ສຳເລັດການຫັດແອບປະສານສຽງແຕກ ຊ້ອມຮົບຕີພິເສດ “ໃຕ້ຝຸ່ນ 2026” ຄັ້ງທີ I
ເວລາອອກຂ່າວ: 2026-06-08 15:41:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ: ![]()
ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືທາງດ້ານການທະຫານ ສະຫວ່າງ ກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັກສາມູນເຊື້ອຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງກອງທັບ, ການຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ 2026” ຈຶ່ງໄດ້ເລີ່ມຕົ້ນຂຶ້ນນັບແຕ່ວັນທີ 17 ພຶດສະພາ 2026 ເປັນຕົ້ນມາ ແລະ ໃນວັນທີ 1 ມິຖຸນາ 2026 ໄດ້ມີການປະສານສຽງແຕກ, ເຝິກຈຳລອງການເຂົ້າຕີໃນຕົວເມືອງ ແລະ ຍຸດທະວິທີຕ່າງໆ ທີ່ໄດ້ເຝິກອົບຮົມ-ຫັດແອບຜ່ານມາ. ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ການເຝິກຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ 2026” ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການບັນຊາປະສານ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ແນໃສ່ການຕອບໂຕ້ຕໍ່ຕ້ານກົນອຸບາຍ ຂອງກຸ່ມຄົນບໍ່ຫວັງດີ, ໂດຍນຳໃຊ້ອາວຸດ, ເທັກໂນໂລຢີ ທີ່ທັນສະໄໝ ເຂົ້າໃນການແກ້ໄຂກໍລະນີຕ່າງໆ ທີ່ຈະເກີດຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີມິດຕະພາບ, ສາຍພົວພັນເພື່ອນມິດຍຸດທະສາດ ໃນການປະສານສູ້ຮົບ ລະຫວ່າງ ສອງກອງທັບ, ຮັບປະກັນການກຽມພ້ອມສູ້ຮົບ ເພື່ອຮັກສາສະຖຽນລະພາບຂອງຊາດ ໃນພູມມີພາກ.
ສະຫາຍ ພັນເອກ ຄຳແສງ ແກ້ວດວງດີ ຮອງຫົວໜ້າກົມ 49 ຫົວໜ້າຊີ້ນຳພາກສະໜາມເຫຼົ່າຮົບຕີພິເສດ ໃຫ້ຮູ້ຕື່ມວ່າ: ຜ່ານການຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ 2026” ໃນຄັ້ງນີ້ ໄດ້ເຮັດໃຫ້ ນາຍ ແລະ ພົນທະຫານ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ເວົ້າລວມ, ເວົ້າສະເພາະ ກໍແມ່ນສອງເຫຼົ່າຮົບຕີພິເສດ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການນຳໃຊ້ພາຫະນະອາວຸດທີ່ທັນສະໄໝ, ຍຸດທະວິທີ ໃນການປະຕິບັດການສູ້ຮົບ ກັບ ກຸ່ມຕິດອາວຸດທີ່ຜິດກົດໝາຍ ບໍ່ວ່າຈະເປັນການສູ້ຮົບ ທາງບົກ, ທາງນ້ຳ ແລະ ທາງອາກາດ ຂອງເຫຼົ່າຮົບຕີພິເສດ ເພື່ອຍົກລະດັບຄວາມຊຳນິຊຳນານ, ຄ່ອງແຄ້ວ, ວ່ອງໄວ ແລະ ສູ້ຮົບມີໄຊ ກຽມພ້ອມຕອບໂຕ້ກັບໄພຂົມຂູ່ຕ່າງໆ ທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ.
ສັງລວມແລ້ວ, ການຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ 2026” ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເສີມສ້າງສາຍພົວພັນ, ແລກປ່ຽນບົດຮຽນ ຂອງສອງກອງທັບ ລາວ-ຣັດເຊຍ ໂດຍສະເພາະການນຳໃຊ້ພະຫະນະ, ອາວຸດ ແລະ ຍຸດທະວິທີ ທີ່ມີຄວາມກ້າວໜ້າ, ທັນສະໄໝ ເຂົ້າໃນການສູ້ຮົບ ຂອງແຕ່ລະເຫຼົ່າຮົບ, ໂດຍແມ່ນເຫຼົ່າຮົບຕີພິເສດ ເປັນກຳລັງສຳຄັນໜຶ່ງ ຈຳເປັນຕ້ອງເຮັດສຳເລັດໜ້າທີ່ ວິຊາສະເພາະທີ່ໄດ້ຮັບມອບໝາຍ, ເປັນກຳລັງທີ່ມີຄວາມເຂັ້ມແຂງ, ອາດຫານ, ເດັດຂາດ ກຽມພ້ອມເສຍສະຫຼະ, ຮັບປະກັນສູ້ຮົບ ແລະ ສູ້ຮົບມີໄຊ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















