ກອງບັນຊາການທະຫານແຂວງຈຳປາສັກ ປິດຊຸດອົບຮົມວຽກງານຂ່າວສານສື່ມວນຊົນ ຄັ້ງທີ II
ເວລາອອກຂ່າວ: 2026-06-12 12:00:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1476 | ຄວາມນິຍົມ: ![]()
ໃນວັນທີ 12 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດພິທີປິດຊຸດອົບຮົມວຽກງານຂ່າວສານສື່ມວນຊົນ ຄັ້ງທີ II ໃຫ້ແກ່ພະນັກງານ-ນັກຮົບ ທີ່ເຮັດວຽກງານຂ່າວສານຢູ່ບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກຳມະການຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈຳປາສັກ. ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ຄູ-ອາຈານທີ່ມາຈາກ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ພັນໂທ ຈັນທະລາ ແກ້ວສີຫາວົງ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງອົບຮົມ ໃນຄັ້ງນີ້ ໄດ້ດຳເນີນມາເປັນເວລາ 5 ວັນ (8-12 ມິຖຸນາ 2026) ເຊິ່ງມີນັກສໍາມະນາກອນ ຈາກບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງ ເຂົ້າຮ່ວມທັງໝົດ 28 ສະຫາຍ. ຜ່ານການອົບຮົມເຫັນວ່ານັກສຳມະນາກອນແຕ່ລະສະຫາຍ ໄດ້ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດຕາມຂໍ້ກຳນົດກົດລະບຽບຂອງຊຸດອົບຮົມຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ຍາດແຍ່ງເອົາຄວາມຮູ້-ບົດຮຽນ ພ້ອມທັງສົນທະນາແລກປ່ຽນຄວາມຄິດເຫັນນຳຄູ-ອາຈານ ຢ່າງກົງໄປກົງມາ.
ນອກຈາກການຮຽນຮູ້ທາງດ້ານພາກທິດສະດີຫຼັກການ ພື້ນຖານການຂຽນຂ່າວ, ການເກັບກຳຂໍ້ມູນ, ຄວາມຮູ້ເບື້ອງຕົ້ນກ່ຽວກັບຂ່າວອອນລາຍ, ການຂຽນຂ່າວ ແລະ ການລາຍງານຂ່າວວິທະຍຸທາງໂທລະສັບແລ້ວ; ຄູ-ອາຈານ ຍັງໄດ້ນຳພານັກສຳມະນາກອນລົງພາກປະຕິບັດຕົວຈິງ ຢູ່ບັນດາກົມກອງອ້ອມຂ້າງຕື່ມອີກ. ທັງນີ້, ກໍເພື່ອສ້າງພື້ນຖານຄວາມຮູ້ຄວາມສາມາດ ໃຫ້ນັກສຳມະນາກອນນຳໄປໝູນໃຊ້ເຂົ້າໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນເຫດການ ຢູ່ໃນກົມກອງຂອງຕົນເອງ. ຜ່ານການອົບຮົມຕົວຈິງສາມາດຕີລາຄາຜົນໄດ້ຮັບບັນລຸໄດ້ແຜນການຕາມຄາດໝາຍທີ່ວາງໄວ້.
ຈາກນັ້ນ, ສະຫາຍ ພັນເອກ ພູເວີນ ສູນນີວົງ ກຳມະການຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດການອົບຮົມຄັ້ງນີ້ ຈຳນວນ 28 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ໄດ້ມີຄຳໂອ້ລົມ, ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງບັ້ນຊຸດອົບຮົມ ແລະ ໄດ້ເນັ້ນໜັກໃຫ້ທຸກສະຫາຍທີ່ສຳເລັດການອົບຮົມຄັ້ງນີ້ ຈົ່ງນຳເອົາບົດຮຽນ, ທິດສະດີ ແລະ ເຕັກນິກວິຊາສະເພາະ ທີ່ໄດ້ຖອດຖອນຈາກຄູ-ອາຈານໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງຢູ່ກົມກອງຂອງຕົນໃຫ້ປະກົດຜົນເປັນຈິງ, ຍົກສູງບົດບາດການເປັນກະບອກສຽງອັນແຫຼມຄົມ ໃນວຽກງານຂ່າວສານສື່ມວນຊົນ ໃຫ້ກາຍເປັນອາວຸດທາງດ້ານແນວຄິດອັນແຫຼມຄົມໜຶ່ງຂອງກອງທັບ ກໍ່ຄືກົມກອງ. ສະນັ້ນ, ນັກຂ່າວທຸກສະຫາຍຕ້ອງເປັນເຈົ້າການໃນການໂຄສະນາເຜີຍແຜ່ແນວທາງນໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອອັນດີງາມຂອງກອງທັບ ແລະ ຜົນງານການເຄື່ອນໄຫວຂອງກົມກອງຕົນເອງ ອອກສູ່ສັງຄົມໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ຮັບປະກັນຄວາມວ່ອງໄວ, ຖືກຕ້ອງ ແລະ ທັນເຫດການ: ໃນຍຸກດິຈິຕອນ ແລະ ຂໍ້ມູນຂ່າວສານອອນລາຍ, ນັກຂ່າວຂອງກອງທັບຕ້ອງມີຄວາມສະດຸ້ງໄວ, ຕອບໂຕ້ຫາງສຽງທີ່ບໍ່ດີ, ຂ່າວປອມ (Fake News) ທີ່ບິດເບືອນຄວາມຈິງຢ່າງທັນການ, ພ້ອມທັງສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ ໃຫ້ແກ່ສັງຄົມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















