊາຊົນເມືອງຫົງສາ,ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ຊາຍນະສານ ຫານສຸວິ ເປັນຮອງຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ, ທ່ານ ພອນທະນົງ ພະນົມໄຊ ເປັນຫົວໜ້າໜ່ວຍງານຄົ້ນຄວ້າ-ສັງລວມ, ທ່ານ ນາງ ມະນີວອນ ສີເມືອງ ເປັນຫົວໜ້າໜ່ວຍງານບໍລິຫານ-ການເງິນ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ
ໃນໂອກາດທີ່ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ລົງເຄື່ອນໄຫວໃນຄັ້ງນີ້ ຍັງໄດ້ມອບເງິນໃຫ້ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເລືອກຕັ້ງເມືອງຫົງສາ ຈໍານວນ 30 ລ້ານກີບ, ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນຂອງຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເລືອກຕັ້ງເມືອງຫົງສາຕື່ມອິກ.
ຂ່າວ: ສຸບັນ ເງິນງາມ ( ຄ.ອ.ມ ຫົງສາ )
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















