ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ມອບ-ຮັບ ໜ້າທີ່ ຫົວໜ້າ​ຫs້ອງ​ເຕັກນິກ ວິທະຍາຄານ​ເຕັກນິກ​ການ​ທະຫານ
ເວລາອອກຂ່າວ: 2026-06-08 15:30:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ວັນ​ທີ 4 ມິຖຸນາ 2026 ນີ້, ຢູ່​ທີ່​ວິທະຍາຄານ​ເຕັກນິກ​ການ​ທະຫານ ໄດ້​ຈັດ​ພິທີມອບ-ຮັບໜ້າທີ່ຫົວໜ້າ​ຫ້ອງ​ເຕັກນິກ ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່, ໂດຍ ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຸດ​ໃຈ ລື​ໄຊ​ສົມບັດ ຫົວໜ້າ​ການ​ທະຫານ ວິທະຍາຄານ​ເຕັກນິກ​ການ​ທະຫານ, ມີພະນັກງານ-ນັກຮົບ​ ພາຍ​ໃນ​ຫ້ອງ ແລະ ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ທະວີ ສີວິໄລ ຫົວໜ້າ​ຫ້ອງ​ເຕັກນິກ ໄດ້​ ລາຍ​ງານ​ຄືນ​ໂດຍ​ຫຍໍ້​ຜ່ານ​ການ ເຄື່ອນໄຫວ​ຊີ້​ນຳ-ບັນຊາ​ຫ້ອງ​ເຕັກນິກ​ໃນ​ໄລຍະ​ຜ່ານ​ມາ. ຈາກ​ນັ້ນ, ກໍ​ໄດ້​ພ້ອມ​ກັນ​ລົງ​ນາມ​ບົດ​ບັນທຶກ​ການ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພັນ​ໂທ ບຸນ​ທະວີ ສີວິໄລ ຫົວໜ້າ​ຫ້ອງ​ເຕັກນິກ (ຜູ້​ເກົ່າ) ແລະ ສະຫາຍ ພັນ​ເອກ ຈັນ​ທອງ ພົມ​ຂັນໄຊ ຫົວໜ້າ​ຫ້ອງ​ເຕັກນິກ (ຜູ້​ໃໝ່) ຢ່າງ​ເປັນ​ທາງ​ການ. ໂອກາດ​ດຽວ​ກັນ, ສະຫາຍ ພັນ​ເອກ ສຸດ​ໃຈ ລື​ໄຊ​ສົມບັດ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ຫົວໜ້າ​ຫ້ອງ​ເຕັກນິກ ຜູ້​ເກົ່າ ໄດ້​ນຳພາ​ພະນັກງານ-ນັກ ຮົບ​ທົ່ວ​ຫ້ອງ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ສະຫາຍ​ຫົວໜ້າ​ຫ້ອງ​ເຕັກນິກ ຜູ້​ໃໝ່ ຈົ່ງ​ຍົກ​ສູງ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ ພະນັກງານ-ນັກຮົບ​ໃນ​ຂັ້ນ​ບັນຊາ​ຂອງ​ຕົນ​ເປັນ​ກົກ, ເພີ່ມ​ທະວີ​ບົດບາດ​ໃນ​ການ​ນຳພາ-ຊີ້​ນຳ​ກົມ​ກອງ​ຂອງ​ຕົນ​ໃຫ້​ມີ​ໃບ​ໜ້າ​ອັນ​ໃໝ່, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ບົນ​ຫຼັກການ​ລວມ​ສູນ​ ປະຊາທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ບຸກຄົນ​ຮັບຜິດຊອບ, ປະຕິບັດ​ຕາມ​ສິດ, ພາລະ​ບົດບາດ, ໜ້າທີ່​ຂອງ​ຕົນ​ໃນ​ການ​ບັນຊາ​ວຽກ​ງານ​ເຕັກນິກ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ ກໍ​ຄື​ການ​ຊີ້​ນຳ​ວຽກ​ງານ​ເຕັກນິກ​ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ຄ່ອງ​ແຄ້ວ, ທ່ວງ​ທັນ ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ ​ວຽກ​ງານ​ອັນ​ຮີບ​ດ່ວນ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ໂດຍ: ເພັດ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ