ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກົມໃຫຍ່ເສນາທິການກອງທັບ ປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2026-06-08 16:05:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 324 | ຄວາມນິຍົມ:



ພິທີ ປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ຂອງກົມໃຫຍ່ເສນາທິການກອງທັບ ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 75 ປີ (20/01/1949-20/01/2024), ໄດ້ຈັດຂຶ້ນໃນວັນທີ 04 ມິຖຸນາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວຄຳ ສາມາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ທົ່ວກົມໃຫຍ່ເສນາທິການ ເຂົ້າຮ່ວມ. ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍລັດຖະບານ ໃຫ້ ນາຍ ແລະ ພົນທະຫານ ກົມໃຫຍ່ເສນາທິການກອງທັບ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ. ໃນນີ້, ປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດຳລັດ ປະດັບຫຼຽນໄຊແຮງງານ ຊັ້ນ I ຈຳນວນ 4 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 467 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 573 ສະຫາຍ, ນາຍົກລັດຖະມົນຕີອອກດຳລັດ ປະດັບຫຼຽນກາແຮງງານ ຈຳນວນ 781 ສະຫາຍ ແລະ ມອຍໃບຍ້ອງຍໍ ຈຳນວນ 690 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວຄຳ ສາມາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ກໍຄືພະນັກງານ-ນັກຮົບ ທົ່ວກອງກົມໃຫຍ່ເສນາທິການກອງທັບ ຕ້ອງເອົາໃຈໃສ່ສຶກສາອົບຮົບການເມືອງ-ນຳພາແນວຄິດ, ກຳແໜ້ນ ແລະ ເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອ ຂອງກອງທັບ, ເອົາໃຈໃສ່ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ມີຄຸນະພາບ ຄຽງຄູ່ກັບການສ້າງແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ມີຄວາມເປັນເອກະພາບ ບົນຫຼັກການລວມສູນປະຊາທິປະໄຕ. ໂດຍ: ນາງ ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ