ຄະນະຊ່ຽວຊານທະຫານຣັດເຊຍ ເຄື່ອນໄຫວເຮັດວຽກ ຢູ່ໂຮງງານປະສານເຫຼົ່າພາກກາງ
ເວລາອອກຂ່າວ: 2026-06-16 08:33:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ: ![]()
ໃນວັນທີ 10 ມີິຖຸນາ 2026 ນີ້, ສະຫາຍ ພັນໂທ ເອັນເດຣຍ ນັກຊ່ຽວຊານທະຫານຣັດເຊຍ ແລະ ສະຫາຍ ພັນໂທ ສົມບູນ ອິນທະວົງ ຫົວໜ້າພະແນກເຕັກນິກ ກົມປືນໃຫຍ່ ກົມເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ກວດກາເຕັກນິກຢູ່ໂຮງງານປະ ສານເຫຼົ່າພາກກາງ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ອຳນວຍການໂຮງງານປະສານເຫົ່າພາກກາງ ພ້ອມດ້ວຍຄະນະອຳນວຍການ ແລະ ພະນັກ ງານຫຼັກແຫຼ່ງພາຍໃນໂຮງງານ.
ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ອຳນວຍການໂຮງງານປະສານເຫຼົ່າພາກກາງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານຮອບດ້ານຂອງໂຮງ ງານປະສານເຫຼົ່າພາກກາງໃຫ້ແກ່ຄະນະຊ່ຽວຊານທະຫານ ຣັດເຊຍໄດ້ຮັບຊາບ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາ. ຈຸດປະສົງຂອງການເຄື່ອນໄຫວວຽກງານແມ່ນເພື່ອຕິດຕາມ ຊຸກຍູ້ ແລະ ກວດກາຕົວຈິງຢູ່ສະຖານທີ່ເຮັດວຽກພາຍໃນໂຮງ ງານປະສານເຫຼົ່າພາກກາງ, ໂດຍເນັ້ນໃສ່ວຽກງານການສ້ອມແປງ, ການຄຸ້ມຄອງວັດຖຸ-ເຕັກນິກ, ພາຫະນະ ແລະ ຍຸດໂທປະ ກອນຕ່າງໆໃຫ້ມີຄວາມພ້ອມໃນການຮັບໃຊ້ໜ້າທີ່ການເມືອງ-ການທະຫານ. ນອກຈາກນີ້, ຍັງເປັນການແລກປ່ຽນບົດຮຽນທາງດ້ານເຕັກນິກກັບຄະນະຊ່ຽວ
ຊານທະຫານຣັດເຊຍ ເພື່ອຍົກ ສູງຄຸນນະພາບ ແລະ ປະສິດທິພາບໃນການບູລະນະຮັກສາພາ ຫະນະ, ອາວຸດ-ຍຸດໂທປະກອນໃຫ້ມີຄວາມທັນສະໄໝ ສາມາດນຳໃຊ້ໄດ້ຍາວນານ ແລະ ມີປະ ສິດທິພາບ. ຈາກນັ້ນ, ຄະນະພັກ-
ຄະນະບັນຊາ ພ້ອມຄະນະຊ່ຽວ ຊານກໍໄດ້ເຄື່ອນໄຫວຕິດຕາມສຳຫຼວດກວດກາເບິ່ງສະພາບການດ້ານເຕັກນິກວິຊາສະເພາະຕົວຈິງໃນແຕ່ລະສະຖານທີ່ຕ່າງໆ.
ໂດຍ: ນັກຂ່າວໂຮງງານປະສານເຫຼົ່າພາກກາງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















