ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2026-06-08 16:16:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2026 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນລ້ອມ ອຸດົມສຸກ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ແຂວງ, ທີມງານຈາກກະຊວງປ້ອງກັນປະເທດ, ກອງພົນທີ 2, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ກອງບັນຊາການທະຫານເມືອງ 11 ເມືອງ, ກົມກອງອ້ອມຂ້າງກອງບັນຊາການ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນຕີ ວິໄລສັກ ທອນເຮືອງໄຊ ຮອງພະແນກຈັດຕັ້ງ-ປະກອບ ກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ. ເຊິ່ງປະກອບມີ 9 ພາກ 11 ໝວດ 68 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງດຳລັດ ເພື່ອກຳນົດເອົາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ເພື່ອໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ, ມີແບບແຜນທີ່ທັນສະໄໝ ແນໃສ່ເຮັດສໍາເລັດໜ້າທີ່ໃນການເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນບ້ານ, ສຳນັກງານ, ອົງການ, ໂຮງຈັກໂຮງງານທີ່ເປັນຂອງລັດ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ບົວລີວັນ ໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ