ກອງບັນຊາການທະຫານແຂວງໄຊຍະບູລີ ປະກາດນາຍທະຫານ ພັກການຮັບເບ້ຍບຳນານ ແລະ ຮັບເງິນອຸດໜູນບຳນານ
ເວລາອອກຂ່າວ: 2026-06-12 11:16:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1358 | ຄວາມນິຍົມ: ![]()
ໃນວັນທີ 11 ມີຖຸນາ 2026 ນີ້, ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດນາຍທະຫານພັກການຮັບເບ້ຍບໍານານ ແລະ ຮັບເງິນອຸດໜຸນບໍານານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ຕະຫຼອດຮອດນາຍທະຫານທີ່ໄດ້ຮັບບໍານານເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນມີ ໄຊສັນຕິ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອານຸມັດໃຫ້ນາຍທະຫານກອງທັບປະຊາຊົນລາວ ພັກຜ່ອນຮັບເບ້ຍບຳນານ ແລະ ຮັບເງິນອຸດໜູນບຳນານ, ອີງຕາມຂໍ້ກໍານົດຂອງກົດໝາຍນາຍທະຫານໃນກອງທັບ, ດັ່ງນັ້ນກະຊວງປ້ອງກັນປະເທດ ຈິ່ງໄດ້ຕົກລົງໃຫ້ນາຍທະຫານກອງທັບປະຊາຊົນລາວຈໍານວນ 16 ສະຫາຍ ທີ່່່ສັງກັດຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ຮັບບໍານານ ແລະ ເງິນອຸດໜຸນບໍານານ ຈໍານວນ 392.000.000 ກວ່າກີບ .
ຈາກນັ້ນ, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ກໍໄດ້ມີຄໍາເຫັນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນ ຢູ່ຮາກຖານ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວທາງຂອງພັກແຜນນະໂຍບາຍຂອງລັດ ພ້ອມກັນປະຕິບັດມະຕິຄໍາສັ່ງໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເປັນຫຼັກແຫຼ່ງແກ່ນສານທີ່ໜຽວແໜ້ນເປັນຄັນທຸງຂອງພັກ, ຍົກສູງສະຕິລະວັງຕົວຕໍ່ເລລ່ຽມກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກກຸ່ມຄົນບໍຫັຍງດີ.
ໂດຍ: ບົວລີວັນ ໂສພາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















