ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກອງ​ປະຊຸມ​ພົບ​ປະ​ລະຫວ່າງ ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ຮ່າ​ຕິງ
ເວລາອອກຂ່າວ: 2026-06-08 15:41:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ກອງ​ປະຊຸມ​ພົບ​ປະ​ລະຫວ່າງ ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ຮ່າ​ຕິງ ​ສສ ຫວຽດນາມ ໄດ້​ດຳເນີນ​ໃນ​ບັນ ຍາກາດ​ແຫ່ງ​ຄວາມ​ສາມັກຄີ, ໄມຕີ​ຈິດ​ມິດຕະພາບ​ອັນ​ດູດດື່ມ ແລະ ຄວາມ​ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ ເຊິ່ງ​ແຂວງ​ບໍ​ລິ​ຄຳ​ໄຊ ນຳໂດຍ ​ສະຫາຍ ສົມ​ໃຈ ຄຸນ​ພະ​ໄຊ ຮອງ​ປະທານ​ຄະນະ​ກຳມະການ​ປົກ ຄອງ​ແຂວງ, ຫົວໜ້າ​ຄະນະ​ປະຕິ ບັດ​ງານ​ພິເສດ​ແຂວງ​ບໍ​ລິ​ຄຳໄຊ, ຝ່າຍ​ແຂວງ​ຮ່າ​ຕິງ ນຳ​ໂດຍ ​ສະ ຫາຍ ນາງ ຫງວ​​ຽນ​ຖີ້​ຫງວ​​ຽດ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ແຂວງ​ຮາ​ຕິງ ພ້ອມ​ດ້ວຍ​ຄະ​ນະ​​ປະ​ຕິ​ບັດ​ງານ​ພິເສດ​ທັງ​ສອງ​ຝ່າຍ​ ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ, ສະຫາຍ ສົມ​ໃຈ ຄຸນ​ພະ​ໄຊ ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ສົກ​ປີ 2025-2026 ມີ​ບຸກ​ຄະ​ລາກອນ​ ເຂົ້າ​ຮ່ວມ​ຂຸດ​ຄົ້ນ​ອັດຖິ​ທັງ​ໝົດ 31 ສະຫາຍ ໃນ​ນັ້ນ​, ໜ່ວຍ​ປະຕິບັດ​ງານ​ພິເສດ​ຫວຽດນາມ ມີ 27 ສະຫາຍ ແລະ ຝ່າຍ​ລາວ ມີ 4 ສະຫາຍ, ເຊິ່ງ ​ໄດ້​ແບ່ງ​ອອກ​ເປັນ 2 ຈຸ ເພື່ອ​ເຄື່ອນ​ໄຫວ​ວຽກ​ງານ​​ດັ່ງ​ກ່າວ, ປະຈຳ​ຢູ່​ເມືອງ​ປາກ​ຊັນ 17 ສະຫາຍ ແລະ ເມືອງ​ວຽງ​ທອງ 14 ສະ ຫາຍ, ທັງ​ສອງ​ໜ່ວຍ​ໄດ້​ເລີ່ມຈັດ​ ຕັ້ງ​ປະຕິບັດ​ຕົວ​ຈິງ ແຕ່​ວັນ​ທີ 17 ຕຸລາ 2025 ເຖິງ​ວັນ​ທີ 24 ພຶດສະພາ 2026 ລວມ​ເວລາ​ຊອກ​ຄົ້ນ​ທັງ​ໝົດ 157 ວັນ, ມີ 43 ຄັ້ງ, ມາຮອດ​ປັດຈຸບັນ ​ການ​ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ ຕາມ​ພື້ນຖານ​ຂໍ້​ມູນ​ຕົວ​ຈິງ ສາມາດ​ຂຸດ​ຄົ້ນ​ໄດ້ 8 ອັດຖິ​ໃນ​ທົ່ວ​ແຂວງ​ບໍ​ລິ​ຄຳ​ໄຊ, ຂຸດ​ຄົ້ນ​ໄດ້​ພາຍ​ໃນ​ເຂດ​ເມືອງ​ວຽງ​ທອງ ຖ້າ​ທຽບໃສ່ ແຜນແມ່ນ​ສາມາດ​ປະຕິບັດ​ໄດ້​ຕາມ​ແຜນທີ່​ໄດ້​ກຳນົດ​ໄວ້. ຈາກ​ນັ້ນ, ທັງ​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ຕີ​ລາຄາ​ຄືນ ຜົນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ຢູ່ ​ສປປ ລາວ ເວົ້າ​ສະເພາະ​ແມ່ນ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ແລກປ່ຽນ​ບົດຮຽນ, ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ ໃນ​ການ​ດຳເນີນ​ວຽກ​ງານ​ຕົວ​ຈິງ. ໜ່ວຍ​ງານ​ຂຸດ​ຄົ້ນ​ອັດຖິ ທັງ​ສອງ​ຝ່າຍ ຍັງ​ໄດ້​ຮ່ວມ​ກັນ​ກຳນົດ​ທິດ​ທາງ, ແຜນການ ແລະ ມາດ​ຕະ ການ ໃນ​ການ​ສືບຕໍ່​ຄົ້ນ​ຫາ, ຂຸດ ​ຄົ້ນ ແລະ ເກັບ​ກຳ​ຂໍ້​ມູນ​ອັດຖິໃຫ້​ ມີ​ຄວາມ​ລະອຽດ, ຖືກຕ້ອງ ແລະ ມີ​ປະ​ສິດທິ​ຜົນ​ສູງ ເພື່ອນຳອັດ ຖິ​ຂອງ​ບັນດາທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດ ນາມ ກັບ​ຄືນ​ສູ່​ມາຕຸພູມ​ຢ່າງ​ສົມ​ກຽດ. ໃນ​ກອງ​ປະຊຸມ ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ກົມ​ກອງ ແລະ ບຸກຄົນ​ທີ່​ມີ​ຜົນງານ​ດີເດັ່ນ​ວຽກ​ງານ​ການ​ຂຸດ​ຄົ້ນ​ອັດຖິ ສົກ​ປີ 2025-2026 ໃຫ້​ແຕ່​ລະ​ສະຫາຍ, ຄະນະ​ປະຕິ ບັດ​ງານ​ພິເສດ ແຂວງ​ຮ່າ​ຕິງ ຍັງ​ໄດ້​ມອບ​ເງິນ​ຊ່ວຍເຫຼືອ​ໃຫ້ ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ບໍ​ລິ​ຄຳ​ໄຊ ຈຳນວນ 300 ລ້ານ​ດົງ ແລະ 60 ລ້ານ​ດົງ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ຍັງ​ມີ​ພິທີ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຮ່ວມ​ກັນ ລະຫວ່າງ ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ຄະນະ​ປະຕິບັດ​ງານ​ພິ ເສດ ແຂວງ​ຮ່າ​ຕິງ ເພື່ອ​ເປັນ​ຂໍ້​ຕົກ ລົງ​ໃນ​ການ​ສືບຕໍ່​ປະສານ​ງານ, ຮ່ວມ​ມື ແລະ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ການ​ປະຕິບັດ​ວຽກ​ງານ​ຂຸດ​ຄົ້ນ​ອັດຖິໃຫ້​ບັນລຸ​ຜົນ​ຕາມ​ແຜນການ​ທີ່​ວາງ​ໄວ້. ໂດຍ: ວັນ ນ້ອຍ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ