ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ
ເວລາອອກຂ່າວ: 2026-06-11 10:40:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:



ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ແລະ ສະມາຊິກພັກ ແມ່ນວຽກງານພື້ນຖານທີ່ມີຄວາມສຳຄັນພິເສດຕໍ່ວຽກງານກໍ່ສ້າງພັກ, ແນໃສ່ຍົກສູງຄວາມຮູ້ທາງດ້ານການເມືອງ, ເສີມສ້າງຈຸດຢືນທາງດ້ານອຸດົມການ, ປູກຝັງຄຸນສົມບັດສິນທໍາປະຕິວັດ ແລະ ສ້າງຄວາມເຂັ້ມແຂງ ທາງດ້ານແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກພັກ ເພື່ອໃຫ້ສາມາດປະຕິບັດແນວທາງ, ນະໂຍບາຍ ແລະ ມະຕິຂອງພັກ ໄດ້ຢ່າງຖືກຕ້ອງ, ການສຶກສາອົບຮົມການເມືອງ-ແນວຄິດ ຕ້ອງເຮັດໃຫ້ພະນັກງານ ແລະ ສະມາຊິກພັກ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ແນວທາງການປະຕິວັດ ແລະ ພາລະກິດ ຂອງພັກ ໃນແຕ່ລະໄລຍະ, ພ້ອມກັນນັ້ນ ຍັງຊ່ວຍໃຫ້ພະນັກງານ-ສະມາຊິກພັກ ສາມາດວິເຄາະ ແລະ ຕີລາຄາບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໄດ້ຢ່າງຖືກຕ້ອງ, ບົນພື້ນຖານຂອງທັດສະນະວິທະຍາສາດ ແລະ ຈຸດຢືນ ຂອງຊົນຊັ້ນກຳມາຊີບ. ໃນປັດຈຸບັນ ທ່າມກາງສະພາບການພາຍໃນ ແລະ ສາກົນ ທີ່ມີການປ່ຽນແປງຢ່າງສັບສົນ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຍິ່ງມີຄວາມຈຳເປັນຫຼາຍຂຶ້ນ, ຕ້ອງສຸມໃສ່ການປູກຝັງອຸດົມການປະຕິວັດ, ສ້າງຄວາມເຊື່ອໝັ້ນໃນແນວທາງການພັດທະນາຂອງປະເທດ, ຕ້ານບັນດາແນວຄິດຜິດພາດ ແລະ ການໂຄສະນາບິດເບືອນ ຈາກກຳລັງບໍ່ຫວັງດີ, ພ້ອມນັ້ນ ຕ້ອງປູກຝັງຄຸນທໍາ, ຈັນຍາບັນ ແລະ ຈິດໃຈຮັບໃຊ້ປະຊາຊົນ ໃຫ້ແກ່ພະນັກງານ-ສະມາຊິກພັກ ເພື່ອໃຫ້ເປັນແບບຢ່າງທີ່ດີໃນສັງຄົມ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານນີ້ຢ່າງເລິກເຊິ່ງ ແລະ ຖືວ່າເປັນປັດໄຈຊີ້ຂາດໃນການຮັບປະກັນໃຫ້ແກ່ແນວທາງ, ນະໂຍບາຍ ແລະ ມະຕິຂອງພັກ ກາຍເປັນພະລັງອັນເຂັ້ມແຂງໃນສັງຄົມ, ໃນໄລຍະການປ່ຽນແປງໃໝ່ ທ່ານໄດ້ຊີ້ແນະຢ່າງຊັດເຈນ ໃຫ້ມີການປ່ຽນແປງໃໝ່ເນື້ອໃນ, ຮູບການ ແລະ ວິທີການດໍາເນີນວຽກງານການເມືອງ-ແນວຄິດ ແລະ ວຽກງານທິດສະດີ ໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ຄວາມຮຽກຮ້ອງຂອງພາລະກິດການປະຕິວັດ. ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ແມ່ນໜ້າທີ່ຈໍາເປັນອັນໜຶ່ງຂອງພັກ, ຈຸດປະສົງສໍາຄັນຄືການຍົກສູງລັກສະນະການສຶກສາອົບຮົມ, ລັກສະນະການຕໍ່ສູ້ ແລະ ລັກສະນະຕົວຈິງ ຂອງວຽກງານແນວຄິດ-ທິດສະດີ, ເຊິ່ງສັງເກດເຫັນໄດ້ວ່າ ໃນຫຼາຍກອງປະຊຸມຈະໄດ້ມີການຕີລາຄາ ແລະ ວິຈານຂໍ້ບົກຜ່ອງ ຂອງວຽກງານການເມືອງ-ແນວຄິດ ຢ່າງກວ້າງຂວາງ, ແຕ່ຍັງບໍ່ສາມາດຊອກຫາວິທີການທີ່ເໝາະສົມ ແລະ ມີປະສິດທິຜົນ ເພື່ອຍົກສູງຄຸນນະພາບຂອງວຽກງານດັ່ງກ່າວ ໃຫ້ທັນກັບຄວາມຕ້ອງການໃນໄລຍະໃໝ່. ສະນັ້ນ, ຈຶ່ງໄດ້ສະເໜີໃຫ້ຄະນະພັກ ແລະ ອົງການທີ່ກ່ຽວຂ້ອງ ຫັນມາເອົາໃຈໃສ່ວຽກງານການເມືອງ-ແນວຄິດຫຼາຍຂຶ້ນ, ປັບປຸງວິທີການເຮັດວຽກໃຫ້ເໝາະສົມກັບສະພາບຕົວຈິງ, ໂດຍໄດ້ຊີ້ໃຫ້ເຫັນວ່າ ອົງການແນວຄິດ-ທິດສະດີ ຍັງບໍ່ທັນຊອກໄດ້ວິທີການອັນເໝາະສົມໃນການເຜີຍແຜ່ ແລະ ນໍາເອົາມະຕິ ຂອງພັກລົງສູ່ຊີວິດຕົວຈິງ. ພ້ອມກັນນັ້ນ, ຍັງໄດ້ວິຈານຢ່າງກົງໄປກົງມາວ່າ ຄະນະພັກ, ຂະແໜງການ ແລະ ທ້ອງຖິ່ນຫຼາຍແຫ່ງ ຍັງບໍ່ທັນປະຕິບັດບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ຕໍ່ວຽກງານການເມືອງ-ແນວຄິດ ຢ່າງເຕັມສ່ວນ, ບາງອົງການຍັງຂາດການປະສານງານ, ຂາດການຕິດຕາມຊີ້ນໍາຢ່າງໃກ້ຊິດ ແລະ ຂາດການກຳນົດກົນໄກການພົວພັນ ລະຫວ່າງ ອົງການໂຄສະນາອົບຮົມ ກັບ ບັນດາຂະແໜງການຕ່າງໆ, ສິ່ງເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ວຽກງານການເມືອງ-ແນວຄິດ ຍັງບໍ່ທັນບັນລຸຜົນຕາມທີ່ຄາດໝາຍ. ເພື່ອແກ້ໄຂບັນຫາດັ່ງກ່າວ ປະທານ ໄກສອນ ພົມວິຫານ ໄດ້ວາງທິດຊີ້ນໍາທີ່ສໍາຄັນຫຼາຍດ້ານ ແລະ ເນັ້ນໜັກໃຫ້ກຳນົດຈຸດໝາຍ ຂອງວຽກງານນີ້ໃຫ້ຈະແຈ້ງ, ບໍ່ວາງເປົ້າໝາຍກວ້າງເກີນໄປ ຫຼື ໄກເກີນຄວາມເປັນຈິງ, ຈຸດໝາຍຫຼັກຂອງວຽກງານການເມືອງ-ແນວຄິດ ແມ່ນເຮັດໃຫ້ແນວທາງ, ນະໂຍບາຍ ແລະ ມະຕິຂອງພັກ ກາຍເປັນມານະຈິດປະຕິວັດ ແລະ ກາຍເປັນການກະທໍາຕົວຈິງຂອງມະຫາຊົນ, ພ້ອມທັງ ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມສາມັກຄີປອງດອງຂອງປະຊາຊົນ ແລະ ຕອບຕ້ານບັນດາທຸກກົນອຸບາຍທີ່ມຸ່ງທໍາລາຍການປະຕິວັດ ແລະ ພັດທະນາປະເທດຊາດ. ວຽກງານການເມືອງ-ແນວຄິດ ຕ້ອງຕິດພັນກັບຂະບວນການມະຫາຊົນ, ການເຜີຍແຜ່ ແລະ ການສຶກສາອົບຮົມ ຈະຕ້ອງມຸ່ງໄປສູ່ການປຸກລະດົມ ໃຫ້ປະຊາຊົນເຂົ້າຮ່ວມໃນການຜະລິດ, ການສຶກສາ, ການພັດທະນາວັດທະນະທໍາ, ການປ້ອງກັນຊາດ ແລະ ການກໍ່ສ້າງພັກ, ວຽກງານການເມືອງ-ແນວຄິດ ຈະຕ້ອງຕິດພັນກັບການປະຕິບັດໜ້າທີ່ຕົວຈິງ ບໍ່ແມ່ນຢຸດຢູ່ພຽງແຕ່ການເວົ້າ ຫຼື ການອະທິບາຍທາງທິດສະດີ. ນອກຈາກນັ້ນ, ຍັງໄດ້ໃຫ້ຄວາມສໍາຄັນຕໍ່ການປັບປຸງເນື້ອໃນ ແລະ ຮູບການຂອງການເຜີຍແຜ່, ໂດຍເນື້ອໃນການສຶກສາອົບຮົມ ຈະຕ້ອງເໝາະສົມກັບແຕ່ລະກຸ່ມເປົ້າໝາຍ, ສໍາລັບຊາວໜຸ່ມ, ນັກຮຽນ, ນັກສຶກສາ, ປັນຍາຊົນ ຫຼື ຊາວກະສິກອນ ຕ້ອງມີເນື້ອໃນ ແລະ ວິທີການທີ່ແຕກຕ່າງກັນ, ການສື່ສານຕ້ອງຊັດເຈນ, ເຂົ້າໃຈງ່າຍ, ຈັບໃຈຜູ້ຟັງ ແລະ ສາມາດນໍາໄປປະຕິບັດໄດ້. ເຊິ່ງທ່ານ ໄດ້ຄັດຄ້ານຮູບແບບການຮຽນການເມືອງ ທີ່ແຫ້ງແລ້ງ, ເປັນນາມມະທໍາ ຫຼື ຂາດຄວາມເຊື່ອມໂຍງກັບຊີວິດຕົວຈິງ. ການນໍາໃຊ້ພາຫະນະ ແລະ ສື່ມວນຊົນ ໃນວຽກງານການເມືອງ-ແນວຄິດ ເປັນຕົ້ນ: ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ມວນຊົນອື່ນໆ ຕ້ອງກາຍເປັນເຄື່ອງມືອັນຄົມແຫຼມຂອງພັກ ໃນການເຜີຍແຜ່ແນວທາງ ແລະ ນະໂຍບາຍ, ເນື້ອໃນຂອງສື່ຈະຕ້ອງມີຄຸນນະພາບທາງການເມືອງ, ມີລັກສະນະຕໍ່ສູ້, ມີຄວາມເປັນປະຊາຊົນ, ທັນການ, ຊັດເຈນ ແລະ ເຂົ້າໃຈງ່າຍ, ແນວໃດກໍຕາມ ທ່ານຍັງຢືນຢັນວ່າ ສິ່ງຕັດສິນທີ່ສໍາຄັນທີ່ສຸດ ບໍ່ແມ່ນພາຫະນະ ຫຼື ເທັກໂນໂລຊີ ແຕ່ແມ່ນ “ຄົນ”, ພະນັກງານຜູ້ເຮັດວຽກງານການເມືອງ-ແນວຄິດ ຈະຕ້ອງມີຄວາມຮູ້, ຄວາມສາມາດ ແລະ ຮູ້ຈັກລົງໄປຫາພະນັກງານ-ນັກຮົບ, ປະຊາຊົນ, ການພົບປະໂອ້ລົມ, ການສື່ສານໂດຍກົງ ແລະ ການຂົນຂວາຍມະຫາຊົນ ແມ່ນວິທີການທີ່ມີປະສິດທິຜົນທີ່ສຸດ. ດັ່ງນັ້ນ, ພັກ-ລັດ, ອົງການທີ່ກ່ຽວຂ້ອງ ຈະຕ້ອງໃຫ້ຄວາມສໍາຄັນຕໍ່ການສ້າງ, ເຝິກອົບຮົມ ແລະ ບໍາລຸງພະນັກງານດ້ານການເມືອງ-ແນວຄິດ ໃຫ້ມີຄວາມສາມາດໃນການກໍາສະພາບແນວຄິດ ຂອງພະນັກງານ-ນັກຮົບ, ປະຊາຊົນ ແລະ ຮູ້ຈັກໂຄສະນາຂົນຂວາຍມະຫາຊົນຢ່າງມີປະສິດທິຜົນ. ສັງລວມແລ້ວ, ແນວຄິດຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບການເພີ່ມທະວີວຽກງານສຶກສາອົບຮົມການເມືອງ, ແນວຄິດ ແລະ ວຽກງານທິດສະດີຂອງພັກ ແມ່ນລະບົບແນວຄິດທີ່ຮອບດ້ານ, ມີທັງດ້ານຫຼັກການ ແລະ ວິທີການປະຕິບັດທີ່ສອດຂ້ອງ, ໄດ້ວາງຮາກຖານສໍາຄັນ ໃຫ້ແກ່ການປັບປຸງ ແລະ ຍົກສູງຄຸນນະພາບ ຂອງວຽກງານການເມືອງ-ແນວຄິດ ໂດຍເນັ້ນໜັກການຕິດພັນກັບຊີວິດຕົວຈິງ, ການຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ແລະ ການປ່ຽນແປງແນວຄິດ ໃຫ້ກາຍເປັນພະລັງແຫ່ງການກະທໍາ ເພື່ອຮັບໃຊ້ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນທຸກໄລຍະ. ໂດຍ: ສົມພອນ ສີສຸມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ