ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ກົມ 49 ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ ຊຸກຍູ້​ເຫຼົ່າ​ຮົບ​ຕີ​ພິເສດ
ເວລາອອກຂ່າວ: 2026-06-08 15:40:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ວັນ​ທີ 2 ມິຖຸນາ 2026 ນີ້, ທີ່​ສະໜາມ​ຫັດ​ແອບ ວິທະຍາຄານ ນາຍ​ທະຫານ​ບົກ​ກົມ​ມະ​ດຳ, ກົມ 49 ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ປະກອບ​ມີ: ນ້ຳ​ດື່ມ, ກາເຟ ແລະ ໝີ່​ສຳເລັດ​ຮູບ ຈຳນວນ​ໜຶ່ງ ໄປ​ມອບ​ໃຫ້​ເຫຼົ່າ​ຮົບ​ຕີ​ພິເສດ ທີ່​ເຂົ້າ​ຮ່ວມ​ຫັດ​ແອບ​ຊ້ອມ​ຮົບ ຕີ​ພິເສດ “ໃຕ້​ຝຸ່ນ” ແລະ ຊ້ອມ​ຮົບ​ຮ່ວມ​ລາວ-ຣັດ​ເຊຍ “ລາ​ໂຣ​​ສ 2026”, ໂດຍ​ການ​ກ່າວ​ມອບ​ຂອງ​ສະຫາຍ ພັນ​ເອກ ລຸນ​ລ້ຳ ຫຼວງ​ພົນ ຮອງ​ຫົວໜ້າ​ກົມ 49 ແລະ ກ່າວ​ຮັບ​ໂດຍ​ສະຫາຍ ພັນ​ເອກ ຄຳ​ແສງ ແກ້ວ​ດວງ​ດີ ຫົວໜ້າ​ຊີ້​ນຳ​ພາກ​ສະໜາມ​ເຫຼົ່າ​ຮົບ​ຕີ​ພິເສດ, ມີ​ຄະນະ​ຊີ້​ນຳ​ພາກ​ສະໜາມ ແລະ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ການ​ມອບ​ເຄື່ອງ​ອຸປະຖຳ​ໃນ​ຄັ້ງ​ນີ້ ເປັນ​ການ​ຊຸກຍູ້​ໃຫ້​ກຳລັງ​ໃຈ ນາຍ ແລະ ພົນທະຫານ​ເຫຼົ່າ​ຮົບ​ຕີ​ພິເສດ ທີ່​ເຂົ້າ​ຮ່ວມ​ການ​ຫັດ​ແອບ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ກິນ​ຢູ່​ພຽງພໍ, ມີ​ສຸຂະພາບ​ແຂງແຮງ​ດີ, ມີ​ກຳລັງ​ແຮງ​ໃຈ ສຸມ​ໃສ່​ການ​ຫັດ​ແອບ​ເຝິກຊ້ອມ ເກັບ​ກຳ​ເອົາ​ບັນດາ​ບົດຮຽນ​ນຳ​ເພື່ອນ ຣັດ​ເຊຍ ເພື່ອ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ກົມ​ກອງ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ ທີ່​ໄດ້​ຮັບ​ມອບ​ໝາຍ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ