ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກອງ​ປະຊຸມ​ເຊັນ​ບົດ​ບັນທຶກ ຖອນ​ກຳລັງ ກອງ​ກາ 53 ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ຄືນ​ປະເທດ
ເວລາອອກຂ່າວ: 2026-06-10 09:36:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 267 | ຄວາມນິຍົມ:



ກອງ​ປະຊຸມ​ເຊັນ​ບົດ​ບັນທຶກ​ຖອນ​ກຳລັງ ກອງ​ກາ 53 ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ຄືນ​ປະເທດ ໄດ້​ຈັດ​ຂຶ້ນ​ໃນ​ທ້າຍເດືອນ ພຶດສະພາ 2026 ນີ້, ​ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ເຂົ້າ​ຮ່ວມ​ມີ ສະຫາຍ ສົມບູນ ເຮືອງ​ວົງສາ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ຄະນະ​ກຳ ມະການ​ປົກຄອງ​ແຂວງ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຈຳປາ​ສັກ, ມີ​ສະຫາຍ ນາງ ອີ ງັອກ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ, ຫົວ ໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ ແຂວງ​ກວາງ​ຫງາຍ ​ສສ ຫວຽດນາມ, ມີ​ຄະນະ​ປະ​ຕິດ​ບັດ​ງານ​ພິ ເສດ​ສອງ​ແຂວງ, ຄະນະ​ສະເພາະ​ກິດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ.     ສະຫາຍ ສົມບູນ ເຮືອງ​ວົງສາ ໄດ້​ຕາງໜ້າ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ແລະ ອົງການ​ປົກຄອງ​ແຂວງ​ຈຳປາ​ສັກ ສະແດງ​ຄວາມ​ຕ້ອນຮັບ ສະຫາຍ ນາງ ອີ ງັອກ ພ້ອມ​ດ້ວຍ​ຄະນະ​ສະເພາະ​ກິດ ແຂວງ​ກວາງ​ຫງາຍ ທີ່​ເດີນທາງ​ມາ​ເຄື່ອນ​ໄຫວ ແລະ ເຮັດ​ວຽກ​ຢູ່​ແຂວງ​ຈຳປາ​ສັກ​ ໃນ​ຄັ້ງ​ນີ້ ພ້ອມ​ທັງ​ຕີ​ລາຄາ​ຕໍ່​ຜົນສຳເລັດ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າ​ລວມ, ເວົ້າ​ສະເພາະແຂວງ​ ຈຳປາ​ສັກ ກັບແຂວງ​ກວາງ​ຫງາຍ ກໍ​ຄື ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຈຳປາ​ສັກ ກອງທັບ​ປະຊາຊົນ​ລາວ ກັບ ກອງ​ກາ 53 ກອງທັບ​ປະຊາຊົນ​ຫວຽດນາມ ທີ່​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ ແລະ ສາມາດ​ຊອກ​ຄົ້ນ ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງ ຄາມ​ຢູ່​ລາວ ໃນ​ລະດູແລ້ງ​ສົກ​ປີ 2025-2026. ການ​ຊອກຄົ້ນ ​ອັດຖິຂອງ​ອະ​ດີດທະຫານອາສາ ​ສະໝັກ ແລະ ຊ່ຽວຊານ​ຫວຽດ ນາມ ແມ່ນ​ວຽກ​ງານ​ໜຶ່ງ​ທີ່ພັກ ແລະ ລັດຖະບານ​ລາວ ໃຫ້ຄວາມ​ສຳຄັນເວົ້າ​ລວມ, ເວົ້າ​ສະເພາະ ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ອົງການ​ປົກຄອງ​ແຂວງ​ຈຳປາ​ສັກ ຖື​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ໜຶ່ງ ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ ບວກ​ກັບ​ສະພາບ​ພູມີ​ປະເທດ ມີ​ການ​ປ່ຽນແປງ​ຈາກ​ເມື່ອ​ກ່ອນ ເຖິງ​ແນວໃດ​ກໍ​ຕາມ​ ພັກ ແລະ ລັດ ຖະບານ ໄດ້​ຊີ້​ນຳ​ທຸກ​ເງື່ອນໄຂ ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ​ໃຫ້​ມີ​ຜົນສຳເລັດ​ຕາມ​ລະດັບ​ຄາດໝາຍ. ເພື່ອ​ນຳໄປ​ສູ່​ ການ​ຊອກ​ຫາ ແລະ ຂຸດ​ຄົ້ນອັດຖິ​ ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ຍັງ​ຕົກ​ຄ້າງ​ຢູ່​ດິນແດນ​ລາວ ເວົ້າ​ລວມ, ເວົ້າ​ສະເພາະ ຢູ່​ດິນແດນ​ແຂວງ​ຈຳປາ​ສັກ ເພື່ອ​ນຳ​ສົ່ງ​ກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງ​ນອນ​ຢ່າງ​ສົມ​ກຽດ. ໂອກາດ​ດັ່ງກ່າວ ​ທັງ​ສອງ​ຝ່າຍ ກໍໄດ້​ເຊັນ​ບົດ​ບັນທຶກ ຖອນ​ກຳລັງ​ກອງກາ 53 ກັບ​ຄືນ​ປະເທດ ຢ່າງ​ເປັນ​ທາງ​ການ. ໂດຍ: ນາງ ສີ​ລິ​ຄານ ສີດາ​ວົງ ພາບ: ຄານ​ສະໄໝ ໄຊ​ຍະ​ເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ