ກອງບັນຊາການທະຫານແຂວງຈຳປາສັກ ເປີດຊຸດອົບຮົມໄລຍະສັ້ນ ວຽກງານຂ່າວ-ສານສື່ມວນຊົນ
ເວລາອອກຂ່າວ: 2026-06-10 09:29:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ: ![]()
ວັນທີ 8 ມີຖຸນາ 2026 ນີ້, ກອງບັນຊາການທະຫານແຂວງຈຳປາສັກ ໄດ້ເປີດຊຸດອົບຮົມໄລຍະສັ້ນກ່ຽວກັບວຽກງານຂ່າວ-ສານສື່ມວນຊົນທົ່ວກອງບັນຊາການຄັ້ງທີII, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ ຜູ້ບັນຊາການ ທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ກົມກອງອ້ອມຂ້າງ, ມີແຂກທີ່ຖືກເຊີນ, ຄູ-ຈານ ທີ່ມາຈາກກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ບັນດານັກເຝິກອົບຮົມທີ່ມາຈາກ 9 ຕົວເມືອງ 1 ນະຄອນ, ກອງ ພັນ, ກອງຮ້ອຍເອກະລາດ, ກອງຮ້ອຍທະຫານຊາຍແດນທີ່ຂຶ້ນກັບກອງບັນຊາການ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະລາ ແກ້ວສີຫາວົງ ຫົວໜ້າພະແນກໂຄສະນາທະຫານແຂວງຈຳປາສັກ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດຊຸດອົບຮົມຄັ້ງນີ້ ກໍເພື່ອເປັນການຍົກສູງທາງດ້ານລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ-ນັກຮົບ ແລະ ບັນດາກົມກອງ ກຳແໜ້ນຕໍ່ແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ, ກຳແໜ້ນດ້ານທິດສະດີ ແລະ ຫຼັກການຂອງວຽກງານຂ່າວ-ສານສື່ມວນຊົນ, ນອກນັ້ນກໍ່ຍັງເປັນການຊຸກຍູ້ສົ່ງເສີມຕາໜ່າງຂ່າວລົງສູ່ຮາກຖານໃນການໂຄສະນາເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ, ຜົນງານຕ່າງໆ ຂອງກົມກອງອອກສູ່ສັງ ຄົມເປັນວົງກວ້າງ ໃຫ້ຮັບຮູ້ ແລະ ສາ
ມາດເຂົ້າເຖິງຂໍ້ມູນທີ່ຕັ້ງເປົ້າໝາຍ. ສຳລັບເນື້ອໃນເອກະສານອົບຮົມມີທັງໝົດ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງກຳນົດເວລາ 5 ວັນຈຶ່ງຈະສຳເລັດ.
ໂອກາດນີ້, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ດຸໝັ່ນຊອກຮູ້ຄົ້ນຄວ້າຮໍ່າຮຽນນຳຄູ-ອາຈານ, ຕິດຕາມເນື້ອໃນເອກກະສານ ແລະ ຮຽນຮູ້ດ້ວຍຕົນເອງ, ຍົກສູງສະຕິຕື່ນຕົວຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດລະບຽບວິໄນຂອງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ການເປີດບັ້ນອົບຮົມຄັ້ງນີ້ ມີຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້.
ຂ່າວ-ພາບ: ນ. ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















