ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ຄະນະກວດກາພັກແຂວງ ລົງເຄື່ອນໄຫວ, ຕິດຕາມ, ຊຸກຍູ້ວຽກງານກວດກາຮອບດ້ານ ປົກກະຕິ ປະຈຳປີ 2026 ຢູ່ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2026-06-08 16:12:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:



ວັນທີ 5 ມິຖຸນາ 2026 ນີ້, ຢູ່ທີ່ສູນບັນຊາກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມຊຸກຍູ້ວຽກງານກວດກາຮອບດ້ານ ປົກກະຕິ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ວາລີ ຈື່ນໍ່ເຢັງ ກຳມະການປະຈຳພັກແຂວງ, ປະທານກວດກາພັກແຂວງ, ມີສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການປະຈຳພັກແຂວງ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍພັນເອກ ສັກສົມບັດ ແກ້ວສິດທິວົງສາ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະກວດກາແຂວງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ໄຊພອນ ກໍຊົມພູ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ໄດ້ລາຍງານຫຍໍ້ກ່ຽວການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານຫຼາຍດ້ານທິພົ້ນເດັ່ນ ເຊິ່ງຄະນະພັກ-ຄະນະບັນຊາໄດ້ເຄື່ອນໄຫວຕາມສິດ, ໜ້າທີ່, ພາລະບົດບາດຂອງຕົນ, ປະຕິບັດຕາມລະບອບລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເອົາວຽກງານກໍ່ສ້າງພັກ-ພະນັກງານເປັນບັນຫາສຳຄັນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ນຳເອົາບັນດາເອກະສານ, ນິຕິກຳຕ່າງໆ ຂອງຂັ້ນເທິງມາເຜີຍແຜ່ເຊື່ອມຊຶມໃຫ້ແກ່ພະນັກງານ-ສະມາຊິກພັກ, ຍົກສູງຕໍ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ດຳເນີນຊີວິດການເມືອງ, ສ່ອງແສງ ສະຫຼຸບລາຍງານເປັນປົກກະຕິ, ລົງກໍ່ສ້າງຮາກຖານການເມືອງກັບພໍ່ແມ່ປະຊາຊົນ ຕິດພັນກັບການສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ, ເຄື່ອນໄຫວຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ. ນອກຈາກນີ້, ຍັງເອົາໃຈໃສ່ຕໍ່ວຽກງານປັບປຸງກົມກອງ, ກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ຊຸກຍູ້ວຽກງານແກ້ໄຂຊີວິດການເປັນຢູ່ປູກຝັງ-ລ້ຽງສັດຕາມທ່າແຮ່ງບົ່ມຊ້ອນຂອງກົມກອງຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວຽກງານປິ່ນອ້ອມອື່ນໆຫຼາຍດ້ານ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳຄິດ ຄຳເຫັນ ຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານ ໃນຊຸມປີຕໍ່ໜ້າ ດີຂື້ນໄປເລື້ອຍໆ. ໂອກາດນີ້, ສະຫາຍ ວາລີ ຈື່ນໍ່ເຢັງ ໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກຫຼາຍບັນຫາທີ່ສຳຄັນຕໍ່ກອງປະຊຸມ ແລະ ໃຫ້ສືບຕໍ່ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ສະມາຊິກພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່, ພາລະບົດບາດຂອງຕົນ, ປັບປຸງແບບແຜນວິທີ່ເຮັດວຽກໃນການນຳພາ-ບັນຊາ, ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງ, ເປັນເສນາທິການໃຫ້ແກ່ຄະນະພັກ-ຂັ້ນເທິງ, ຮັກສາຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາ, ເພີ່ມທະວີຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ, ເຮັດໃຫ້ແຂວງອຸດົມໄຊມີສະຖ່ຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ 100%. ໂດຍ: ສັນໂສພີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ