ປະກາດ 11 ບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2026-06-08 15:33:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ: ![]()
ພິທີປະກາດຮັບຮອງເອົາ ບ້ານປ້ອງກັນຊາດ ເຂັ້ມແຂງ ຈຳນວນ 11 ບ້ານທີ່ຂຶ້ນກັບ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນກຸ່ມ ບ້ານດົງບັງ, ໂດຍການເປັນປະທານຂອງ ທ່ານ ວຽງຄຳ ສີຫາໂຄດ ກຳມະການພັກນະ ຄອນຫຼວງວຽງຈັນ, ເລຂາຄະນະບໍລິຫານງານພັກເມືອງໄຊທານີ, ມີສະຫາຍ ພັນໂທ ສຸລິເດດ ດວງມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ສະຫາຍ ພັນໂທ ບຸນແພງ ປິ່ນພະຫຍາ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງໄຊທານີ, ມີຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະບັນຊາ, ພະແນກກໍ່ ສ້າງຮາກຖານ, ຂະແໜງການທີ່ກ່ຽວຂ້ອງ, ແຂກຖືກເຊີນ ຕະຫຼອດ ຮອດຄະນະພັກອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 11 ບ້ານເຂົ້າຮ່ວມ.
ທ່ານ ຈິນດາ ສີໂນນາລາດ ເລຂາພັກບ້ານ, ນາຍບ້ານ ນາສາລາ ໄດ້ຕາງໜ້າໃຫ້ 11 ບ້ານ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະເມີນຜົນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ 11 ບ້ານ ຂອງເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ, ເຊິ່ງໃນຈຳນວນ 11 ບ້ານ ມີເນື້ອທີ່ທັງໝົດ 11.094 ເຮັກຕາ, ແບ່ງອອກເປັນ 236 ໜ່ວຍ ປະກອບມີ 3.831 ຫຼັງຄາເຮືອນ, ມີ 3.354 ຄອບຄົວ, ມີພົນລະເມືອງທັງໝົດ 19.828 ຄົນ, ຍິງ 10.523 ຄົນ, ປະກອບມີ 3 ເຜົ່າຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າກຶມມຸ, ໃນໄລຍະຜ່ານມາ 11 ບ້ານ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນບັນຫາຕົ້ນຕໍ, ອົງການຈັດຕັ້ງປົກຄອງບ້ານໄດ້ນຳເອົາມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆຂອງພັກ-ລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ພ້ອມດຽວກັນນັ້ນ, ປະຊາຊົນແຕ່ລະບ້ານ ຍັງໄດ້ເອົາໃຈໃສ່ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ຕາມທ່າແຮງບົ່ມຊ້ອນເພື່ອເຮັດ ໃຫ້ຄອບຄົວຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກ ມັນສະແດງອອກຄື: 11 ບ້ານສາມາດລົບລ້າງຄວາມທຸກຍາກໄດ້ 100%, ໃນນີ້ພວກເຂົາເຈົ້າໄດ້ສຸມໃສ່ການເຮັດນາປູກເຂົ້າ, ປູກຕົ້ນໄມ້ກິນໝາກ, ປູກພືດລົ້ມລຸກ, ລ້ຽງສັດໃຫຍ່, ເຮັດການຜະລິດ ສະເລ່ຍໃສ່ຫົວຄົນໜຶ່ງເທົ່າກັບ 1.000 ກິໂລກຼາມຕໍ່ຄົນຕໍ່ປີ. ນອກຈາກນີ້, ປະຊາຊົນຍັງມີລາຍໄດ້ ຈາກການເຮັດອາຊີບເສີມຈາກການຄ້າຂາຍ-ຂາຍຍ່ອຍ-ຂາຍສົ່ງ ແລະ ບໍລິການອີກຈຳນວນໜຶ່ງ ເຊິ່ງຄິດໄລ່ລາຍຮັບທັງໝົດໄດ້ 1.700.000 ກີບຕໍ່ເດືອນ, ຖ້າທຽບໃສ່ມາດຖານຄວາມທຸກຍາກເຫັນວ່າປະຊາຊົນ 11 ບ້ານ ໄດ້ຫຼຸດພົ້ນ ຈາກຄວາມທຸກຍາກໄດ້ 100%, ຜ່ານການປະເມີນຜົນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ 11 ບ້ານສາມາດເກັບກຳ ແລະ ຕີລາຄາໝາກຜົນຕົວຈິງ ໄດ້ຄື: ສາມາດໄດ້ຮັບເປັນຄອບ ຄົວປ້ອງກັນຊາດ ເຂັ້ມແຂງທັງໝົດ 3.243 ຄອບຄົວ. ພ້ອມດຽວກັນນັ້ນ, ສະຫາຍ ພັນໂທ ລືໄຊ ສຸຂະວົງ ຫົວໜ້າພະແນກກໍ່ສ້າງຮາກຖານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ວ່າດ້ວຍການມອບໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມ
ແຂງ ແລະ ຂໍ້ຕົກລົງ ຂອງກອງບັນຊາການທະຫານເມືອງໄຊທານີ ວ່າດ້ວຍການມອບໃບຢັ້ງຢືນໃຫ້ ຄອບຄົວ ປ້ອງກັນຊາດເຂັ້ມແຂງ, ຈາກນັ້ນ, ປະທານ ກໍໄດ້ມອບໃບ ຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງ ແລະ ໃບຢັ້ງຢືນຄອບຄົວ ປ້ອງກັນຊາດເຂັ້ມແຂງໃຫ້ຈຳ ນວນ 11 ບ້ານ. ພ້ອມທັງ ໄດ້ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















